Ad

Ad

12 May 2015

ເກີດ​ເຫດ​ລົດ​ບັນທຸກ 10 ລໍ້​ຕຳ​ຄົນ​ຂັບ​ລົດຈັກ​ເສຍ​ຊີວິດ​ຄາ​ທີ່



     ​​ເຈົ້າໜ້າທີ່ຈະລາຈອນແຂວງໄຊຍະບູລີໃຫ້ຮູ້ວ່າ: ​ໃນເວລາປະມານ 17:00 ​ໂມງຂອງວັນທີ 10 ພຶດສະພານີ້, ຢູ່ຖະໜົນ R4 ​ເຂດບ້ານສີເມືອງເມືອງແລະແຂວງໄຊຍະບູລີໄດ້ເກີດເຫດລົດບັນທຸກ 10 ລໍ້ ໝາຍເລກທະບຽນ ບກ 5260 ຂັບຂີ່ໂດຍທ້າວແຫລ້ ອາຍຸ 23 ປີ ຢູ່ບ້ານທ່າເດື່ອເມືອງ​ ​ແລະແຂວງໄຊຍະບູລີ ຕຳ​​ເອົາຄົນຂັບລົດຈັກໝາຍເລກທະບຽນ ຈສ 1780, ຊື່ນາງເອ້ຍ ອາຍຸ 31 ປີ ຢູ່ບ້ານລ່ອງປໍເມືອງແລະແຂວງໄຊຍະບູລີເສຍຊີວິດຄາທີ່. ​ ​ເຈົ້າໜ້າທີ່ໃຫ້ຮູ້ໃນເບື້ອງຕົ້ນວ່າ: ພາຍຫລັງເກີດເຫດດັ່ງກ່າວ ຜູ້ຂັບລົດບັນທຸກ 10 ລໍ້ໄດ້​​ຫລົບໜີ, ຫລັງຈາກນັ້ນ 3 ຊົ່ວໂມງຕໍ່ມາເຈົ້າໜ້າທີ່ຈຶ່ງສາມາດນຳຈັບຕົວຜູ້ຂັບຂີ່ລົດຄັນດັ່ງກ່າວໄດ້. ປັດຈຸບັນພວມໄດ້ຖືກເຈົ້າໜ້າທີ່ກັກຕົວໄວ້ເພື່ອດຳເນີນຄະດີຕາມກົດໝາຍ.​

No comments:

Post a Comment