Ad

Ad

12 May 2015

ສານນະຄອນຫລວງຕັດສີນລົງໂທດຜູ້ຍັກຍອກເງິນຈຳຄຸກ 2 ປີ


ຂ່າວ-ພາບ : ຫນັງສືພິມ ປກສ

ເມື່ອທ້າຍອາທິດຜ່ານມານີ້, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສິນ ລົງໂທດທ້າວ ເກດແກ້ວ ອາຍຸ32 ປີຢູ່ບ້ານດອນໜູນ ເມືອງໄຊທານີ ນະຄອນ ຫລວງວຽງຈັນໃຫ້ຈຳຄຸກເປັນເວລາ 2 ປີ ພ້ອມປັບໃໝເງິນ 5 ແສນກີບ. ໃນຂໍ້ຫາຍັກຍອກເງິນຂອງບໍລິສັດເອກກະຊົນແຫ່ງໜຶ່ງຈຳນວນ 144 ລ້ານກວ່າ ກີບ, ເຊິ່ງຄະດີມີຢູ່ວ່າ: ທ້າວ ເກດແກ້ວ ໄດ້ເລີ່ມເຂົ້າມາເຮັດວຽກຢູ່ບໍລິສັດດັ່ງ ກ່າວແຕ່ ກາງປີ 2013 ເປັນພະນັກງານຝ່າຍຂາຍເຄື່ອງໃຊ້ພາຍໃນຄົວເຮືອນ ແລະ ເຄື່ອງສຳ ອາງ, ຫລັງຈາກນັ້ນບໍລິສັດໄດ້ສົ່ງຜູ້ກ່ຽວຂຶ້ນໄປປະຈຳຢູ່ສາຂາແຂວງ ຫລວງພະບາງ ພໍເຮັດວຽກໄດ້ປະມານ 3 ເດືອນກໍເລີ່ມມີພຶດຕິກຳເອົາເງິນທີ່ໄດ້ຈາກການຂາຍສິນຄ້າຂອງບໍລິສັດໄປໃຊ້ຈ່າຍ ສ່ວນຕົວປະມານ 20 ລ້ານກີບ, ບໍລິ ສັດໃຫຍ່ ຢູ່ນະຄອນຫລວງວຽງຈັນຈຶ່ງໄດ້ໃຫ້ຜູ້ກ່ຽວໃຊ້ແທນຄືນດ້ວຍການຫັກ ເງິນເດືອນໆລະ 5 ແສນກີບ, ພາຍຫລັງສືບຕໍ່ເຮັດວຽກໄດ້ປະມານ  4 ເດືອນ  ຜູ້ກ່ຽວກໍເລີ່ມມີການສວຍໂອກາດເອົາເງິນ ບໍລິສັດຫລາຍຄັ້ງລວມເປັນເງິນຈຳ ນວນ 144 ລ້ານກວ່າກີບ ແລ້ວຫລົບໜີໄປພັກເຊົາຢູ່ບ້ານສີບຸນເຮືອງ ເມືອງນ້ຳບາກ ແຂວງຫລວງພະບາງ ແລະ ຕົກມາຮອດວັນທີ 15 ກໍລະກົດ 2014 ຈຶ່ງຖືກເຈົ້າໜ້າທີ່ ປກສ ແຂວງຫລວງພະບາງຈັບຕົວມາ ດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment