Ad

Ad

15 May 2015

ຍີ່ປຸ່ນ​ໃຫ້ການ​ຊ່ວຍ​ເຫລືອໂຄງການ​ສ້າງ​ຄວາມ​ເຂັ້ມ​ແຂງ​ຕາໜ່າງສາທາລະນະ​ສຸກ 4 ​ແຂວງ​ພາກ​ໃຕ້



      ພິທີມອບ​-ຮັບໂຄງການສ້າງຄວາມເຂັ້ມແງຕາໜ່າງສາທາລະນະສຸກ 4 ​ແຂວງພາກໃຕ້ຄື: ​ແຂວງອັດຕະປື, ຈຳປາສັກ, ສາລະວັນແລະເຊກອງ, ​ໄດ້ມີຂຶ້ນໃນວັນທີ 13 ພຶດສະພານີ້ ຢູ່ແຂວງອັດຕະປື, ​ເຊິ່ງໂຄງການດັ່ງກ່າວໄດ້ຮັບການຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ລວມມູນຄ່າທັງໝົດ 741 ລ້ານເຢນ, ​ຊຶ່ງໄດ້ເລີ່ມປະ ຕິບັດມາຕັ້ງ​​ແຕ່ປີ 2013 ​ເປັນຕົ້ນມາ. ປະກອບມີກໍ່ສ້າງສຸກສາລາ, ຫໍພັກພະນັກ ງານແລະ ບັນດາສິ່ງອຳນວຍຄວາມສະດວກຕ່າງໆ. ກ່າວມອບຢ່າງເປັນທາງການໂດຍທ່ານ ຮິໂຣຢູກິ ກີຊີໂນະເອກອັກຄະລາຊະທູດຍີ່ປຸ່ນປະຈຳລາວ, ​ໃຫ້ແກ່ບັນດາແຂວງທີ່ກ່ຽວຂ້ອງ, ​ເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ແຄນທອງ ສີສຸວົງ ຮອງເຈົ້າແຂວງແຂວງອັດຕະປື, ທ່ານເນົາ ບຸດຕາ ຫົວໜ້າຫ້ອງການ, ກະຊວງສາທາລະນະສຸກ, ມີພະນັກງານແຂວງແລະເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.

     ທ່ານທູດຍີ່ປຸ່ນ ປະຈຳລາວ ກ່າວວ່າ: ຄວາມຄືບໜ້າໃນການປະຕິບັດເປົ້າໝາຍສະຫະສະວັດ ທີ 4 ການຫລຸດ ຜ່ອນການຕາຍຂອງເດັກເກີດໃໝ່ແລະເປົ້າໝາຍທີ 5 ການປັບປຸງສຸຂະພາບຂອງແມ່ໃນ 4 ​ແຂວງພາກໃຕ້ ຍັງຫ່າງໄກທີ່ຈະບັນລຸເປົ້າໝາຍແຫ່ງຊາດເພາະວ່າພື້ນຖານໂຄງລ່າງສາທາລະນະສຸກຍັງບໍ່ທັນເຂັ້ມແຂງເປັນຕົ້ນແມ່ນສຸກສາ ລາແລະ ລະບົບນ້ຳປະປາ. ນອກຈາກນີ້ ຄຸນນະພາໃນການບໍລິການສາທາລະນະສຸກຍັງບໍ່ດີເທົ່າທີ່ຄວນ. ສິ່ງທີ່ກ່າວມານັ້ນ ກໍເປັນເຫດຜົນຫລັກທີ່ລັດຖະບານຍີ່ປຸ່ນໄດ້ອະນຸມັດໂຄງການນີ້.
     ໂດຍຜ່ານໂຄງການດັ່ງກ່າວ, ສຸກສາລາ 37 ​ແຫ່ງແລະ ຫໍພັກພະນັກງານ 16 ​ແຫ່ງໄດ້ຖືກກໍ່ສ້າງຂຶ້ນໃໝ່ ພ້ອມມີອຸປະກອນແລະ ສິ່ງອຳນວຍຄວາມສະດວກນຳອີກ, ພ້ອມກັນນັ້ນ ອຸປະກອນການແພດໃນສຸກສາລາ 23 ​ແຫ່ງໄດ້ຖືກປັບປຸງໃໝ່ແລະ ລະບົບນ້ຳອີກ 23 ​ແຫ່ງໄດ້ຖືກຕິດຕັ້ງ. ຫາກທຸກໆໂຄງການສຳເລັດປະຊາຊົນກວ່າ 3 ​ແສນຄົນທີ່ອາໃສຢູ່ 4 ​ແຂວງພາກໃຕ້ ຈະໄດ້ຮັບຜົນປະໂຫຍດຈາກການປັບປຸງພື້ນຖານໂຄງລ່າງສາທາລະນະສຸກ.
     ຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນລັດຖະບານລາວ​​ ໃນການພັດທະນາ​​ເສດຖະກິດ-ສັງຄົມ ມາເປັນເວລາຫລາຍປີ. ​ໃນຂະແໜງສາທາລະນະສຸ ຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນກວ່າ 8 ພັນລ້ານເຢນ ໃຫ້ແກ່ໂຄງການຂອງອົງ ການໄຈກ້າ ເພື່ອພັດທະນາພື້ນຖານໂຄງລ່າງ ແລະ ການບໍລິການສາທາລະນະສຸກ, ພ້ອມກັນນີ້ ຍັງໄດ້ໃຫ້ການຊ່ວຍ ເຫລືອຫລາຍກວ່າ 8,6 ລ້ານໂດລາສະຫະລັດ ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖາ. ໂດຍຜ່ານໂຄງການທີ່ກ່າວມານັ້ນ 289 ໂຄງການພື້ນຖານໂຄງລ່າງສາທາລະນະສຸກໄດ້ຖືກຈັດຕັ້ງປະຕິບັດເຊິ່ງລວມມີໂຄງການກໍ່ສ້າງສຸກສາລາ 125 ​ແຫ່ງ, ​ໂຄງການກໍ່ສ້າງ-ບູລະນະໂຮງໝໍ 52 ​ແຫ່ງແລະໂຄງການລະບົບນ້ຳປະປາ 57 ​ແຫ່ງໃນທົ່ວປະເທດ. ທ່ານທູດຍັງໄດ້ກ່າວຕື່ມອີກວ່າ: “ຍີ່ປຸ່ນຍຶດໝັ້ນໃນຂະແໜງການທີ່ສຳຄັນເຊັ່ນນີ້ແລະ ຈະສືບຕໍ່ຊ່ວຍເຫລືອລັດຖະບານລາວໃນການພັດທະນາພື້ນຖານໂຄງລ່າງແລະ ການບໍລິການສາທາລະນະສຸກ”.

No comments:

Post a Comment