Ad

Ad

15 May 2015

ໂອຕຣິດສະໜອງເງິນກູ້ດອກເບ້ຍຕ່ຳແກ່ລາວພັດທະນາໂຮງໝໍມິດຕະພາບ ແລະ ກໍ່ສ້າງຂົວຄອນຕື້ນ



ພິທີລົງນາມສັນຍາກູ້ຢືມເງິນດອກເບ້ຍຕ່ຳລະຫວ່າງທະນາຄານໂອຕຣິດ ແລະ ລັດຖະບານລາວ, ມີຂຶ້ນເມື່ອບໍ່ດົນນີ້ ທີ່ນະຄອນຫລວງວຽນປະເທດໂອຕຣິດ ໃນຈຳນວນ 52,880 ລ້ານເອີໂຣ ເພື່ອນຳໃຊ້ເຂົ້າໃນໂຄງການພັດທະ ນາໂຮງໝໍມິດ ຕະພາບ ແລະ ຈຳນວນ 8,99 ລ້ານເອີໂຣເພື່ອຈັດຕັ້ງປະຕິບັດໂຄງການກໍ່ສ້າງຂົວຄອນຕື້ມຢູ່ແຂວງໄຊຍະບູລີ, ໂດຍຕາງໜ້າ ລັດຖະບານລາວລົງນາມແມ່ນທ່ານນາງ ທິບພະກອນ ຈັນທະວົງສາ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ແລະ ຜູ້ຕາງໜ້າທະນາຄານໂອຕຣິດ, ໂດຍມີເອກອັກຄະລັດຖະທູດລາວປະຈຳໂອຕຣິດ ແລະ ພະນັກງານກ່ຽວຂ້ອງຂອງສອງ ຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ລາວ ແລະ ໂອຕຣິດ ໄດ້ສ້າງຕັ້ງສາຍພົວພັນການທູດໃນວັນທີ 1 ກັນຍາ 1967 ແລະ ສປປ ລາວ ໄດ້ເປີດສະ ຖານເອກອັກຄະລັດຖະທູດ ແລະ ສຳນັກງານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຢູ່ນະຄອນຫລວງວຽນປະ ເທດໂອ ຕຣິດໃນປີ 2010, ນັບແຕ່ນັ້ນມາສອງປະເທດໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືນັບ ມື້ເພີ່ມຂື້ນເປັນລຳດັບ.

No comments:

Post a Comment