Ad

Ad

5 May 2015

ທຸກໆປີມີແມ່ຍິງ​ເສຍ​ຊີວິດປະມານ 600 ຄົນ ຍ້ອນອາ ການສົນໃນລະຫວ່າງຖືພາ ແລະ ເກີດລູກ



ໃນກອງປະຊຸມຫາລືການວາງແຜນຄອບຄົວຢູ່ລາວເມື່ອບໍ່ດົນມານີ້, ອົງກາ ນສະຫະປະຊາຊາດກອງທືນສຳລັບປະຊາກອນ (UNFPA) ປະຈຳລາວໄດ້ຖະ ແຫຼ່ງຕໍ່ສືມວນຊົນວ່າ: ຕາມຜົນສຳຫຼວດດັດຊະນີໝາຍສັງຄົມລາວ (LSIS) ໄດ້ສະແດງໃຫ້ເຫັນອັດຕາການ ຕາຍຂອງແມ່ຍິງໃນລາວໄດ້ຫຼຸດລົງຢ່າງຕໍ່ເນື່ອງ, ຈາກ 650 ຄົນ, ໃນ 1 ແສນຄົນ, ປີ 1995, ຫຼຸດລົງເປັນ 357 ຄົນ, ໃນປີ 2012 ແລະ 220 ຄົນ, ໃນປີ 2013, ເຖິງຢ່າງໃດກໍຕາມຍັງມີແມ່ຍິງປະມານ 600 ຄົນ: ເສຍຊີວິດທຸກໆປີ, ຍ້ອນອາການສົນທີ່ເກີດຂຶ້ນໃນລະຫວ່າງການຖືພາ ແລະ ເກີດລູກ, ຊຶ່ງເນື່ອງຈາກຍັງຂາດການ ເຂົ້າເຖິງ ການວາງແຜນຄອບຄົວແມ່ນໜຶ່ງໃນປັດໄຈທີ່ເຮັດໃຫ້ແມ່ເສຍຊີວິດ, ອີງຕາມການສຳຫຼວດ 20% ຂອງແມ່ຍິງລາວ, ແມ່ນ ຕ້ອງການວາງແຜນຄອບຄົວ, ແຕ່ບໍ່ໄດ້ໃຊ້ວິທີ່ຄຸມ ກຳເນີດໃດໆເລີຍ, ໂດຍສະເພາະແມ່ນໄວໜຸ່ມຍິງ, ແມ່ຍິງທີ່ບໍ່ໄດ້ຮັບ ການສຶກສາ, ແມ່ຍິງທີ່ທຸກ ຍາກ, ແມ່ຍິງທີ່ຍັງບໍ່ທັນແຕ່ງງານ, ກຸ່ມຊົນເຜົ່າທີ່ຢູ່ເຂດຫ່າງໄກສອກຫຼີກ.

ອົງການສະຫະປະຊາຊົນກອງທຶນສຳລັບປະຊາກອນໃຫ້ຮູ້ອີກວ່າ: ການວາງແຜນຄອບຄົວຈະ ຊ່ວຍກຳນົດໄລຍະຫ່າງກ ານເກີດລູກ,ຊ່ວຍຫຼຸດຜ່ອນຄວາມສຽງໃນເວລາເກີດລູກ, ຊ່ວຍປັບປຸງສຸຂະພາບແມ່ໃຫ້ດີຂື້ນ ແລະ ເກີດລູກໄດ້ຢ່າງປອດ ໄພ,ເມື່ອແມ່ຍິງຖືພາມີສຸຂະພາບແຂງແຮງ ແລ້ວ, ກໍຈະຫຼຸດຜ່ອນຄວາມສຽງຕໍ່ການຕາຍຂອງແມ່ ແລະ ເມື່ອແມ່ມີສຸຂະພາບດີ, ເຂົາເຈົ້າກໍສາມາດເພີ່ມຜະລິດຕະຜົນ ແລະ ມີຄວາມສາມາດໃນການຫາລາຍຮັບ,ຊຶ່ງສິ່ງເຫຼົ່ານີ້ຈະເສີມສ້າງ ຄວາມໝັ້ນຄົງຂອງເ ສດຖະກິດ ແລະ ຄວາມເປັນຢູ່ທີ່ດີຂອງເຂົາເຈົ້າ ແລະ ຄອບຄົວ.

No comments:

Post a Comment