Ad

Ad

5 May 2015

ຈະ​ມີ​ຮ້ານ​ອາຫານຫລາຍ​ກວ່າ 20 ຮ້ານເຂົ້າ​ຮ່ວມ​ງານ​ເທດສະການ​ອາ​ຫານ​ເອີຣົບ ຄັ້ງ​ທີ 4 ຢູ່ນະຄອນຫລວງ​ວຽງ​ຈັນ



     ​​ໃນຕອນເຊົ້າວັນທີ 4 ພຶດສາພານີ້, ຢູ່ສຳນັກງານສະຫະພາບເອີຣົບ, ທີ່ນະຄອນ ຫລວງວຽງຈັນໄດ້ຈັດຖະແຫລງຂ່າວກ່ຽວກັບງານເທດສະການອາຫານເອີຣົບຄັ້ງທີ 4, ມີທ່ານ ມີແຊນໂກແຟງອຸປະທູດ ຜູ້ຕາງໜ້າສະຫະພາບເອີຣົບປະຈຳລາວ, ພ້ອມດ້ວຍຜູ້ຕາງໜ້າສະພາການຄ້າແລະ ອຸດສາຫະກຳເອີຣົບແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.
     ທ່ານອຸປະທູດ ກ່າວວ່າ: ​ເທດສະການອາຫານຄັ້ງນີ້ ຈະມີຮ້ານອາຫານຫລາຍກວ່າ 20 ຮ້ານເຂົ້າຮ່ວມ​​ເພື່ອເປັນການສົ່ງເສີມການຮ່ວມມືດ້ານວັດທະນະທຳແລະ ການທ່ອງທ່ຽວກັບຕ່າງປະເທດຫລາຍ​, ຊຶ່ງຈະໄດ້ຈັດຂຶ້ນທີ່​​​​ຫໍວັດທະນະ ທຳແຫ່ງຊາດ, ນະຄອນຫລວງວຽງຈັນ, ​​ໃນວັນທີ 9 ພຶດສະພານີ້, ​​ໂດຍການຮ່ວມມື​​ລະ ຫວ່າງສະຫະພາບເອີຣົບ, ສະພາການຄ້າແລະ ອຸດສາຫະກຳເອີຣົບແລະ ບໍລິສັດ ອານາມຟາຍຟູ, ເພື່ອຜູ້ເຂົ້າຊົມຈະໄດ້ຊິແລະເລືອກຊື້ອາຫານ​​ທີ່ແຊບສ້ອຍ ແລະ ມີຊື່ສຽງຈາກທະວີບເອີຣົບ, ​ເຊິ່ງເປັນອາຫານທີ່ມີປະຫວັດສາດອັນຍາວນານສືບທອດກັນມາຫລາຍເຊັ່ນຄົນ. ນອກນັ້ນ ຍັງຈະມີການສະແດງດົນຕີຈາກນັກສິລະປິນຂອງລາວເຂົ້າຮ່ວມໃຫ້ຄວາມມ່ວນຊື່ນນຳດ້ວຍ.

No comments:

Post a Comment