Ad

Ad

5 May 2015

ກະຊວງແຮງງານຈະກວດກາການປັບຂຶ້ນຄ່າແຮງງານຂັ້ນຕ່ຳ



     ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມໃຫ້ ຮູ້ເມື່ອບໍ່ດົນນີ້ວ່າ: ເພື່ອເປັນການຊຸກຍູ້ບັນດາຜູ້ປະກອບການໃນທົ່ວປະເທດຈັດຕັ້ງ ປະຕິບັດການປັບຂຶ້ນເງິນ ແຮງງານ ຂັ້ນຕ່ຳຈາກ 626.000 ກີບມາ ເປັນ 900.000 ກີບຕໍ່ຄົນຕໍ່ເດືອນ, ຕາມແຈ້ງການຂອງກະຊວງ ແຮງງານ ແລະ ສະຫວັດ ດີການສັງຄົມທີ່ມີຜົນບັງຄັບໃຊ້ແຕ່ວັນທີ 1 ເມສາ 2015 ເປັນຕົ້ນໄປໃຫ້ມີຜົນສັກສິດ ແລະ ເອກະພາບກັນນັ້ນ, ພວກເຮົາຈະໄດ້ສົ່ງພະນັກງານໃນ ຂະແໜງກ່ຽວຂ້ອງລົງກວດກາການປະຕິບັດແຈ້ງການດັ່ງກ່າວນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ, ເຊິ່ງເປົ້າໝາຍກວດກາຕົ້ນຕໍກໍແມ່ນຢູ່ຕາມຫົວໜ່ວຍການຜະລິດ ແລະ ບໍລິການທີ່ນຳໃຊ້ແຮງ ງານຈຳນວນຫລາຍເຊັ່ນ: ໂຮງຈັກໂຮງງານ, ຮ້ານອາຫານ ແລະ ອື່ນໆ ແລະ ຜ່ານການຕິດຕາມການ
ເບີກຈ່າຍເງິນແຮງງານໃຫ້ພະນັກງານ ແລະ ກຳມະກອນໃນເດືອນເມສາຜ່ານມານີ້, ຊຶ່ງເປັນເດືອນທຳ ອິດຂອງການເລີ່ມຕົ້ນຈັດຕັ້ງປະຕິບັດແຈ້ງການດັ່ງກ່າວກໍເຫັນ ວ່າມີຫລາຍຫົວໜ່ວຍການຜະລິດ ແລະ ບໍລິການແມ່ນໄດ້ຈັດຕັ້ງປະຕິບັດການຂຶ້ນຄ່າແຮງງານຂັ້ນຕ່ຳຄືດັ່ງກ່າວແລ້ວ ແລະ
ມີບໍ່ເທົ່າໃດແຫ່ງທີ່ໄດ້ຂໍເລື່ອນເວລາການຈັດຕັ້ງປະຕິບັດ, ເນື່ອງຈາກຕ້ອງມີການປັບປຸງລະ ບົບການ ເງິນໃຫ້ສອດຄ່ອງ, ແຕ່ຈະບໍ່ໃຫ້ກາຍເດືອນສິງຫານີ້ເພື່ອຈະໄດ້ລາຍງານຜົນການກວດກາ ການປະ ຕິບັດໃຫ້ລັດຖະບານຮັບຊາບ.
     ທ່ານຫົວໜ້າກົມຄຸ້ມຄອງແຮງງານ ກ່າວວ່າ: ຄ່າແຮງງານຂັ້ນຕ່ຳແມ່ນຄິດໄລ່ຈາກລາຍຈ່າຍຈຳເປັນພື້ນຖານເຊັ່ນ: ເຂົ້າ, ປາ, ຊີ້ນ, ໄຟຟ້າ, ນ້ຳປະປາເຫລົ່ານີ້ເປັນຕົ້ນ, ແຕ່ບໍ່ໄດ້ຄິດໄລ່ເພື່ອການທ້ອນເງິນ ຫລື ຊື້ຊັບສົມບັດທີ່ມີມູນຄ່າສູງ ແລະ ສ່ວນຫລາຍຜູ້ທີ່ໄດ້ຮັບເງິນແຮງງານຂັ້ນຕ່ຳແມ່ນກຳມະກອນເຮັດວຽກໃນຫົວໜ່ວຍການຜະລິດ ແລະ ການບໍລິການທີ່ບໍ່ມີສີມື ແລະ ບໍ່ມີວຸດທິດ້ານວິຊາຊີບຕ່າງໆ.

No comments:

Post a Comment