Ad

Ad

5 May 2015

ລາວຫາລືຄວາມພ້ອມການເປັນປະທານອາຊຽນໃນປີ 2016



ໃນວັນທີ 4 ພຶດສະພານີ້, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງ ການຕ່າງປະເທດ ທອງລຸນ ສີສຸລິດ ໄດ້ເປັນປະທານກອງປະຊຸມປຶກສາຫາ ລື ແຜນວຽກຂອງ 13 ອະນຸກຳມະການເພື່ອກະກຽມເປັນເຈົ້າພາບກອງປະ ຊຸມອາ ຊຽນ ແລະ ປະທານອາຊຽນໃນປີ 2016, ເຊິ່ງມາຮອດປັດຈຸບັນຫລາຍແຜນງານ ເຫັນວ່າມີຄວາມຄືບໜ້າດີເຊັ່ນ: ການແຕ່ງຕັ້ງຄະນະກຳມະການຊີ້ນຳລະດັບຊາດ, ອະນຸກຳມະການຊີ້ນຳສະເພາະ ແລະ ການປະກອບພະນັກງານ, ບຸກຄະລາ ກອນເຂົ້າໃນໜ່ວຍງານຕ່າງໆດັ່ງກ່າວໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ, ສ່ວນ ດ້ານເນື້ອໃນແມ່ນກະຊວງການຕ່າງ ປະເທດໄດ້ມີການປຶກສາຫາລື ແລະ ປະສານສົມທົບກັບກະຊວງ ແລະ ຂະແໜງການກ່ຽວຂ້ອງຈຳນວນໜຶ່ງແລ້ວ ແລະ ໃນໂອກາດນີ້ ທ່ານຮອງນາຍົກລັດຖະ ມົນຕີ, ໄດ້ແນະນຳໃຫ້ບັນດາອະນຸກຳມະການຕ່າງໆເອົາໃຈໃສ່ໃນການກະກຽມວຽກຂອງຕົນໃຫ້ດີ ແລະ ມີຄວາມຮັບຜິດ ຊອບສູງ, ຕິດຕາມຄວາມຄືບໜ້າ ແລະ ລາຍງານບັນຫາຄົງຄ້າງຕ່າງໆໃຫ້ຄະນະກໍາມະການຊີ້ນຳລະດັບຊາດຮັບຊາບ ຢ່າງເປັນປົກກະຕິ ແລະ ຖ້າມີບັນຫາໃດກໍໃຫ້ສາມາດແກ້ໄຂໄດ້ທັນການ.

No comments:

Post a Comment