Ad

Ad

6 May 2015

ມີຜູ້ໂຊກດີຖືກລາງ 1 ຮ້ອຍລ້ານກີບຈາກຫວຍຂູດ



ວັນທີ 5 ພຶດສະພານີ້, ຢູ່ສຳນັກງານໃຫຍ່ບໍລິສັດລັດວິສາຫະກິດຫວຍພັດທະນາ, ໄດ້ຈັດພິທີມອບເງິນ ລາງວັນໃຫ້ຜູ້ໂຊກດີຖືກລາງວັນໃບຫວຍຂູດ, ຂອງຕົວແທນຈຳ ໜ່າຍຫວຍຂູດນະ ຄອນຫຼວງວຽງຈັນ ເລກ 2 ໄດ້ຮັບ ເງິນສົດ 1 ຮ້ອຍລ້ານກີບ, ຜູ້ໂຊກດີແມ່ນ , ພະນັກງານໂຮງແຮມອິນແປງ  ຢູ່ບ້ານດອນກອຍ ເມືອງສີສັດ ຕະນາກ ນະຄອນຫຼວງວຽງຈັນ ໃຫ້ກຽດມອບ ລາງວັນຄັ້ງນີ້ໂດຍທ່ານ ສຸບັນ ເພຍສັກຂາ ຮອງ ອຳນວຍການບໍລິສັດລັດວິສາຫະ ກິດຫວຍພັດທະນາ.
ຮອງອຳນວຍການບໍລິສັດລັດວິສາຫະກິດຫວຍພັດທະນາກ່າວວ່າ: ຫວຍຂູດເປັນຜະລິດຕະ ພັນໜຶ່ງຂອງຫວຍ ພັດ ທະນາ, ຊຶ່ງເລີ່ມຈຳໜ່າຍມາປີນີ້ເປັນປີທີ 3 ແລ້ວ, ໂດຍແຕ່ລະປີມູນຄ່າ ຂອງລາງວັນຈະມີຄວາມແຕກຕ່າງກັນ, ຕົວ ຢ່າງປີທີ
1 (ເກມທີ 1), ລາງວັນສູງສຸດແມ່ນ 50 ລ້ານກີບ, ປີທີ 2 (ເກມ ທີ 2) ລາງວັນສູງສຸດ 70 ລ້ານກີບ ແລະ ປີ ທີ 3 ນີ້, ລາງວັນ ສູງສຸດ 1 ຮ້ອຍ ລ້າງກີບ, ນອກຈາກລາງວັນໃຫຍ່ແລ້ວຍັງມີລູກຄ້າອີກຫຼາກຫຼາຍທີ່ໄດ້ຮັບລາງວັນດັ່ງກ່າວ, ເລີ່ມແຕ່ 10 ພັນກີບຂຶ້ນໄປ, ສຳລັບເກມ ທີ 3 ນີ້ແມ່ນເລີ່ມຈຳໜ່າຍຫວຍຂູດນັບແຕ່ຫຼັງສົງການ ເປັນຕົ້ນມາ ແລະ ເປັນ ຄັ້ງທຳອິດ ຂອງລາງວັນໃຫຍ່ 1 ຮ້ອຍລ້ານກີບ. ຊຶ່ງບໍ່ສະເພາະແຕ່ເທົ່ານີ້ ພວກເຮົາຍັງມີລາງວັນໃຫຍ່ 1 ຮ້ອຍລ້ານ ແລະ ລາງວັນ ອື່ນໆອີກຫຼາກຫຼາຍໄວ້ໃຫ້ທ່ານໄດ້ຊີງໂຊກຕໍ່ໄປ.

No comments:

Post a Comment