Ad

Ad

6 May 2015

​ອາກາດ​​ໃນ​ມື້​ນີ້ ຍັງ​ສືບຕໍ່ຮ້ອນ​ອົບ​ເອົ້າ​



     ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ບໍລິ​ເວນ​ຄວາມ​ກົດ​ດັນ​ຕ່ຳ​ຂອງ​ອາກາດ​ຮ້ອນໄດ້ປົກຄຸມຢູ່ທຸກພາກ ຂອງລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຮັດໃຫ້ອາກາດສືບ ຕໍ່ຮ້ອນອົບເອົ້າຢູ່ຕື່ມອີກ ແລະ ມີຝົນຕົກຟ້າຄະນອງ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະ ພາກ.
   + ພາກເໜືອດ້ານຕາເວັນອອກ: ມີເມກປົກຄຸມເປັນສ່ວນຫລາຍ, ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ, ຈະມີຝົນຕົກກະຈາຍ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມ ຕ່ຳສຸດ 18​​​​​-20 ອົງສາ ແລະ ສູງສຸດ 32​-34 ອົງສາ.
   + ພາກເໜືອດ້ານຕາເວັນຕົກ: ມີເມກປົກຄຸມເປັນບາງສ່ວນ, ອາກາດຮ້ອນເອົ້າ, ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງສຸດ 36-38 ອົງສາ. ສຳລັບເມືອງສິງ ແລະ ເມືອງວຽງພູຄາ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກ ກະຈາຍໃນລະດັບຄ່ອຍເປັນບາງໂອກາດ, ອຸນຫະພູມຕ່ຳສຸດ 18-20 ອົງສາ ແລະ ສູງສຸດ 33-35 ອົງສາ.

   + ນະຄອນຫລວງວຽງຈັນ: ມີເມກປົກຄຸມເປັນບາງສ່ວນ, ອາກາດຮ້ອນພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຄະນອງກະຈາຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງເຂດໃນຕອນບ່າຍຫາຕອນກາງຄືນ. ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 36-38 ອົງສາ.
   + ພາກກາງ: ມີເມກປົກຄຸມເປັນບາງສ່ວນ, ອາກາດຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນ ຕອນກາງເວັນ, ຈະມີຝົນຕົກຄະນອງກະຈາຍ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 27-29 ອົງສາ ແລະ ສູງສຸດ 37-39 ອົງສາ. ສຳລັບແຂວງໄຊສົມບູນ: ອາກາດເຢັນ, ພ້ອມມີໝອກບາງປົກຫ້ມໃນຕອນເຊົ້າ ແລະ ຈະມີ ຝົນຕົກກະຈາຍໃນລະດັບຄ່ອຍ. ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 29-31 ອົງສາ.
   + ພາກໃຕ້: ມີເມກປົກຄຸມເປັນບາງສ່ວນ, ອາກາດຮ້ອນເອົ້າ, ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ, ຍັງ ຈະມີຝົນຕົກ ຟ້າຄະນອງໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 26-28 ອົງສາ ແລະ ສູງສຸດ 37-39 ອົງສາ. ສຳລັບເຂດປາກຊ່ອງ, ນິຄົມ 34: ອາກາດເຢັນ ໃນຕອນກາງຄືນຫາຕອນເຊົ້າ ແລະ ຍັງຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຢູ່ຕື່ມອີກ. ອຸນຫະພູມຕ່ຳ ສຸດ 13-15 ອົງສາ ແລະ ສູງສຸດ 26-28 ອົງສາ.

No comments:

Post a Comment