Ad

Ad

5 May 2015

ພຽງປະມານ 17% ຂອງແຮງງານລາວໄດ້ເຮັດວຽກມີເງິນເດືອນ



ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ, ໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາໃນວັນທີ 29 ເມສານີ້ວ່າ: ປັດຈຸບັນລາວເຮົາມີແຮງງານທັງໝົດ 3,2 ລ້ານກວ່າຄົນ, ໃນນັ້ນ 98,5% ມີວຽກເຮັດງານທຳ ແລະ ສ່ວນຫຼາຍແມ່ນຢູ່ຂະແໜງກະສິກຳກວມ 70%, ອຸດສາຫະກຳມີພຽງ 7,6%, ສ່ວນຂະ ແໜງບໍລິການມີ 23,4% ແລະ ໃນນັ້ນມີປະມານ 17 % ຂອງແຮງງານທັງໝົດທີ່ເຮັດວຽກແບບ ມີເງິນເດືອນຖາວອນ, ສ່ວນ 47,9% ແມ່ນຍັງເຮັດວຽກຫຼືເຮັດທຸລະກິດດ້ວຍຕົນເອງ, ບໍ່ເປັນລູກຈ້າງໃຜ ແລະ ບໍ່ຈ້າງໃຜ ແລະ ອີກ 36,4% ເຮັດວຽກ ໃຫ້ຄອບຄອບ, ເຊັ່ນຄອບຄົວມີທຸ ລະກິດ, ເຮັດວຽກແບບບໍ່ໄດ້ເງິນເດືອນ, ເປັນລາຍໄດ້ແບບຄອບຄົວ, ເຖິງຢ່າງໃດກໍດີຕະ ຫຼອດໄລຍະຜ່ານມາກົມຄຸ້ມຄອງແຮງງານກໍໄດ້ເອົາໃຈໃສ່ປະຕິບັດ ນະໂຍບາຍປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກ ແຮງງານໄດ້ເປັນຢ່າງດີ, ເອົາໃຈໃສ່ກວດກາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການ ແຮງງານອື່ນໆ ທີ່ກະຊວງວາງອອກ, ແກ້ໄຂ-ໄກ່ເກຍບັນດາຂໍ້ຂັນແຍງຕ່າງໆລະຫວ່າງຜູ້ອອກ ແຮງງານ ແລະ ຜູ້ໃຊ້ແຮງງານໃຫ້ເກີດຄວາມ ປອງດອງລະຫວ່າງກັນ, ພ້ອມຍັງໄດ້ສ້າງຂໍ້ກຳນົດກົດລະບຽບຕ່າງໆກ່ຽວກັບແຮງງານ ແລະ ນັບແຕ່ປີ 2010 ມາຮອດປັດຈຸ
ບັນ, ກົມຄຸ້ມຄອງແຮງງານສາມາດກວດກາແຮງງານຕາມຫົວ ໜ່ວຍທຸລະກິດຕ່າງໆໃນຂອບເຂດທົ່ວປະເທດໄດ້ຫຼາຍກວ່າ 15 ພັນຄັ້ງ, ເພື່ອແນະນຳໃຫ້ບັນ ດາຫົວໜ່ວນທຸລະກິດເຫຼົ່ານັ້ນເອົາໃຈໃສ່ຈັດຕັ້ງປະຕິບັດຕາມກົດໝາຍແຮງງານ, ເນື່ອງຈາກວ່າໄລ ຍະຜ່ານມາຍັງມີບາງຫົວໜ່ວຍທຸລະກິດຍັງເອົາປຽບຜູ້ອອກແຮງງານ, ບໍ່ມີສັນຍາແຮງ ງານລະຫວ່າງຜູ້ໃຊ້ແຮງງານກັບຜູ້ ອອກແຮງງານ, ການສ້າງກົດລະບຽບພາຍໃນຫົວໜ່ວຍແຮງງານຍັງມີໜ້ອຍ  ແລະ ຍັງເກີດມີຂໍ້ຂັດແຍ່ງຕ່າງໆລະ ຫວ່າງຜູ້ອອກແຮງງານແລະຜູ້ໃຊ້ ແຮງງານ, ຊຶ່ງຕໍ່ບັນຫາດັ່ງກ່າວຜ່ານມາທາງພາກສ່ວນກ່ຽວຂ້ອງໄດ້ວາງມາດຕະການບັງຄັບ ໃຫ້ບັນດາຫົວໜ່ວຍທຸລະກິດໃຫ້ເຂັ້ມງວດປະຕິບັດລະບຽບກົດໝາຍແຮງງານ, ປັບປຸງຂໍ້ກຳນົດ, ກົດລະບຽບ ແລະ ມາດຕະການຕ່າງໆໃຫ້ດີຂຶ້ນ, ເພື່ອໃຫ້ຜູ້ອອກແຮງງານໄດ້ຮັບການປົກປ້ອງ ແລະ ໄດ້ຮັບຜົົນປະໂຫຍດ ແລະ ຕັ້ງໜ້າປະກອບສ່ວນຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ລະບຽບກົດໜາຍທີ່ກະຊວງແຮງງານວາງອອກໄດ້ເປັນຢ່າງດີ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງຊາດເຕີບໃຫຍ່ຂະຫຍາຍຕົວ.  

No comments:

Post a Comment