Ad

Ad

5 May 2015

ລືມກອງຂີ້ເຫຍື້ອ ຫລາຍວັນເກີດມີສຽງຈົ່ມຈາກຊາວບ້ານ



     ກອງບໍລິການຂົນສົ່ງຂີ້ເຫຍື້ອຂອງ ອພບ ນະຄອນຫລວງວຽງຈັນ ໄດ້ສັນຍາກັບ ນາຍບ້ານຂອງບ້ານຕ່າງໆຢູ່ໃນ 4 ຕົວເມືອງນະຄອນຫລວງໃຫ້ຖືກຕ້ອງຕາມການນັດໝາຍໃນແຕ່ລະບ້ານແຕ່ລະເຂດເຊັ່ນ: ບ້ານໜອງທາເໜືອ ນັດໃຫ້ປະຊາຊົນເອົາ ຂີ້ເຫຍື້ອຂອງແຕ່ລະຄົວເຮືອນອອກໄປປະໄວ້ ຢູ່ແຕ່ລະຈຸດຂອງທຸກໆວັນສຸກຈະ ເປັນມື້ມາເກັບເອົາຂີ້ເຫຍື້ອດັ່ງກ່າວ, ສ່ວນບ້ານດອນແດງຈະເປັນທຸກໆວັນເສົາ ແລະ ບ້ານອື່ນໆກໍແຕກຕ່າງກັນໄປ.
     ແຕ່ໜ້າເສຍດາຍການມາເກັບເອົາຂີ້ເຫຍື້ອຂອງໜ່ວຍງານດັ່ງກ່າວ ພັດບໍ່ກົງກັບທີ່ໄດ້ເຊັນໄວ້ໃນແຕ່ລະບ້ານ, ສົ່ງກິ່ນເໝັນໄປທົ່ວບໍລິເວນສ້າງຄວາມບໍ່ສະບາຍໃຈໃຫ້ຜູ້ທຽວທາງຊາວບ້ານຢ່າງກວ້າງຂວາງ. ຂະນະທີ່ປະຊາຊົນ ໂທຫາພາກ ສ່ວນກ່ຽວຂ້ອງຫລາຍຄັ້ງ ແຕ່ບໍ່ໄດ້ຮັບຄຳຕອບ, ເຊິ່ງບັນຫານີ້ ໄດ້ເກີດມີມາຫລາຍຄັ້ງ ບາງ ເດືອນກໍຖືກແກ່ຍາວເປັນອາທິດ ຫລື 4-5 ວັນ ຈຶ່ງມາເກັບເອົາຂີ້ເຫຍື້ອດັ່ງກ່າວໄປຖິ້ມຜູ້ປະກອບການກໍໃຫ້ຄຳຕອບວ່າ:
ພາຫະນະເປ່ເພ, ພາຫະ ນະບໍ່ພຽງພໍ ແລະ ອື່ນໆ, ແລະ ບາງບ່ອນກໍຍ້ອນວ່ານາຍບ້ານບໍ່ໄປຖອກເງິນໃຫ້ບໍລິສັດ ຜູ້ປະກອບ ການຈຶ່ງກໍໃຫ້ເກີດບັນ ຫາດັ່ງກ່າວ. ເຖິງແນວໃດກໍດີເມື່ອເປັນຄືແນວນີ້ ຂະແໜງການກ່ຽວຂ້ອງຄວນຊອກທາງອອກເພື່ອໃຫ້ ສັນຍາທີ່ຕົນໄດ້ເຊັນກັບບ້ານໄດ້ຮັບການປະຕິບັດມີຜົນສັກສິດສ້າງຄວາມເຊື່ອໝັ້ນຕໍ່ຊາວບ້ານໃນການໃຫ້ບໍລິການເກັບມ້ຽນຂີ້ເຫຍື້ອຖືກຕ້ອງກັບວັນເວລາເພື່ອພ້ອມກັນປະຕິບັດຄຳຂວັນ ສະອາດ ປາກົດຜົນເປັນຈິງ.

No comments:

Post a Comment