Ad

Ad

20 May 2015

ມີ​ແຮງ​ງານ​ລາວ​ເຮັດ​ວຽກ​ຢູ່​ບໍລິສັດ ພູ​ເບ້ຍ ມາຍ​ນິງ ກວມ​ຫລາຍ​ກວ່າ 90%



     ບໍລິສັດພູເບ້ຍ ມາຍນິງ (PBM) ​ໃຫ້ຮູ້ໃນວັນທີ 20 ພຶດສະພານີ້ວ່າ: ນັບແຕ່ປີ 2005-2015, ບໍລິສັດຂອງຕົນໄດ້ປະກອບສ່ວນລາຍຮັບໃຫ້ລັດຖະບານລາວຫລາຍກວ່າ 400 ລ້ານໂດລາສະຫະລັດ, ສະເພາະປີ 2014 ມີປະ ມານ 54 ລ້ານໂດລາສະຫະລັດໃນນັ້ນຄ່າຊັບພະຍາກອນທຳມະຊາດປະມານ 35 ລ້ານໂດລາສະຫະລັດ.
     ທ່ານ ຣີຊາດເທເລີ ອຳນວຍການຝ່າຍບໍລິການກ່າວວ່າ: ພວກເຮົາມີຄວາມພາກພູມໃຈຫລາຍ ທີ່ສາມາດບັນລຸເປົ້າໝາຍໃນການປະກອບສ່ວນແລະ ການສະໜັບສະໜູນທີ່ສຳຄັນຕໍ່ງົບປະມານແຫ່ງຊາດເພື່ອຊຸກຍູ້ການສ້າງສາພັດທະນາປະເທດລາວ, ການປະກອບສ່ວນຂອງພວກເຮົາເຫັນຈະແຈ້ງຂຶ້ນເມື່ອເບິ່ງຈາກຫລາຍໆຮູບ
ການປະກອບ ສ່ວນລາຍຮັບຂອງບໍລິສັດ ຄຽງຄູ່ກັບໂຄງການພັດທະນາຊຸມຊົນແລະ ສັງຄົມທີ່ພວມດຳເນີນໃນປັດຈຸບັນເຊັ່ນ: ດ້ານການສຶກສາ, ສາທາລະນະສຸກແລະ ການເສີມຂະຫຍາຍໂຄງລ່າງເປັນຕົ້ນ.
     ໃນປີ 2014 ບໍລິສັດໄດ້ວາງຄາດໝາຍການຜະລິດທີ່ສູງ, ​ເຊິ່ງປະກອບດ້ວຍອັດຕາການຜະລິດສູງສຸດຢູ່ໂຮງງານພູຄຳແລະໂຮງງານບ້ານຫ້ວຍຊາຍ. ປັດຈຸບັນໂຮງງານບ້ານຫ້ວຍຊາຍ ຖືວ່າຍັງເປັນໂຮງງານຜະລິດຄຳລາຍໃຫຍ່ທີ່ສຸດໃນລາວເຊິ່ງມີການຜະລິດຄຳປະລິມານສູງເຖິງ 100.000 ອອນ/ປີ, ​ເຖິງແມ່ນລາຄາຄຳໃນຕະຫລາດ​​ໂລກຈະມີການເໜັງຕີງຫລາຍກໍຕາມ, ບໍລິສັດ ຍັງສາມາດຜະລິດໄດ້ບັນລຸຕາມຄາດໝາຍ.
     ປັດຈຸບັນນີ້ ລາຄາໂລຫະທອງແດງໃນຕະຫລາດໂລກມີການເໜັງຕີງຢູ່ລະຫວ່າງ 4.400 ​ໂດລາສະຫະລັດແລະ 8.800 ​ໂດລາສະຫະລັດຕໍ່ໂຕນ ນັບຕັ້ງແຕ່ບໍລິສັດໄດ້ດຳເນີນການຜະລິດຢູ່ໂຮງງານພູຄຳແຕ່ປີ 2008 ​ແລະໃນລະ ຫວ່າງເດືອນຜ່ານມາ ລາຄາໂລຫະທອງແດງໄດ້ເໜັງຕີງ ຄົງທີ່ໃນລາຄາ 6.000 ​ໂດລາສະຫະລັດຕໍ່ໂຕນ.
     ໃນເດືອນມັງກອນ 2015, ບໍລິສັດໄດ້ມີການປັບປຸງໂຄງຮ່າງຂອງບໍລິສັດຄືນໃໝ່ເຊິ່ງມີການຫລຸດຄ່າໃຊ້ຈ່າຍໄດ້ຫລາຍກວ່າ 50 ລ້ານ​​ໂດລາສະຫະລັດໃນທົ່ວກຸ່ມບໍລິສັດແພນອອສ໌ເຊິ່ງໄດ້ສ້າງວຽກເຮັດງານທຳຫລາຍໆຕຳແໜ່ ຢູ່ໂຮງງານພູຄຳແລະໂຮງງານບ້ານຫ້ວຍຊາຍ ປັດຈຸບັນ ອັດຕາສ່ວນ ພະນັກງານລາວ ກວມເອົາ 90% ຈາກຈຳນວນພະນັກງານທັງໝົດເກືອບ 3.400 ຄົນ.
     ບໍລິສັດ ພູເບ້ຍ ມາຍນິງ ຈະສືບຕໍ່ລົງທຶນຢ່າງຫລວງຫລາຍເຂົ້າໃນການຝຶກອົບຮົມແລະ ການພັດທະນາບຸກຄະລາກອນ, ​ໂດຍສະເພາະໃນຂົງເຂດຄວາມປອດໄພ, ການຝຶກອົບຮົມດ້ານການຄ້າ. ບໍລິສັດ ຈະຍັງສືບຕໍ່ຮ່ວມມືກັບໂຮງຮຽນເຕັກນິກ ລາວ-​ເຢຍລະມັນແລະ ພາກສ່ວນເອກະຊົນອື່ນໆ.

No comments:

Post a Comment