Ad

Ad

20 May 2015

ໂຕ​ໂຍຕາ ຈັບ​ສະຫລາກ​ມອບ​​ໂຊກ​ຫລາຍ​ກວ່າ 2 ພັນ​ລ້ານ​ກີບ ສະຫລອງ​ຍອດ​ຂາຍ 5 ລ້ານ​ຄັນ​ທົ່ວ​ໂລກ



     ໃນວັນທີ 19 ພຶດສະພານີ້, ບໍລິສັດໂຕໂຍຕາ ມໍເຕີ້ ປະເທດໄທ ຈຳກັດ, ​ໄດ້ຈັດງານຈັບສະຫລາກມອບໂຊກໃຫ້ລູກຄ້າ ຂຶ້ນຢູ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ​ໂດຍການເຂົ້າຮ່ວມຂອງທ່ານ ວິຊຽນເອມປະເສີດສຸກ ປະທານບໍລິຫານຝ່າຍການເງິນ ສາຍງານຍ່ອຍເຂດພູມີພາກແມ່ນ້ຳຂອງແລະ ທ່ານ ປະກອນ ວົງວິທະຍາພິລົມ ປະ ທານຝ່າຍປະຕິບັດການ ສາຍງານຍ່ອຍເຂດພູມີພາກແມ່ນ້ຳ ຂອງຂອງບໍລິສັດດັ່ງກ່າວ, ພ້ອມດ້ວຍສື່ມວນຊົນຂະແໜງການຕ່າງໆເຂົ້າຮ່ວມນຳດ້ວຍ.
     ໃນໂອກາດສະຫລອງແຊ໊ມ ລົດກະບະຍອດນິຍົມອັນດັບໜຶ່ງໃນໃຈຄົນລາວແລະ ທົ່ວໂລກ, ​​ເຊິ່ງລົດກະບະ ວີໂກ້ເປັນລົດທີ່ປະຢັດນໍ້າມັນທີ່ສຸດຜ່ານການພິສູດດ້ວຍຍອດຂາຍ 5 ລ້ານຄັນທົ່ວໂລກ, ​ໂດຍງານນີ້ ບໍລິສັດໄດ້ຈັດງານຈັບສະຫລາກມອບໂຊກເພື່ອຄືນກຳໄລໃຫ້ລູກຄ້າທີ່ຊື້ລົດກະບະໄຮລັກວີໂກ້ແຊ໊ມໃນລະຫວ່າງວັນທີ 1 ມີນາ-30 ​ເມສານີ້, ​ໂດຍຜ່ານ
ກິດຈະກຳສະຫລອງຍອດຂາຍ 5 ລ້ານຄັນທົ່ວໂລກ ວີໂກ້ ແຈກຄຳທຸກມື້ພ້ອມລຸ້ນລາງ ວັນ​​ໃຫຍ່ຊັ້ນທີ 2 ອີກຈຳນວນ 111 ລາງວັນລວມມູນຄ່າຫລາຍກວ່າ 2 ພັນລ້ານກີບ, ລາງວັນທີ 1 ​ແມ່ນໄດ້ຮັບລົດໂຕໂຍຕາໄຮລັກວີໂກ້ ພີລັນເນີ 4 ປະຕູ ຈຳນວນ 3 ຄັນ, ​​ເຊິ່ງຜູ້​​ໂຊກດີທີ່ໄດ້ຮັບລາງວັນທີ 1 ​ແມ່ນບໍລິສັດ ລາວ​​ເຕັກ​ໂນ​ໂລ​ຊີ, ບໍລິສັດ​ ​ແກ້ວໂອໂຕກລຸບ, ທ້າວໂວນິດາ, ຢູ່ແຂວງບໍລິຄຳໄຊ, ລາງວັນທີ 2 ສາຍຄໍຄຳໜັກ 10 ບາດ ຈຳ ນວນ 10 ລາງວັນ, ລາງວັນທີ 3 ສາຍຄໍຄຳໜັກ 5 ບາດ ຈຳນວນ 20 ລາງວັນແລະ ລາງວັນທີ 4 ສາຍຄໍຄຳໜັກ 1 ບາດ ຈຳນວນ 78 ລາງວັນ, ພ້ອມນີ້ ຍັງໄດ້ມີການຈັບລາງວັນຊຳຊຸງ ກາແລັກຊີໂນ 4 ຈຳນວນ 10 ລາງວັນໃຫ້ກັບລູກຄ້າທີ່ເຂົ້າມາເຊັກສະພາບລົດຟຣີ ທີ່ສູນໂຕໂຍຕາ 8 ​ແຫ່ງທົ່ວປະເທດ ລະຫວ່າງວັນທີ 16 ມີນາ-15 ພຶດສະ ພາຜ່ານມາ, ​ໂດຍຜ່ານໂຄງການ “​ໂຕໂຍຕາ ຫວ່ງ​​ໃຍໄປໃສໄປນຳກັນກິດຈະກຳດັ່ງກ່າວ ຈັດຂຶ້ນເພື່ອລົນນະລົງການຂັບຂີ່ປອດໄພໃນໄລຍະວັນຢຸດປີໃໝ່ລາວທີ່ຜ່ານມາ.
     ຂະນະດຽວກັນ ບໍລິສັດດັ່ງກ່າວ ຍັງໄດ້ນຳສະເໜີລົດກະບະໄຮລັກ ວີໂກ້ແຊ໊ມ ສາຍພັນສະປອດໃໝ່ (Hiluk Vigo Champ TRD Sportivo Limited) ພາຍໃຕ້ຮູບແບບທີ່ທັນສະໄໝເອົາໃຈຜູ້ທີ່ມັກລົດ​​ສະປອດ, ​ ຊຶ່ງເປັນລົດກະບະຍອດນິຍົມອັນດັບໜຶ່ງ ​ ​ແລະ ປະຢັດນ້ຳມັນ, ພິເສດ ລົດກະບະສາຍພັນສະປອດໃໝ່ນີ້ ຜະລິດຂຶ້ນ​​ໃນຈຳ ນວນຈຳກັດພຽງ 111 ຄັນເທົ່ານັ້ນ, ປະກອບມີ 2 ປະເພດຄື: ​ເຄື່ອງຈັກ 3.0 ​ເກຍທຳມະດາແລະເຄື່ອງຈັກ 3.0 ​ເກໂອໂຕມາຕິກເພື່ອເອົາໃຈຄົນທີ່ຮັກການແຕ່ງລົດ​​ແບບສະປອດທີ່ໂດດເດັ່ນບໍ່ຊ້ຳໃຜ.


No comments:

Post a Comment