Ad

Ad

19 May 2015

ສາມາດ​ຄວບ​ຄຸມໄດ້ແລ້ວການລະບາດພະຍາດສັດເມືອງນາຊາຍທອງ



     ຕາມ​ການ​ໃຫ້​ສຳພາດຂອງຫົວໜ້າໜ່ວຍງານລ້ຽງສັດ ແລະ ການປະມົງເມືອງ ນາຊາຍ ທອງຕໍ່ນັກຂ່າວພວກເຮົາ ​ໃນ​ວັນ​ທີ 18 ພຶດສະພານີ້​ວ່າ: ພາຍຫລັງ​ທີ່​ມີ​ການລະບາດ ພະຍາດ​ສັດ​ (ປາກ​ເປື່ອຍ​ລົງ​ເລັບ) ຢູ່ 2 ບ້ານ​ຂອງເມືອງ ນາຊາຍ ທອງ ນະຄອນລວງວຽງ ຈັນມາ​ແຕ່​ວັນທີ 20 ເມສາຜ່ານມາ, ​ທາງ​ໜ່ວຍງານລ້ຽງສັດ ແລະ ການປະມົງຂອງຕົນກໍ​ໄດ້​ສົມທັບກັບ ພະແນກລ້ຽງສັດ ແລະ ການປະມົງ ນະຄອນຫຼວງ ແລະ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ, ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງ ເພື່ອ​ລົງ​ຊ່ວຍ​ປິ່ນ ປົວສັດທີ່ຕິດເຊື້ອພະຍາດ, ພ້ອມ​ທັງ​ສະໜອງ​ຢາ​ປິ່ນປົວ​ ແລະ ແນະນຳ​ວິທີ​ການ​ຮັກສາ​ສຸຂະພາບ​ສັດ​​, ​ແຍກ​ສັດ​ທີ່​ຕິດ​ເຊື້ອ​ອອກ​ຈາກ​ຝູງ, ຫ້າມ​ບໍ່​ໃຫ້​ປະຊາຊົນ​​ເຄື່ອນຍ້າຍສັດ,​ ເພື່ອ​ບໍ່​ໃຫ້​ພະຍາດ​ແຜ່​ລະບາດ​ໄປ​ສູ່​ເຂດ​ອື່ນ​ ແລະ ມາ​ຮອດ​ປັດຈຸບັນ ​
ສາມາດ​ຄວບ​ຄຸມ​ການລະບາດ​ຂອງ​ພະຍາດ​ດັ່ງກ່າວ​ຄັ້ງນີ້​ໃຫ້​ກັບ​ມາ​ຢູ່​ໃນ​ເກນ​ປົກກະຕິ​ແລ້ວ, ສັດທີ່ຕິດເຊື້ອໄດ້ຮັບການປິ່ນ ປົວຫາຍດີທັງໝົດ, ສ່ວນ​ສາ​ເຫດ​ຂອງ​ການ​ກໍ່​ໃຫ້​ເກີດ​ພະຍາດ​ສັດ​ລະບາດ​ຄັ້ງນີ້​ແມ່ນ​ຍ້ອນ​ການເຄື່ອນຍ້າຍສັດທີ່ເປັນພະ ຍາດຈາກເຂດ ອື່ນມາຜ່ານເຂດນີ້.
     ຫົວໜ້າໜ່ວຍງານລ້ຽງສັດ ແລະ ການປະມົງເມືອງນາຊາຍທອງ ​ໃຫ້​ຮູ້​ອີກ​ວ່າ: ການລະບາດ​ຂອງ​ພະຍາດ​ສັດ​​​ຄັ້ງນີ້​ເຮັດ​ໃຫ້​ງົວ-ຄວາຍ​ຂອງ​ປະຊາຊົນ​ຕິດເຊື້ອພະຍາດ 100 ກວ່າໂຕ, ບໍ່ມີສັດຕາຍ, ໃນນັ້ນມີງົວ 70 ກວ່າໂຕ, ຄວາຍ 20 ກວ່າໂຕ, ເຖິງຢ່າງໃດກໍຕາມເພື່ອ​​ເປັນ​ການ​ເຝົ້າລະວັງ ​ແລະ ​ປ້ອງ​ກັນ​ພະຍາດ​ດັ່ງກ່າວ​ບໍ່​ໃຫ້​ເກີດ​ຂຶ້ນອີກ ທາງຫົວໜ້າ ຫນ່ວຍງານລ້ຽງສັດ ແລະ ການປະມົງເມືອງນາຊາຍທອງ​ກໍ​ໄດ້​ຕິດຕາມ​ເຝົ້າລະວັງ​ສັດລ້ຽງ​ຂອງ​ປະຊາຊົນ​ຢູ່ບ້ານທີ່ມີ ການລະບາດ ແລະ ບ້ານໃກ້ ຄຽງຮ່ວມກັບເຂົາເຈົ້າ, ​ເພື່ອ​ສາມາດ​ຕອບ​ໂຕ້​​ໄດ້​ທັນ​ຫາກ​ມີ​ການລະບາດ​ຂອງ​ພະຍາດ​ສັດ​ເກີດຂຶ້ນເມືອງນາຊາຍທອງ ເກີດການລະບາດຂອງພະ ຍາດສັດ (ປາກເປື່ອຍລົງເລັບ) ຄັ້ງຫຼ້າສຸດແມ່ນປີ 2008.

No comments:

Post a Comment