Ad

Ad

26 May 2015

ເກີດ​ໄຟ​ໄໝ້​ເຮືອນ​ປະຊາຊົນ ບ້ານ​ໂພນ​ຕ້ອງ​ສະຫວາດ ຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ



     ໃນເວລາປະມານ 19:40 ​ໂມງຂອງວັນທີ 24 ພຶດສະພາຜ່ານມາ, ​ໄດ້ເກີດເຫດໄຟໄໝ້ເຮືອນຫລັງໜຶ່ງຢູ່ບ້ານໂພນຕ້ອງສະຫວາດ ໜ່ວຍ 38  ເມືອງຈັນທະບູລີ ​​ເປັນເຮືອນກໍ່ 2 ຊັ້ນ ​​​ຍ້ອນໄຟຟ້າລັດວົງຈອນ ຈາກພັດລົມແຂວນຝາແລ້ວເຮັດໃຫ້ໄຟລຸກໄໝ້ລາມໄປໃສ່ລົດຈັກ ​1 ຄັນແລະເຄື່ອງໃຊ້ພາຍໃນເຮືອນຈຳນວນໜຶ່ງ ຊຶ່ງເຈົ້າໜ້າທີ່ໄດ້ໃຊ້ລົດນ້ຳ​ 1 ຄັນ​​ເຂົ້າສະກັດກັ້ນໄຟບໍ່ໃຫ້ລຸກລາມໄປບໍລິເວນກວ້າງ, ​ໂດຍໃຊ້ເວລາປະມານ 30 ນາທີ ຈຶ່ງສາມາດ​​ດັບມອດໄຟດັ່ງກ່າວໄດ້. ​ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບແລະເສຍຊີວິດຈາກເຫດໄຟໄໝ້ຄັ້ງນີ້. ​ແຕ່​​ເຖິງຢ່າງໃດເຈົ້າໜ້າທີ່ ກໍໄດ້ເຕືອນໃຫ້ປະຊາຊົນມີສະຕິລະວັງຕົວໃນການຊົມໃຊ້ຟືນໄຟໃນຄົວເຮືອນ ຖ້າເຫັນວ່າລະບົບໄຟຟ້າ ແລະ ເຄື່ອງໃຊ້ໄຟຟ້າ ມີສະພາບເປ່ເພ, ຊຸດໂຊມ, ເກົ່າແກ່ ຕ້ອງຮີບຮ້ອນປົວແປງ, ປ່ຽນຖ່າຍໃຫ້ຮັບປະກັນຕາມມາດຕະຖານເຕັກນິກ,  ການໄຕ້ທູບ ທຽນບູຊາ ກໍຕ້ອງຮັບປະກັນຄວາມປອດໄພເພາະໄລຍະນີ້ ມີສະພາບອາກາດຮ້ອນແຮງອາດເຮັດໃຫ້ເກີດອັກຄີໄພໄດ້ງ່າຍ.

No comments:

Post a Comment