Ad

Ad

14 May 2015

ເຜີຍ​ແຜ່​ດຳລັດ​ວ່າ​ດ້ວຍ​ສິລະ​ປະການ​ສະ​ແດງ



     ໃນຕອນເຊົ້າວັນທີ 13 ພຶດສະພານີ້, ກະຊວງຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວໄດ້ຈັດຕັ້ງການເຜີຍແຜ່ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍສິລະປະການສະແດງ, ຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນ ຫລວງວຽງຈັນ, ​ໂດຍການເຜີຍແຜ່ຂອງທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງດັ່ງກ່າວ, ມີບັນດາຄະນະນຳອ້ອມຂ້າງກະຊວງ​ ​ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
     ດຳລັດວ່າດ້ວຍສິລະປະການສະແດງ ສະບັບເລກທີ 08/ລບ ລົງວັນທີ 14 ມັງກອນ 2015, ​ລົງນາມ​​ໂດຍທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ລວມມີ 13 ໝວດ, 46 ມາດຕາ, ຊຶ່ງດຳລັດສະບັບນີ້ໄດ້ສ່ອງ​​ແສງໃຫ້ເຫັນເຖິງການກຳນົດຫລັກການ, ລະບຽບການແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາວຽກງານສິລະປະການສະແດງເພື່ອຮັບປະກັນສິດແລະພັນທະຂອງບຸກຄົນ, ນິຕິບຸກຄົນແລະ ການຈັດຕັ້ງໃນການດຳເນີນກິດຈະການກ່ຽວກັບສິລະປະການສະແດງໃຫ້ມີລັກສະນະ
ຊາດ​, ກ້າວໜ້າແລະ ມະຫາຊົນແນໃສ່ສົ່ງເສີມສິດເປັນເຈົ້າປະຊາຊົນໃຫ້ມີສ່ວນຮ່ວໃນການຟື້ນຟູ, ອະນຸລັກ, ພັດທະນາແລະ ຊົມໃຊ້ສິລະປະວັດທະນະທຳ, ​ເຜີຍ​​ແຜ່ແນວທາງນະໂຍບາຍ, ລະບຽບ, ກົດໝາຍ, ສະກັດກັ້ນປາກົດການຫຍໍ້ທໍ້ທາງດ້ານສິລະປະວັດທະນະທຳ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ, ພັດທະນາປະເທດຊາດແລະ ສາມາດເຊື່ອມໂຍງກັບພາກພື້ນແລະສາກົນ. ສຳລັບເນື້ອໃນສິລະປະການສະແດງແມ່ນການເຄື່ອນໄຫວທີ່ນຳເອົາຜົນງານ, ຜະລິດຕະພັນດ້ານວັດທະນະທຳ ອອກສະແດງສູ່ມວນຊົນດ້ວຍການຮ້ອງເພງ, ຂັບ, ລຳ, ຟ້ອນ, ດົນຕີ, ກາຍະສິນ, ລະຄອນປະເພດຕ່າງໆແລະ ສິລະປະການສະແດງອື່ນໆ ໂດຍນຳໃຊ້ເຕັກນິກ, ​ແສງ, ສີ​, ສຽງປະກອບໃນເວທີ.
     ເຖິງຢ່າງໃດກໍດີເພື່ອເຮັດໃຫ້ການຄຸ້ມຄອງວຽກງານສິລະປະການສະແດງໄດ້ຮັບການສົ່ງເສີມ ຢ່າງຖືກຕ້ອງກັບວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດຢູ່ໃນດຳລັດສະບັບນີ້ ຍັງໄດ້ວາງມາດຕະການແລະ ຂໍ້ຫ້າມທີ່ສຳຄັນຕໍ່ກັບວຽກງານຄຸ້ມຄອງເປັນຕົ້ນໃນໝວດທີ 8 ​ແລະ ມາດຕາ​ 30 ​ໄດ້ຫ້າມບຸກຄົນ, ນິຕິບຸກຄົນແລະ ການຈັດຕັ້ງປະຕິບັດພຶດຕິກຳທີ່ຝືນກັບລະບຽບການຕ່າງເປັນຕົ້ນ ຫ້າມນຳເອົາສິລະປະການສະແດງເປັນເຄື່ອງມື​​ໃນການເຄື່ອນໄຫວໂຄສະນາບິດເບືອນ, ​ໃສ່ຮ້າຍປ້າຍສີ, ຍຸແຍ່​​ແບ່ງແຍກຄວາມສາມັກຄີປອງດອງລະຫວ່າງບັນດາເຜົ່າ, ສາສະໜາກໍຄືນໂຍບາຍຂອງພັກ, ກົດໝາຍຂອງລັດແລະ ມ້າງ​​​ເພທຳລາຍມູນເຊື້ອສິລະປະວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າ; ຫ້າມນຳເອົາສິລະປະການສະແດງທີ່ເປັນພິດໄພ, ​ເຊື່ອມຊາມ, ລາມົກອະນາຈານ ທັງຍຸຍົງສົ່ງເສີມເບື່ອເມົາກໍ່ໃຫ້ເກີດຄວາມຮຸນແຮງ, ອາຊະຍາກຳ, ສິ່ງເສບຕິດ, ການພະນັນ, ການເຊື່ອຖືງົມງວາຍແລະ ສິ່ງຫຍໍ້ທໍ້ອື່ນໆມາຈັດຕັ້ງເຜີຍແຜ່ໃນລາວແລະ ຂໍ້ຫ້າມອື່ນໆທີ່ບໍ່ຖືກຕ້ອງກັບດຳລັດສະບັບນີ້.

No comments:

Post a Comment