Ad

Ad

15 May 2015

ອຸຕຸ​ເຕືອນ ຕົ້ນ​ອາທິດ​ໜ້າອາດ​ມີ​ຝົນຕົກ ​ແລະ ລົມ​ແຮງ​ຢູ່​ຫລາຍ​ທ້ອງ​ຖິ່ນ



     ກົມອຸຕຸນິຍົມແລະ ອຸທົກກະສາໃຫ້ຮູ້ວ່າ: ​ນັບແຕ່ວັນທີ 13-15 ພຶດສະພານີ້, ບໍລິເວນຄວາມກົດດັນຕ່ຳຂອງອາກາດຮ້ອນຍັງຈະມີກຳລັງປານກາງສືບຕໍ່ແຜ່ປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ​ເຮັດໃຫ້ອຸນຫະພູມອາກາດຮ້ອນຢູ່ແຕ່ລະພາກຕື່ມອີກແລະ ຈະມີຝົນຕົກຟ້າຄະນອງກະຈາຍ​, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກເປັນບາງໂອກາດ. ຈາກນັ້ນ ນັບແຕ່ວັນທີ 16-19 ພຶດສະພາ, ບໍລິເວນຄວາມກົດດັນຈະມີກຳລັງອ່ອນລົງເລັກຫນ້ອຍປົກຄຸມຢູ່ທົ່ວທຸກພາກຂອງລາວ, ກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງເຮັດໃຫ້ມີຝົນຕົກຟ້າຄະນອງກະຈາຍຫລາຍຂຶ້ນຢູ່ແຕ່ລະພາກ, ນັບທັງນະຄອນຫລວງວຽງຈັນ.

     ສະພາບອາກາດໃນໄລຍະນີ້ ຍັງຈະຮ້ອນ​​ເອົ້າໃນຕອນກາງເວັນ, ຈາກນັ້ນທ້າຍອາທິດນີ້ຫາຕົ້ນອາທິດໜ້າ ສະພາບອາກາດໂດຍທົ່ວໄປຈະເຢັນລົງເລັກຫນ້ອຍ. ສໍາລັບສະພາບຝົນນັບແຕ່ວັນທີ 13-15 ພຶດສະພານີ້, ຈະມີ ຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງຫາພາກໃຕ້. ຈາກນັ້ນ ນັບ​​ແຕ່ວັນທີ 16-19 ພຶດສະພາ, ຈະມີຝົນຕົກຟ້າຄະນອງຫລາຍຂຶ້ນໃນແຕ່ລະພາກ, ພ້ອມມີລົມພັດແຮງເປັນບາງໂອກາດ.
     ແຈ້ງເຕືອນ: ​​ໃນ​​ໄລຍະນີ້, ບໍລິເວນຄວາມກົດດັນຕ່ຳຂອງອາກາດຮ້ອນຍັງມີກຳລັງປານກາງປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນຕົກ-ເວັນຕົກສ່ຽງໃຕ້ພັດປົກຄຸມແລະໃນຕົ້ນອາທິດໜ້າຈະມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງເກີດຂຶ້ນຢູ່ຫລາຍທ້ອງຖິ່ນໃນແຕ່ລະພາກ, ດັ່ງນັ້ນ ກົມອຸຕຸນິຍົມແລະ ອຸທົກກະສາ ຈຶ່ງແຈ້ເຕືອນເຖິງປະຊາຊົນທຸກຊັ້ນຄົນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຄະອນອງ, ລົມພັແຮງໃນໄລຍະນີ້ແລະໃຫ້ຕິດຕາມຂ່າວພະຍາກອນອາກາດເປັນປະຈຳ.

No comments:

Post a Comment