Ad

Ad

17 June 2015

ເຕົາປະຢັດສາມາດຊ່ວຍຫຸດຜ່ອນການປ່ອຍອາຍແກັດເຮືອນແກ້ວ



ທູຕານຸທູດບັນດາ​ປະ​ເທດເອີຣົບປະຈຳ​ລາວ ເຊິ່ງປະກອບມີທ່ານທູດຝຣັ່ງ ອິວ ກາກໂມນາ, ທ່ານທູດເຢັຍລະມັນ ໄມເຄີນ ກຣາວ, ທ່ານ ທູດອັງກິດເດວິດຮັກ ອີວານ ແລະທ່ານ ມີແຊນໂກແຟງ ຫົວໜ້າສຳນັກງານຜູ້ຕາງໜ້າສະ ຫະພາບເອີ ຣົບປະຈຳລາວ ໄດ້ເຄື່ອນໄຫວຍ້ຽມຍາມໂຄງການເຕົາປະຢັດ ເຊິ່ງເປັນສ່ວນໜຶ່ງ ຂອງກິດຈະກຳສະເຫຼີມສະຫຼອງສັບປະດາເອີຣົບ ເພື່ອປູກຈິດສຳນຶກກ່ຽວ ກັບການປ່ຽນແປງດິນຟ້າອາກາດ. ໂຄງການເຕົາປະຢັດທີ່ມີມູນຄ່າ 2,3ລ້ານເ ອີໂລໄດ້ຮັບທຶນຈາກສະຫະພາບເອີຣົບພາຍໃຕ້ກອບແຜນງານ EU Switch Asia Programmeແມ່ນໂຄງການຮ່ວມມືແລະປະສານສົມທົບລະຫວ່າງອົງການ Oxfam, ອົງການພັດທະນາປະເທດໂຮນລັງ SNV ແລະ ສະມາຄົມບໍ່ຫວັງ ຜົນກຳໄລໜໍ່ໄມ້ຂອງລາວ ໂດຍມີການປະສານສົມທົບຢ່າງ​ໃກ້ຊິດກັບລັດຖະບານ ໂດຍສະເພາະແມ່ນກະຊວງວິທະຍາສາດແລະ ເຕັກໂນໂລຊີ ແລະ ກະຊວງພະລັງານແລະບໍ່ແຮ່ ຊຶ່ງມີຈຸດປະສົງປະກອບ ສ່ວນຫຼຸດຜ່ອນຄວາມທຸກຍາກໃນ ສປປລາວ ໂດຍຜ່ານການພັດທະນາການນຳໃຊ້ ແລະ ການຜະລິດເຕົາປະຢັດທີ່ນຳ ໃຊ້ພະລັງງານຢ່າງມີປະສິດທິພາບແບບຍືນຍົງ, ເຊິ່ງຈະຊ່ວຍຫຼຸດຜ່ອນປະ ລິມານການນຳໃຊ້ຟືນແລະຖ່ານ ແລະ ການປ່ອຍອາຍແກັດເຮືອນແກ້ວຂຶ້ນສູ່ຊັ້ນບັນຍາກາດ.ໂຄງການດັ່ງກ່າວຍັງ​ຈະ​ຊ່ວຍສ້າງພາກທຸລະກິດຂະໜາດກາງແລະນ້ອຍ SME ຈຳນວນ 15 ພາກສ່ວນໃຫ້ຫັນມາເປັນຄູ່ຮ່ວມເພື່ອຜະລິດ ແລະ ຈຳໜ່າຍ ເຕົາປະຢັດໃຫ້ໄດ້ 100,000 ໜ່ວຍ ໃນຂອບເຂດທົ່ວປະເທດແບບຍືນຍົງ, ສ້າງເຄືອຂ່າຍຊາວຄ້າຂາຍຍ່ອຍໃຫ້ໄດ້ 150 ຫົວໜ່ວຍ ເພື່ອປະກອບສ່ວນເຂົ້າ ໃນການສົ່ງເສີມແລະການບໍລິໂພກເຕົາປະຢັດໃຫ້ປະສົບຜົນສຳເລດ ແລະ ນອກນີ້ຍັງຈະຊ່ວຍພັດທະນາສະພາບ ແວດລ້ອມທາງທຸລະກິດທີ່ເອື້ອອຳນວຍໃຫ້ກັບທຸກໆພາກສ່ວນໃນຂະບວນການຜະລິດແລະທຸລະກິດຄ້າຂາຍເຕົາປະຢັດ.ໃນໄລຍະຢ້ຽມຢາມ, ບັນດາທູຕານຸທູດຍັງໄດ້ຮັບຟັງການລາຍງານຜົນຂອງໂຄງການຕັ້ງແຕ່ປີ2013 ເປັນຕົ້ນມາ, ຢ້ຽມຊົມຫ້ອງທົດລອງປະສິດ ພາບຂອງເຕົາປະຢັດ, ພົບປະກັບຜູ້ຜະລິດເຕົາແລະຊາວຄ້າຂາຍເຕົາປະຍັດຂອງໂຄງການຕາມທ້ອງຕະຫຼາດ ໃນນະຄອນຫຼວງວຽງຈັນນຳ​ອີກ.ການຊ່ວຍເຫຼືອເຂົ້າໃນການປັບໂຕໃຫ້ແທດເໝາະກັບການປ່ຽນແປງດິນຟ້າອາກາດທີ່ຮ້າຍແຮງ ແມ່ນບູລິມະສິດອັນສຳຄັນຂອງສະຫະພາບເອີຣົບໃນປະເທດກຳລັງພັດທະນາ. ແຕ່ເຖິງຢ່າງໃດກໍດີເອີຣົບພວມເຮັດວຽກຢ່າງໜັກນ່ວງເພື່ອຫຼຸດຜ່ອນການປ່ອຍອາຍແກັດເຮືອນແກ້ວໃຫ້ໄດ້ຈຳນວນຫຼາຍ ໃນຂະນະດຽວກັນກໍໄດ້ຜັກດັນໃຫ້ປະເທດແລະພາກພື້ນອື່ນໆເຮັດໃຫ້ໄດ້ເຊັ່ນດຽວກັນ.ໂຄງການເຕົາປະຢັດແມ່ນໜຶ່ງໃນບັນດາໂຄງການປັບໂຕໃຫ້ແທດເໝາະກັບການປ່ຽນແປງດິນຟ້າອາກາດທີ່ພວມໄດ້ຮັບການຊ່ວຍເຫຼືອໂດຍສະຫະພາບເອີຣົບ ເຊິ່ງມີມູນຄ່າຫຼາຍກ່ວາ 8 ລ້ານເອີໂຣ ໂດຍມີການຮ່ວມມືກັບລັດຖະບານລາວ, ອົງການ Care, CIRAD, IUCN, MRC, Oxfam ແລະ SNV. ກິດຈະກຳເຫລົ່ານີ້ ມີເປົ້າໝາຍທີ່ຈະຍົກສູງນະໂຍບາຍແລະກອບນິຕິກຳກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ສົ່ງເສີມຮູບແບບການນຳໃຊ້ດິນໃຫ້ແທດເໜາະກັບອາກາດ ລວມທັງກິດຈະກຳສົ່ງເສີມການຜະລິດແລະການບໍລິໂພກແບບຍືນຍົງ. ນອກຈາກນີ້ ອີຢູຍັງໃຫ້ການສະໜັບສະໜຸນການວາງແຜນແລະການຈັດຕັ້ງປະຕິບັດການປັບໂຕໃຫ້ແທດເໜາະກັບການປ່ຽນແປງດິນຟ້າອາກາດໃນກຸ່ມປະເທດອ່າງແມ່ນ້ຳຂອງຕອນລຸ່ມ ໂດຍສະໜອງການຊ່ວຍເຫຼືອໂດຍກົງຜ່ານອົງການແມ່ນ້ຳຂອງນຳ​ອີກ.

No comments:

Post a Comment