Ad

Ad

17 June 2015

ຕະຫລາດຫລັກຊັບລາວຈະເຕີບໂຕຢ່າງກ້າວກະໂດດຫລັງເປີດປະຊາຄົມເສດຖະກິດອາຊຽນ



    ສາດສະດາຈານ ດຣ ເດດພູວັງ ມູລຣັຕ໌ ອະດີດປະທານຄະນະຜູ້ບໍລິຫານຕະຫລາດຫລັກຊັບ ລາວ(ຕລຊລ)ໄດ້ໃຫ້ສຳພາດນັກ ຂ່າວພວກເຮົາໃນໂອກາດເຂົ້າຮ່ວມກອງປະຊຸມສຳມະນາຫົວຂໍ້ສປປ ລາວໂອກາດແຫ່ງການກ້າວກະໂດດເມື່ອວັນທີ 15 ມິຖຸນາຜ່ານມາທີ່ຕະຫລາດ ຫລັກຊັບ ລາວວ່າ: ປີນີ້ແມ່ນພໍດີຄົບຮອບ 5 ປີຂອງການສ້ງຕັ້ງຕະຫລາດຫລັກຊັບລາວ, ພາຍຫລັງລັດຖະບານ ໄດ້ຫລິງເຫັນຄວາມສຳຄັນຂອງການມີຕະຫລາດທຶນເພື່ອເປັນ ແຫລ່ງລະດົມທຶນໃໄລຍະຍາວເພື່ອ ການພັດທະນາເສດຖະກິດ-ສັງຄົມ ແລະ ກາຍເປັນແຫລ່ງລະດົມທຶນທີ່ມີມາດຕະຖານສາກົນຄື: ເພີ່ຜະລິດຕະພັນໃນ ຕລຊລ ໂດຍຕັ້ງເປົ້າໝາຍຮອດປີ 2020 ຈະໃຫ້ມີ 25 ບໍລິສັດເຂົ້າມາຈົດ ທະບຽນ, ໂດຍຜ່ານປັດໄຈສະໜັບສະໜູນຫລາຍດ້ານຄື: ປັດ​ໄຈອັນທຳອິດແມ່ນນະໂຍບາຍພາກ ລັດທີ່ຊຸກຍູ້ສົ່ງເສີມໃຫ້ບໍລິສັດຂອງຄົນລາວລະດົມທຶນຜ່ານຕະຫລາດຫລັກຊັບ, ພ້ອມທັງຊຸກດັນໃຫ້ລັດວິສາຫະກິດ ຂອງລາວຫັນເປັນມະຫາຊົນ, ເຊິ່ງປັດຈຸບັນເຫັນວ່າມີຫລາຍກວ່າ 30 ລັດວິສາຫະກິດແມ່ນມີຄວາມ ອາດສາມາດເຂົ້າຈົດທະ
ບຽນໃນຫລາດດັ່ງກ່າວ, ປັດໄຈອັນທີສອງແມ່ນການຂະຫຍາຍຕົວຂອງເສດຖະກິດລາວສະເລ່ຍໃນລະດັບ 7-8% ຕໍ່ປີ, ສະນັ້ນ ບັນດາບໍລິສັດຕ່າງໆລ້ວນແຕ່ມີຄວາມຈຳເປັນນຳໃຊ້ທຶນຫລວງຫລາຍເພື່ອຮອງຮັບການເຕີບໂຕດັ່ງກ່າວ ແລະ ປັດໄຈອັນທີສາມແມ່ນຄວາມຮັບຮູ້ເຂົ້າໃຈຂອງສັງຄົມຕໍ່ວຽກງານການລົງທຶນໄດ້ຄ່ອຍໆສູງຂຶ້ນ.
ທ່ານ ເດດພູວັງ ກ່າວວ່າ: ປັດຈຸບັນມີ 3 ບໍລິສັດທີ່ຈົດທະບຽນໃນຕະຫລາດຫລັກຊັບລາວແລ້ວຄື: ບໍລິສັດຜະລິດ ໄຟຟ້າລາວມະຫາຊົນ (EDL-GEN), ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL) ແລະ ບໍລິສັດ ລາວເວີນ ມະຫາຊົນ(LWBC) ແລະ ຄາດວ່າຈະມີບໍລິສັດອີກຈຳນວນໜຶ່ງພວມກະກຽມຈະເຂົ້າຈົດທະບຽນໃນໄວໆນີ້, ສະນັ້ນ ເພື່ອເພີ່ມຖານນັກລົງທຶນໃຫ້ຫລາຍຂຶ້ນໃນ ຕລຊລ ຕ້ອງໄດ້ມີການປັບປຸງບັນດານິຕິກຳ, ລະບຽບຫລັກການ ແລະ ລະບົບໃຫ້ສອດຄ່ອງກວ່າເກົ່າ, ໂດຍສະເພາະແມ່ນເລັ່ງໃສ່ການພັດທະນາລະບົບການຊື້-ຂາຍ ທີ່ອຳນວຍຄວາມສະດວກ ສະບາຍແກ່ນັກລົງທຶນເປັນຕົ້ນ: ຈັດຕັ້ງສູນຝາກຫລັກຊັບ, ປັບປຸງລະບົບການຊຳລະສະສາງເພື່ອໃຫ້ນັກລົງ ທຶນມີເວລາ ໃນການໜູນເງິນລົງທຶນ ແລະ ການບໍລິການບັນຊີເງິນໃຫ້ກູ້ຢືມເພື່ອຊື້ຫລັກຊັບເຫລົ່ານີ້ເປັນຕົ້ນ. ນອກຈາກນີ້, ຕລຊລ ຈະມີແຜນປັບເກນການສົ່ງຄຳສັ່ງຊື້-ຂາຍຮຸ້ນຂັ້ນຕ່ຳຈາກປັດຈຸບັນຄຳສັ່ງຊື້-ຂາຍຂັ້ນຕ່ຳ 1 ຮຸ້ນ ແລະ ອະນາຄົດ
ຈະປັບເປັນ 200 ຮຸ້ນ ເພື່ອເພີ່ມສະພາບຄ່ອງ ແລະ ສະທ້ອນລາຄາທີ່ແທ້ຈິງຕາມຄວາມຕ້ອງການຂອງຕະຫລາດ ລວມທັງປັບເກນການເຄື່ອນໄຫວຂອງລາຄາຮຸ້ນເພີ່ມຂຶ້ນລົງໄດ້ຊ່ວງລະ 50 ກີບໃຫ້ກາຍເປັນຊ່ວງລະ 100-200 ກີບ, ເຊິ່ງຈະຊ່ວຍເພີ່ມມູນຄ່າການຊື້-ຂາຍ ແລະ ຂະຫຍາຍຖານນັກລົງທຶນໃຫ້ ຕລຊລ ມີບັນຍາກາດຄືກຄື້ນໃນອະນາຄົດ.
ທ່ານ ເດດພູວັງ ກ່າວວ່າ: ຂ້າພະເຈົ້າເຊື່ອວ່າ ພາຍຫລັງເປີດປະຕູກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນ (AEC) ໃນທ້າຍປີ 2015 ນີ້, ຕະຫລາດຫລັກຊັບລາວຈະເຕີບໂຕຢ່າງກ້າວກະໂດດ ເນື່ອງຈາກບັນດາບໍລິສັດຕ່າງໆລວມທັງປະ ຊາຊົນລາວມີຄວາມຕື່ນຕົວໃນການລົງທຶນຫລາຍຂຶ້ນ, ສະນັ້ນ ສິ່ງສຳຄັນທີ່ສຸດແມ່ນທຸກຝ່າຍຕ້ອງໄດ້ກະກຽມຕົວ ແລະ ຄວາມພ້ອມໃຫ້ດີເພື່ອສ້າງຄວາມເຂັ້ມແຂງຮອບດ້ານໃຫ້ສາມາດແຂ່ງຂັນໃນເງື່ອນໄຂດັ່ງກ່າວໄດ້.

No comments:

Post a Comment