Ad

Ad

17 June 2015

ເຂດເສດຖະກິດ​ສະ​ເພາະ​ບຶງ​ທາດ​ຫລວງ​​​​ເປີດ​ໃຫ້​ຈັບຈອງ​ຫ້ອງ​ແລ້ວ



     ​​ເຂດ​​ເສດຖະກິດສະເພາະບຶງທາດຫລວງທີ່​ມີ​ຊື່ວ່າ:  ເມືອງ​​ໃນຝັນຂອງຄົນຍຸກໃໝ່ ໄດ້ເປີດຫ້ອງ​​ໃຫ້ສາມາດຈັບ ຈອງເປັນເຈົ້າຂອງ​​ແລ້ວ, ​ເຊິ່ງພິທີ​ທາງ​ການ​ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 15 ມິຖຸນານີ້, ຢູ່ນະຄອນຫລວງວຽງຈັນ​​​.
     ທ່ານ ຫວງ ກວາປິງ (Huang GuoPing) ປະທານສະພາບໍລິຫານເສດ ຖະກິດຂອງໂຄງການດັ່ງກ່າວມີຄຳເຫັນວ່າ:ໃນວັນທີ 28 ທັນວາ 2011 ລັດຖະ ບານລາວໄດ້ລົງນາມຮ່ວມມືກັບກຸ່ມບໍລິສັດ ອະສັງຫາລິມະຊັບ ຫວ່ານເຟີງ ຊຽງໄຮ ສປ ຈີນເພື່ອຮ່ວມກັນພັດທະນາເຂດເສດຖະກິດສະເພາະບຶງທາດຫລວງ​ ​​ໃຫ້ເປັນເມືອງໃໝ່ທີ່ທັນສະໄໝແລະ ນຳເອົາຄວາມອຸດົມຮັ່ງມີມາສູ່ປະຊາຊົນລາວ, ​ໂດຍສະເພາະການພັດທະນາເສດຖະກິດ​-ສັງຄົມຂອງລາວໃຫ້ຈະເລີນສີວິໄລຍິ່ງຂຶ້ນ​. ​ໂຄງການດັ່ງກ່າວມີເນື້ອທີ່ທັງໝົດ 365 ​ເຮັກຕາ, ​ໃນມູນຄ່າການລົງທຶນທັງໝົດ 5 ຕື້ໂດລາສະຫະລັດ, ຕັ້ງຢູ່ໃຈກາງເມືອງ ຂອງນະຄອນຫລວງວຽງຈັນ,
ມີສະພາບແວດລ້ອມທີ່ດີ, ມີໜອງນ້ຳໃຫຍ່ແລະ ການສັນຈອນໄປມາສະດວກສະບາຍ. ຊຶ່ງໄລຍະທຳອິດມີເນື້ອທີ່ທັງໝົດ 3 ​ແສນ​​ຕາແມັດ​, ​ໂດຍໄດ້ສ້າງ​​ໃຫ້ເປັນທີ່ຢູ່ອາ​​ໄສ ຫລືເຮືອນອາພາດເມັ້ນ ມີທັງໝົດ 300 ກວ່າຫ້ອງ, ​ແຕ່ລະຫ້ອງມີມາດຕະຖານສູງ, ​ຫລູຫລາ​, ງົດງາມແລະ ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າຢ່າງບໍ່ມີໂຄງການໃດໆມາກ່ອນ, ພ້ອມ​​ນີ້ ຍັງມີລາຄາ​​ຖືກທີ່ສຸດພຽງ 1.048 ​ໂດລາສະຫະລັດ/​ຕາແມັດ.
     ໂຄງການດັ່ງກ່າວ​ ​​ໃນໄລຍະຕໍ່ໄປຈະສ້າງໃຫ້ມີຮ້ານຊັບພະສິນຄ້າ, ສະຖາບັນການເງິນ, ການທະນາຄານ, ຕຶກຄອນໂດມິນ້ຽມ ທີ່ສາມາດນຳໃຊ້ເປັນຫ້ອງການຂອງອົງການຈັດຕັ້ງຕ່າງໆໄດ້, ພ້ອມທັງມີສະຖານທີ່ບັນເທີ, ຮ້ານອາຫານ-ຮ້ານກິນດື່ມ, ສະຖານທີ່ພັກຜ່ອນ​, ​ໂຮງແຮມລະດັບ 5 ດາວ, ​ໂຮງຮຽນນາໆຊາດແລະໂຮງໝໍລະດັບມາດຕະຖານສາກົນແລະ ມີສະຖານທີ່ວັດທະນະທຳເຊັ່ນ: ວັດວາອາຮາມແລະ ອື່ນເພື່ອ​​ໃຫ້ຄວາມສະດວກສະບາຍ​​ຕາມຄວາມຕ້ອງການໃນບ່ອນດຽວ.
     ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີ ປະຈຳຫ້ອງວ່າການລັດຖະບານ, ຮອງປະທານຜູ້ປະຈຳການຂອງຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງເຂດ​​ເສດຖະກິດພິເສດແລະສະເພາະ, ​ໄດ້ມີຄຳເຫັນເຖິງຄວາມສຳຄັນຂອງໂຄງການດັ່ງກ່າວວ່າ: ໂຄງການນີ້ ມີໄລຍະສຳປະທານຍາວເຖິງ 99 ປີ, ມີໃບຢັ້ງຢືນກຳມະສິດອອກໃຫ້ໂດຍລັດຖະບານລາວ, ​ໃນນັ້ນ ຄົນຕ່າງປະເທດມີສິດນຳໃຊ້ເຖິງ 99 ປີແລະ ຄົນລາວ​​ສາມາດນຳໃຊ້ຖາວອນ. ເມື່ອໂຄງການນີ້ ສຳເລັດຈະປະກອບ ສ່ວນສຳຄັນຕໍ່ການພັດທະນາເສດຖະກິດຂອງລາວ ແບບກ້າວກະໂດດ, ໂດຍສະເພາະນັກລົງທຶນຈາກຕ່າງປະເທດຈະຫັນເຂົ້າມາລົງທຶນໃນລາວຫລາຍຂຶ້ນຢ່າງແນ່ນອນ. ​ເນື່ອງຈາກວ່າສິດທິສຳລັບຄົນຕ່າງປເທດແມ່ນມີຢ່າງຫລວງຫລາຍ, ​ໂດຍສ​​ເພາະຊື້ຫ້ອງ​​ມູນຄ່າເກີນ 2 ​ແສນໂດລາສະຫະລັດຂຶ້ນໄປ, ຈະໄດ້ຮັບອະນຸຍາດພັກອາໄສໄລຍະຍາວ, ມີວີຊາເຂົ້າ-ອອກ​ ​ໃນໄລຍະ 5 ປີຂຶ້ນໄປ, ພ້ອມທັງມີນະ​​ໂຍບາຍພິເສດດ້ານພາສີ-ອາກອນແກ່ຜູ້ລົງທຶນອີກດ້ວຍ.

No comments:

Post a Comment