Ad

Ad

9 June 2015

ບໍລິສັດ ຮ່ວມພັດທະນາກະສິກຳ ຂາອອກ-ຂາເຂົ້າ ຈຳກັດ ( ຢູດີ ຟາມ) ແລະ ບໍລິສັດ KEI ZAN ຈຳກັດ ຕົກລົງ​ຮ່ວມ​ປູກ​ໄມ້ຕິ້ວຜະລິດ​ຖ່ານ​ຂາວ



          ທ້າຍອາທິດຜ່ານມານີ້, ບໍລິສັດ ຮ່ວມພັດທະນາກະສິກ ຂາ ອອກ-ຂາເຂ້າ ຈຳກັດ ຫຼື (ຢູດີ ຟາມ) ແລະ ບໍລິ ສັດ KEI ZAN ຈຳກັດ ຈາກຍີ່ປຸ່ນໄດ້ຕົກລົງຮ່ວມມືປູກໄມ້ຕິ້ວເປັນວັດຖຸດິບສຳລັບ ການຜະລິດຖ່ານຂາວແບບຍືນຍົງເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວໄດ້ມີຂຶ້ນທີ່ແຂວງວຽງຈັນ ລະຫວ່າງທ່ານ ນິດສະ ຫວັນຫຼວງໂຄດປຣະວົງວຽງຄຳ ປະທານ ບໍລິ ສັດ UD ຟາມ ແລະ ທ່ານ ເຄອີຈີ ອາຊາໂນະ ( KEIICHI ASANO) ປະທານບໍລິສັດ KEI ZAN ຈຳກັດໂດຍການເຂົ້າ ຮ່ວມ ຂອງທ່ານ ດຣ. ເພັດ ພົມພິພັກ ລັດຖະມົນຕີຊ່ວຍວ່າການ ກະຊວງ ກະສິກຳ ແລະ ປ່າໄມ້, ທ່ານ ນາງ ສິງຄຳ ຄົງທະປານ ຮອງເຈົ້າແຂວງ, ແຂວງວຽງຈັນ, ທ່ານ ເອກອັກຄະລັດສະທູດຍີ່ປຸນ ປະຈຳ ສປປ ລາວ, ທ່ານ  ເອກອັກຄະລັດສະທູດລາວ ປະຈຳຍີ່ປຸນ ເຂົ້າຮ່ວມນຳດ້ວຍ.

          ທ່ານ ນິດສະຫວັນໃຫ້ຮູ້ວ່າ: ບົດບັນທຶກດັ່ງກ່າວໄດ້ລະບຸວ່າ: ຝ່າຍ ບໍລິສັດ KEI ZAN ຈະເປັນຜູ້ສະໜອງດ້ານ ເຕັກນິກວິຊາການ, ທຶນຮອນອັນຈຳເປັນຈຳນວນໜຶ່ງໃຫ້ແກ່ບໍລິສັດ UD ຟາມ ແລະ ເຮັດໜ້າທີດ້ານການຕະຫຼາດ, ສ່ວນບໍ ລິສັດ UD ຟາມ ຈະເຮັດໜ້າທີ່ຈັດຫາເນື້ອທີ່ປູກຕົ້ນໄມ້ຕິ້ວຢູ່ຂອບເຂດແຂວງວຽງຈັນ ແລະ ເຂດອື່ນໆ, ຄາດວ່າ 5 ປີໄມ້ທີ່ ປູກຈະສາມາດຕັດນຳໄປຜະລິດເປັນຖ່ານຂາວ ເພື່ອສົ່ງໃຫ້ບໍລິສັດ KEI ZAN ໄດ້.
          ທ່ານ ເຄອີຈີ ກ່າວວ່າ: ປີນີ້ ແມ່ນຮົບຮອບ 60 ປີຂອງສາຍພົວພັນການທູດ ລາວ-ຍີ່ປຸ່ນແລະ  ຂ້າພະເຈົ້າຮູ້ສຶກຍິນດີ ທີ່ໄດ້ມີໂອກາດມາລົງທຶນຮ່ວມກັບບໍລິສັດ UD ຟາມ ເຊິ່ງເປັນ ບໍລິສັດທີ່ມີພື້ນທີ່ ແລະ ສິ່ງອຳນວຍຄວາມສະດວກໃນການ ປູກຕົ້ນໄມ້ຕິ້ວເພື່ອຜະລິດເປັນຖ່ານຂາວ, ສຳລັບ ບໍລິສັດ KEI ZAN ແມ່ນໄດ້ລິເລີ່ມການດຳເນີນທຸລະກິດໃນ ສປປ ລາວ ແລ້ວ ແລະ ຜ່ານມາກໍໄດ້ມີການສົ່ງອອກຖ່ານຂາວທີ່ເຮັດດ້ວຍໄມ້ ຕິ້ວປະມານ 700 ໂຕນ ໄປຍັງປະເທດຍີ່ປຸ່ນແລະ ກໍໄດ້ມີຄວາມນິຍົມສູງຈາກຜູ້ຊົມໃຊ້ໃນຍີ່ປຸ່ນແລະ ຫວັງວ່າການຮ່ວມມືດັ່ງກ່າວຈະມີຜົນສຳເລັດເປັນຢ່າງດີ.

No comments:

Post a Comment