Ad

Ad

31 July 2015

ມອບ-ຮັບ ​ແລະ ​ເປີດ​ນຳ​ໃຊ້​ໂຮງຮຽນ​ມັດທະຍົມ​ວຽງ​ພູ​ຄາໂດຍ​ການ​ຊ່ວຍ​ເຫລືອ​ຈາກ ສສ ຫວຽດນາມ



         ພິທີມອບ-ຮັບແລະເປີດນຳໃຊ້ໂຮງຮຽນມັດທະຍົມວຽງພູຄາໄດ້ມີຂຶ້ນໃນແລງວັນທີ 29 ກໍລະກົດນີ້ ຢູ່ທີ່ເມືອງວຽງພູຄາແຂວງຫລວງນ້ຳທາແລະ ນີ້ເປັນໂຮງຮຽນແຫ່ງທີສອງຂອງແຂວງຫລວງນ້ຳທາທີ່ໄດ້ຮັບທຶນຊ່ວຍເຫລືອລ້າຈາກລັດຖະບານຫວຽດນາມໃນມູນຄ່າເກືອບ 75 ຕື້ດົງ ສະກຸນເງິນຫວຽດນາມໂດຍມອບໃຫ້ແຂວງວິງຟຸກແລະ ຫລວງນ້ຳທາຮ່ວມກັນຈັດຕັ້ງປະຕິບັດ.
        ໂຮງຮຽນດັ່ງກ່າວປະກອບດ້ວຍອາຄານຮຽນສູງ 3 ຊັ້ນ, ມີ 40 ຫ້ອງຮຽນແລະ ຫ້ອງການຄູ 2 ຫ້ອງ, ອາ ຄານສຳລັບອຳນວຍການແລະ ຄູອາຈານສູງສອງຊັ້ນ ມີເນື້ອທີ່ນຳໃຊ້ຫລາຍກວ່າ 530 ຕາແມັດ, ອາຄານຫ້ອງສະໝຸດ ປະກອບດ້ວຍອຸປະກອນນຳໃຊ້ຄົບຊຸດໃນເນື້ອທີ່ນຳໃຊ້ 194 ຕາແມັດແລະ ສະໂມສອນໃຫຍ່ ມີເນື້ອທີ່ນຳໃຊ້ 585 ຕາແມັດ. ພ້ອມນັ້ນ ຍັງມີເຂດຫ້ອງນ້ຳລວມຂອງນັກຮຽນ, ​ເຮືອນສຳລັບຜູ້ປ້ອງກັນເວນຍາມແລະ ອຸປະກອນການສຶກສາຮ່ຳຮຽນຕ່າງໆຢ່າງຄົບຊຸດ.

          ສ່ວນເບື້ອງທຶນປະກອບສ່ວນຂອງລັດຖະບານລາວປະມານ 9 ຕື້ກວ່າດົງໄດ້ນຳໃຊ້ເຂົ້າໃນການຕິດຕັ້ງລະບົບໄຟຟ້າ, ນ້ຳປະປາ, ສ້າງກຳແພງ, ​ເດີ່ນບານແລະ ການປັບໜ້າດິນອື່ນໆອີກ​.
          ໃນພິທີ, ທ່ານ ຫງວຽນຈີຢຸງ ກຳມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງແຜນການແລະ ການລົງທຶນຫວຽດນາມ, ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວແລະ ທ່ານ ຄຳເຜີຍແກ້ວກິນມະນີ ຮອງປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຕ່າງກໍໄດ້ມີຄຳເຫັນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນການພົວພັນ, ຮ່ວມມືຊ່ວຍເຫລືອເຊິ່ງກັນແລະ ກັນລະຫວ່າງສອງປະເທດນັບມື້ໄດ້ຮັບການປັບປຸງກ້າວເຂົ້າສູ່ລວງເລິກແລະເສີມຂະຫຍາຍໄປສູ່ທົ່ວຂົງເຂດວຽກງານຢ່າງມີປະສິດທິຜົນ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ.
        ໃນໂອກາດດຽວກັນ, ທ່ານເພັດຖາວອນ ພິລາວັນເລຂາພັກແຂວງ, ​ເຈົ້າແຂວງຫລວງນ້ຳທາໄດ້ກ່າວສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ພັກ-ລັດຖະບານແລະ ປະຊາຊົນຫວຽດນາມເວົ້າລວມ, ​ເວົ້າສະເພາະກໍແມ່ນແຂວງວິງຟຸກ, ​ເຖິງວ່າສະພາບເສດຖະກິດມີຄວາມຫຍຸ້ງຍາກແຕ່ກໍໄດ້ພະຍາຍາມຊ່ວຍເຫລືອລາວ ບົນຈິດໃຈເຂົ້າເມັດຫັກ ຜັກເສັ້ນໜຶ່ງ ກໍບິແບ່ງກັນກິນແລະ ຕໍ່ການຊ່ວຍເຫລືອອັນລ້ຳຄ່ານີ້, ​ແຂວງຫລວງນ້ຳທາຈະເຮັດສຸດຄວາມສາມາດເພື່ອນຳໃຊ້ໃຫ້ມີຜົນແລະ ໝັ້ນຄົງຍາວນານ.

No comments:

Post a Comment