Ad

Ad

31 July 2015

ຊາວ​ພຸດ​ລາວ ຮ່ວມ​ໃສ່​ບາດ​ໃນ​ໂອກາດ​ບຸນເຂົ້າ​ພັນ​ສາ ພສ 2558



     ປະເພນີບຸນເຂົ້າພັນສາເປັນປະເພນີດັ່ງເດີມ ທີ່ເຄີຍປະຕິບັດສືບທອດກັນມາໄດ້ຫລາຍເຊັ່ນຄົນແລະໄດ້ຈັດຂຶ້ນເປັນປະຈຳທຸກໆປີ, ສຳລັບປີນີ້ ໄດ້ມີຂຶ້ນໃນເຊົ້າ ວັນທີ 30 ກໍລະກົດນີ້, ຊຶ່ງກົງກັບມື້ຂຶ້ນ 15 ຄໍ່າຂອງເດືອນ 8 ລາວ ບັນຍາ ກາດງານບຸນດັ່ງກ່າວ ກໍດໍາເນີນໄປຢ່າງຟົດຟື້ນ ເໝືອນດັ່ງທຸກປີຜ່ານມາ,ເຊິ່ງບັນດາພຸດທະສາສະນິກະຊົນອອກຕົນຍາດໂຍມ ຈາກສະຖານທີ່ຕ່າງໆໃນຂອບເຂດທົ່ວປະເທດໄດ້ພາກັນຫລັ່ງໄຫລໄປທຳບຸນສິນກິນທານດ້ວຍຈິດໃຈອັນຊື່ນບານຢູ່ວັດຕ່າງໆໃນຂອບ​​ເຂດບ້ານໃຜລາວ, ໂດຍໄດ້ນຳເອົາເຄື່ອງປັດໃຈໄຊຍະທານຂອງຕົນເປັນຕົ້ນຜ້ານ້ຳຝົນ, ທຽນພັນສາ, ຄຸສັງຄະທານແລະ ປັດໃຈອື່ນໆ ນຳ​​ໄປຖວາຍແດ່ພະສົງສຳມະເນນຕາມກຳລັງສັດທາຂອງໃຜລາວດ້ວຍຈິດໃຈອັນຜ່ອງໃສ,ເພື່ອລະນຶກເຖິງຄຸນພະຣັດຕະນະໄຕຣ ກໍຄື ຄຸນແກ້ວ 3 ປະການຄື: ຄຸນພະພຸດ, ​ພະທຳແລະ ພະສົງ ພ້ອມທັງອຸທິດສ່ວນບຸນ
ກຸສົນໄປເຖິງດວງວິນຍາຍຂອງບັນພະບູລຸດ, ຄຸນບິດາ, ມານດາ, ຄູບາ-​ອາຈານແລະ ບຸພະກາລີອື່ນໆ ທີ່ໄດ້ລ່ວງລັບໄປແລ້ວນັ້ນ ມາຮັບເອົາ​​ເຄື່ອງປັດໃຈດັ່ງກ່າວ, ພ້ອມກັນນີ້ອອກຕົນຍາດຍົມ ໄດ້ມີຈິດ​​ໃຈໃສສັດທາອຸໂປໂມທະນາທາງດ້ານວັດຖຸແລະເງິນເພື່ອປະກອບສ່ວນເຂົ້າໃນການອຸປະຖຳຄ້ຳຊູພະພຸດທະສາສາະໜາເປັນຕົ້ນແມ່ນການສ້າງກຸຕິ​, ສາລາໂຮງທຳເພື່ອເປັນການທະນຸບຳລຸງສືບຕໍ່ພຸດທະສາສະໜາຕໍ່ໄປ.
    ປະເພນີບຸນເຂົ້າພັນສາ ໄດ້ສືບທອດມາແຕ່ສະໄໝພຸດທະການ, ​ເຊິ່ງການເຂົ້າພັນສາ ຫລືເຂົ້າວັດສານີ້ແມ່ນເປັນຄຳຮ້ອງຂໍຂອງຊາວກະສິກອນໃນສະໄໝພຸດທະການທີ່ຕ້ອງການ​​ໃຫ້ພະສົງສາວົກຂອງພະສຳມາສຳພຸດທະເຈົ້າຢຸດທຽວສັນຈອນໄປມາໃນໄລຍະລະດູຝົນເນື່ອງຈາກ​​ວ່າເປັນລະດູທຳການຜະລິດຂອງຊາວກະສິກອນເຮັດໃຫ້ເຄື່ອງປູກແລະໄຮ່ນາຕາກ້າເກີດຄວາມເສຍຫາຍ. ​ເມື່ອພະສໍາມາສຳພຸດທະເຈົ້າຊົງຮັບຮູ້ດັ່ງນັ້ນແລ້ວ ພະອົງຈຶ່ງໄດ້ວາງຂໍ້ບັນຍັດອອກມາວ່າ: ຫ້າມບໍ່ໃຫ້ພະສົງສາວົກທຽວສັນຈອນໄປມາໃນໄລຍະລະດູຝົນໂດຍການໃຫ້ພະສົງສາວົກຢູ່ຈຳພັນສາເພື່ອບຳເພັນພຽນຈະເລີເມດຕາພາວະນາຢູ່ຕາມອາວາດ ຫລື ວັດວາ​​ຂອງໃຜລາວໃຫ້ຄົບໄຕຣມາດ (3 ​ເດືອນ), ນັບ​​ແຕ່ມື້ຂຶ້ນ 15 ຄ່ຳເດືອນ 8 ຈົນເຖິງມື້ຂຶ້ນ 15 ຄ່ຳເດືອນ 11 ​ເພັງ,ເຊິ່ງເປັນມື້ອອກພັນສາ ຫລື ອອກວັດສາ, ຖືເປັນອັນວ່າຄົບບໍລິ ບູນໃນໄລຍະຢູ່ຈຳພັນສານີ້ແມ່ນຫ້າມພະສົງເຄື່ອນຍ້າຍສັນຈອນໄປ-ມາ ຫລື ພັກແຮມຄ້າງຄືນຢູ່ວັດອື່ນ,ໃນຍາມວິການເວັ້ນເສຍແຕ່ກໍລະນີຈຳເປັນເຊັ່ນ: ການໄປຢ້ຽມຢາມພໍ່ແມ່ ຫລື ບຸພະກາລີໃນເວລາເຈັບ​​ໄຂ້ເປັນຕົ້ນ.​ ​ແຕ່ບໍ່ໃຫ້ເກີນ 7 ວັນ, ຖ້າຫາກພະສົງອົງໃດຢູ່ຈຳພັນສາບໍ່ຄົບໄຕມາດ ຖືວ່າພັນສາຂາດ ແລະ ຖືວ່າພະສົງອົງນັ້ນບໍ່ມີພັນສາເລີຍໃນປີນັ້ນ. ນັບແຕ່ນັ້ນເປັນຕົ້ນມາປະເພນີບຸນເຂົ້າພັນສາ ຫລື ບຸນເຂົ້າວັດສາກໍໄດ້ຮັບການສືບທອດກັນມາຈົນເຖິງປັດຈຸບັນນີ້.

No comments:

Post a Comment