Ad

Ad

31 July 2015

ສາທາ​ເຕືອນໃຫ້ລະວັງພະຍາດ​ໄຂ້​ເລືອດ​ອອກມັກລະບາດໃນໜ້າຝົນ



     ທ່ານ ດຣ ບຸນຫລາຍ ພົມມະສັກ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາລະນະສຸກໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 30 ກໍລະກົດນີ້ວ່າ: ພະຍາດທີ່ມັກເກີດຫລາຍໃນລະດູຝົນແມ່ນພະຍາດໄຂ້ເລືອດອອກ, ສະນັ້ນ ທຸກພາກສ່ວນຕ້ອງພ້ອມກັນເຝົ້າລະວັງບໍ່ໃຫ້ພະຍາດດັ່ງກ່າວມີການແຜ່ລະບາດ, ​ໂດຍໃຫ້ປະຕິບັດຕາມຫລັກການ 5 ຢ່າງເຂັ້ມງວດຄື ປິດພາຊະນະທຸກຊະນິດທີ່ບັນຈຸນ້ຳ, ປ່ອຍນ້ຳຂັງອອກຈາກພາຊະນະ, ຢາງຕີນລົດ, ກະໂປະ, ກະປ໋ອງແລະ ປ່ອຍປາຫາງນົກຍຸງໃນອ່າງ ຫລື ພາຊະນະທີ່ບໍ່ສາມາດປ່ຽນຖ່າຍນ້ຳໄດ້, ປ່ຽນຖ່າຍນ້ຳເປັນປະຈຳ, ປັບປຸງສະພາບແວດລ້ອມອ້ອມເຮືອນບ້ານບໍ່ໃຫ້ຮົກເຮື້ອແລະ ປະຕິບັດໃຫ້ເປັນປະຈຳຈຶ່ງຈະສາມາດກຳຈັດການແຜ່ລະບາດຂອງພະຍາດໄຂ້ຍຸງລາຍໄດ້.  
     ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ:​ ປັດຈຸບັນ, ຢູ່ປະເທດເຮົາພົບກໍລະນີຜູ້ເປັນພະຍາດໄຂ້ເລືອດອອກແລ້ວ 688 ກໍລະນີ,​ ແຕ່ຍັງບໍ່ມີຜູ້ເສຍຊີວິດ,​ ໃນນັ້ນແຂວງທີ່ມີຄົນເຈັບເປັນ​​ໄຂ້ເລືອດອອກຫລາຍກວ່າໝູ່ແມ່ນແຂວງອັດຕະປືມີ 339
ກໍລະນີ, ນອກຈາກນີ້,​ ກະຊວງສາທາລະນະສຸກແລະ ບັນດາແຂວງໆຕ່າງໆທີ່ມີກໍລະນີຜູ້ເປັນພະຍາດດັ່ງກ່າວກໍໄດ້ມີການເຝົ້າລະວັງພະຍາດດັ່ງກ່າວຢ່າງໃກ້ຊິດ,​ ໂດຍສົ່ງພະນັກງານສາທາລະສຸກໄປຈຳຢູ່ບ້ານ, ສຸກສາລາແລະໂຮງໝໍແຫ່ງຕ່າງໆ, ​ເພື່ອ​​ໂຄສະນາສຸຂະສຶກສາແກ່ປະຊາຊົນໃຫ້ເອົາໃຈໃສ່ປະຕິບັດຕາມຫລັກສຸຂະນາໄມເພື່ອເຮັດໃຫ້ຮ່າງກາຍແຂງແຮງ ແລະ ຫລີກເວັ້ນພະຍາດມາບຽດບຽນ.

No comments:

Post a Comment