Ad

Ad

31 July 2015

ລາວເປີດໂຄງການສັງລວມນິຕິກຳປ່າໄມ້



    ເມື່ອບໍ່ດົນມານີ້, ກະຊວງກະສິກຳ-ປ່າໄມ້ໄດ້ເປີດໂຄງການສັງລວມນິຕິກຳ ປ່າໄມ້, ທີ່ໄດ້ຮັບການສະໜັບສະໜູນໂດຍອົງການ FAO, SUFORD ແລະ GIZ.
      ທ່ານຫົວໜ້າກົມກວດກາປ່າໄມ້ ຄຳພຸດ ພັນດານຸວົງ ໃຫ້ຮູ້ວ່າ: ໃນໄລຍະ ຜ່ານມາ, ການຄຸ້ມຄອງວຽກງານປ່າໄມ້ຢູ່ປະເທດເຮົາແມ່ນມີນິຕິກຳ ແລະ ລະບຽບການທີ່ຫລາກຫລາຍ ຊຶ່ງໄດ້ກ້ຽວພັນກັບຫລາຍຂະແໜງການ, ຈຶ່ງເຮັດໃຫ້ ການປະຕິບັດລະບຽບການດັ່ງກ່າວຍັງບໍ່ສອດຄ່ອງ ແລະ ບໍ່ທັນເປັນເອກະພາບ ນັບທັງສູນກາງ ແລະ ທ້ອງຖິ່ນ, ສະນັ້ນການສັງລວມນິຕິກຳປ່າໄມ້ຈຶ່ງມີຄວາມສຳຄັນຫລາຍສຳລັບຂະແໜງປ່າໄມ້ເພື່ອ ປະກອບສ່ວນເຂົ້າໃນການຄຸ້ມຄອງປ່າໄມ້ແບບຍືນຍົງເຮັດໃຫ້ຕົວເລກຄາດໝາຍການປົກຫຸ້ມຂອງປ່າໄມ້ໃຫ້ບັນລຸ 70% ໃນປີ 2020 ປາກົດຜົນເປັນຈິງ.

 ໂຄງການດັ່ງກ່າວຈະທ້ອນໂຮມເອົາລະບຽບການຕ່າງໆລວມເຖິງລາຍງານການວິໄຈທາງດ້ານກອບກົດໝາຍປ່າໄມ້ທັງໝົດໃນການຄຸ້ມຄອງ ແລະ ນຳໃຊ້ຜະລິດຕະພັນໄມ້, ການພັດທະນາໂຄງລ່າງພື້ນຖານ, ການສຳປະທານ, ການຂົນສົ່ງ, ການປຸງແຕ່ງ ແລະ ການຄ້າຜະລິດຕະພັນໄມ້ເຄິ່ງສຳເລັດຮູບ ຫລື ໄມ້ທ່ອນ, ການຈັດປະເພດປ່າ, ການ ໝາຍເຂດແດນ,ການສຳຫລວດປ່າ, ການອະນຸມັດໂຄຕາ ແລະ ການຂຸດຄົ້ນຕ່າງໆ.
     ທ່ານ ຮາຍໂກະ ວໍເນີ ທີ່ປືກສາອາວຸໂສໂຄງການ GIZ ກ່າວວ່າ: ພວກເຮົາໃຫ້ການສະໜັບສະໜູນແຜນງານການ ຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ລະຫວ່າງ ສປປ ລາວ ກັບສະຫະພາບເອີຣົບ (EU) ແລະ ຂໍ້ມູນຕ່າງໆທີ່ໄດ້ຈາກການສັງລວມນິຕິກຳນີ້ຈະເປັນພື້ນຖານໃຫ້ແກ່ການຮ່າງນິຍາມຄວາມຖືກຕ້ອງທາງດ້ານກົດໝາຍປ່າໄມ້ ແລະ ຮັບປະກັນຄວາມຖືກຕ້ອງຂອງໄມ້.
     ທ່ານ ດຣ ຮີຣາລີ ສະມິດ ທີ່ປືກສາໂຄງການ FAO ກ່າວວ່າ: ຜົນປະໂຫຍດຈາກການສັງລວມນິຕິກຳປ່າໄມ້ນີ້, ຈະເຮັດໃຫ້ຜູ້ຮ່າງນະໂຍບາຍທາງດ້ານປ່າໄມ້ຮູ້ໄດ້ເຖິງຈຸດທີ່ບໍ່ສອດຄ່ອງຕ່າງໆ, ໂດຍສະເພາະບັນດາຂອດທີ່ພົວພັນເຖິງ ໜ້າທີ່ ແລະ ພາລະບົບບາດຂອງພາກສ່ວນກ່ຽວຂ້ອງຕ່າງໆ, ນອກຈາກນີ້ຍັງຈະຊ່ວຍໃຫ້ຂະແໜງປ່າໄມ້ນັບແຕ່ຂັ້ນສູນກາງ ແລະ ທ້ອງຖິ່ນມີຄວາມຮູ້ເພີ່ມຕື່ມກ່ຽວກັບຂອບເຂດ ແລະ ພາລະໜ້າທີ່ຂອງຕົນ, ສ່ວນພາກເອກກະຊົນກໍມີຄວາມຮູ້ເພີ່ມ ໃນດ້ານຂັ້ນຕອນການບໍລິຫານນຳດ້ວຍ.
    ກະຊວງກະສິກຳ-ປ່າໄມ້ ໃຫ້ຮູ້ວ່າ: ສະຫະພາບເອີຣົບໄດ້ລິເລີ່ມແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້(FLEGT) ເພື່ອສະກັດກັ້ນການຂຸດຄົ້ນໄມ້ແບບຜິດກົດໝາຍໃນທົ່ວໂລກ, ພ້ອມນີ້ EU ຍັງໄດ້ກະກຽມການເຈລະຈາຂໍ້ຕົກລົງການເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ (VPA) ກັບບັນດາປະ ເທດຜະລິດໄມ້ ເພື່ອກຳນົດແນວທາງໃນການຫລຸດຜ່ອນການຄ້າໄມ້ທີ່ຜິດກົດໝາຍ ແລະ ລະບົບການອອກອະນຸຍາດຢັ້ງ ຢືນຄວາມຖືກຕ້ອງຂອງໄມ້ທີ່ຈະສົ່ງໄປຕະຫລາດເອີຣົບ.
    ສປປ ລາວ ແມ່ນໜຶ່ງໃນບັນດາປະເທດທີ່ລິເລີ່ມເຈລະຈາຂໍ້ຕົກລົງການເປັນຄູ່ຮ່ວມການຄ້າແບບສະໝັກໃຈ, ເຊິ່ງເປັນຂໍ້ຕົກລົງການຄ້າກັບສະຫະພາບເອີຣົບທີ່ໄດ້ຮັບການຊ່ວຍເຫລືອຈາກໂຄງການ GIZ ປະເທດເຢຍລະມັນຕໍ່ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ລະຫວ່າງ ສປປ ລາວ ກັບສະຫະພາບເອີຣົບ.

No comments:

Post a Comment