Ad

Ad

31 July 2015

ໜ່ວຍກູ້ໄພເລັ່ງ​ຄົ້ນຫາສົບ​ຜູ້​ເສຍ​ຊີວິດຈາກເຫດຍົນເຮລີກົບແຕ MI-17 ຕົກທີ່ເມືອງລ່ອງແຈ້ງ



   ໜ່ວຍງານສະເພາະກິດພາກພື້ນດິນ, ກະຊວງປ້ອງກັນປະເທດໄດ້ລາຍງານໃຫ້ຮູ້​​ໃນຕອນເຊົ້າວັນທີ 30 ກໍລະກົດນີ້ວ່າ: ປັດຈຸບັນ,​ ເຈົ້າໜ້າທີ່ສາມາດເຂົ້າເຖິງຈຸດ​​ຍົນ Mi-17 ຂອງກອງທັບລາວຕົກ​​​​ແລ້ວ,ເຊິ່ງຢູ່ບໍລິເວນຮ່ອມພູ ແລະ ມີປ່າດົງຕືບໜາໄປທາງທິດເໜືອຂອງບ້ານຫລວງພັນໄຊເມືອງລ່ອງແຈ້ງ ແຂວງໄຊສົມບູນໂດຍເຈົ້າໜ້າທີ່ກ່ຽວຂ້ອງພວມ ເລັ່ງດໍາເນີນການຊອກຄົ້ນ​ ​ແລະ ກອບກູ້ເອົາສົບຜູ້ເສຍຊີວິດເຂົ້າມາໄວ້ຢູ່ບ້ານດັ່ງກ່າວ. ​
   ໜ່ວຍກູ້ໄພໃຫ້ຮູ້ວ່າ: ບໍລິເວນຈຸດຍົນຕົກເປັນເຂດທຸລະກັນດານແລະ ຫຍຸ້ງຍາກຫລາຍເພາະມີພູຜາປ່າດົງຕຶບໜາເຮັດໃຫ້​​ເຂົ້າໄປຫາສະຖານທີ່ເກີດເຫດລໍາບາກ​, ເຊິ່ງອາໄສການຍ່າງເຂົ້າໄປເທົ່ານັ້ນ ໂດຍໃຊ້ເວລາປະມານ 4 ຊົ່ວໂມງຈຶ່ງຮອດ ຈຸດເກີດເຫດ. ປັດຈຸບັນສາມາດພົບຊາກຍົນຕົກແລະໄດ້ລໍາລຽງສົບຜູ້ຊີວິດ​​ມາໄວ້ຢູ່ບ້ານ​​ທີ່ໃກ້ກັບຈຸດເກີດເຫດຈຳນວນໜຶ່ງ ແລ້ວ.
    ຍົນລໍາດັ່ງກ່າວ, ໄດ້ບິນຂຶ້ນຈາກນະຄອນຫລວງວຽງຈັນໃນເວລາ 13:10 ​​ໂມງຂອງວັນທີ 27 ກໍລະກົດ 2015 ເພື່ອໄປປະຕິບັດໜ້າທີ່ຢູ່ແຂວງຊຽງຂວາງ-ຫົວພັນເມື່ອບິນໄປໄດ້ໄລຍະໜຶ່ງສູນຄວບຄຸມການບິນບໍ່ສາມາດຕິດຕໍ່ສື່ສານກັບຍົນລຳດັ່ງກ່າວໄດ້ເຊິ່ງມີຈຸບິນ 4 ຄົນແລະ ຜູ້ໂດຍສານລວມທັງໝົດ19 ຄົນ.

No comments:

Post a Comment