Ad

Ad

31 July 2015

ເຈົ້າໜ້າທີ່ສາມາດມ້າງແຫລ່ງມົ້ວສຸມຢາເສບຕິດລາຍໃຫຍ່



ຂ່າວ-ພາບ :ຫນັງສືພິມ ປກສ
    ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ໄດ້ນຳກຳລັງເຂົ້າມ້າງແຫລ່ງມົ້ວສຸມຢາ ເສບຕິດ ລາຍໃຫຍ່ຢູ່ຫ້ອງເຊົ່າເຂດບ້ານໂນນຄໍ້ໃຕ້ ເມືອງດັ່ງກ່າວ, ສາມາດ ຈັບຜູ້ມົ້ວສຸມຢາເສບຕິດໄດ້ 48 ຄົນ(ຍິງ 2 ຄົນ), ລົດຈັກ 30 ຄັນ ແລະ ອຸປະກອນເສບຢາເສບຕິດຈຳນວນໜຶ່ງ.
     ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫລັງໄດ້ມີປະຊາຊົນພົນລະເມືອງດີ ແຈ້ງມາວ່າ: ຢູ່ຫ້ອງແຖວດັ່ງກ່າວມີການຄ້າຂາຍ ແລະ ມົ້ວສຸມ ຢາເສບຕິດອັນຕະລາຍ, ເຊິ່ງມີໄວລຸ້ນຂີ່ລົດຈັກມາຊື້ຢາບ້າເປັນຈຳນວນຫລາຍ ແລະ ບາງຄັ້ງກໍມີການ ຜິດຖຽງກັນ ແລະ ອາລະວາດຕີກັນ, ເຊິ່ງສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບໃຫ້ແກ່ສັງ ຄົມໂດຍຜູ້ຖືກຈັບຕົວ ຄັ້ງນີ້ສ່ວນຫລາຍແມ່ນໄວລຸ້ນຢູ່ບ້ານດັ່ງກ່າວ ແລະ ບ້ານໃກ້ຄຽງ, ສ່ວນໃຫຍ່ ແມ່ນກຳມະກອນ, ເຊິ່ງຜ່ານມາເຈົ້າໜ້າ ທີ່ກໍເຄີຍໄປເອົາຜູ້ທີ່ພັກເຊົາຢູ່ຫ້ອງດັ່ງກ່າວມາສຶກສາອົບຮົມ ຕັກເຕືອນແລ້ວແຕ່ຜູ້ກ່ຽວບໍ່ມີຄວາມເຂັດຫລາບ, ສຳລັບ ຜູ້ທີ່ເສບແມ່ນຈະໄດ້ສຶກສາອົບຮົມ ຫລື ນຳສົ່ງສູນບຳບັດ, ສ່ວນຜູ້ທີ່ຄ້າຂາຍແມ່ນຈະຖືກດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment