Ad

Ad

31 July 2015

ລາວ​ຈະ​ຕ້ອງສູ້​ຊົນ​ປະຕິບັດ​ເປົ້າໝາຍ​ສະຫັດ​ສະ​ວັດ​ໃຫ້​ບັນລຸ​ຜົນ



          ໃນການພັດທະນາເສດຖະກິດ-ສັງຄົມສຳລັບສົກປີ 2015-2016, ລັດຖະບານຈະສືບຕໍ່ປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາ (MDGs) ​ໂດຍສະເພາະບັນດເປົ້າໝາຍທີ່ບໍ່ບັນລຸຜ່ານມາໃຫ້ປະສົບຜົນສຳເລັດ. ພ້ອມກັນນັ້ນ ກໍເລີ່ມຕົ້ນປະຕິບັດບັນດເປົ້າໝາຍການພັດທະນາແບບຍືນຍົງ (SDG) ​ແລະ ບັນດາຄາດໝາຍຂອງການນຳພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ (LDCs).
         ບັນດາເປົ້າໝາຍທີ່ເລັ່ງໃສ່ສູ້ຊົນປະຕິບັດໃນສົກປີນີ້ທາງດ້ານການສຶກສາແມ່ນເລັ່ງໃສ່ປະຕິຮູບການສຶກສາໃຫ້ດີກວ່າເກົ່າ, ປັບປຸງແລະ ຂະຫຍາຍໂຄງລ່າງການສຶກສາໃຫ້ທົ່ວເຖິງ, ປັບປຸງຄຸນນະພາບການສຶກສາໂດຍການເອົາໃຈໃສ່ປັບປຸງຄຸນນະພາບຂອງຄູ, ປັບປຸງແລະ ຂະຫຍາຍຫລັກສູດການຮຽນ-ການສອນລະດັບອາຊີວະສຶກສາແລະ ມະຫາວິທະຍາໄລໃນສາຂາວິຊາຂະແໜງໄຟຟ້າ, ບໍ່ແຮ່, ປຸງແຕ່ງ, ຫັດຖະກຳແລະ ບໍລິການ. ​ໃນຂະນະດຽວກັນກໍຕ້ອງສຸມໃສ່​​ປັບປຸງວຽກງານສາທາລະນະສຸກໃຫ້ທົ່ວເຖິງແລະ ມີຄຸນນະພາບກວ່າເກົ່າໂດຍສະເພາະການປັບປຸງດ້ານການບໍລິການແລະ ການນຳໃຊ້ເຕັກນິກທີ່ທັນສະໄໝ, ​ເລັ່ງໃສ່ປ້ອງກັນການລະບາດຂອງພະຍາດທີ່ເກີດຂຶ້ນຕາມລະດູການ, ​ເອົາໃຈໃສ່ຕິດຕາມກວດກາແລະ ຢັ້ງຢືນຄວາມປອດໄພໃຫ້ແກ່ຜູ້ປະກອບການເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ບໍລິໂພ, ສືບຕໍ່ປະຕິບັດນະໂຍບາຍ
ປິ່ນປົວແບບເສຍຄ່າແລະ ບໍ່ເສຍຄ່າ, ນະໂຍບາຍປິ່ນປົວແມ່ມານແລະເດັກນ້ອຍບໍ່ເສຍຄ່າໃຫ້ທົ່ວເຖິງກວ່າເກົ່າ. ຄຽງຄູ່ກັນນີ້ກໍຕ້ອງສຸມໃສ່ຍົກລະດັບຄຸນນະພາບສີມືແຮງງານໃນສາຂາວິຊາຊີບ, ດຸ່ນດ່ຽງແຮງງານໃນແຕ່ລະຂົງເຂດໃຫ້ມີຄວາມເໝາະສົມໂດຍໃຫ້ສາມາດຕອບສະໜອງກຳລັງແຮງງານໃຫ້ບັນດາໂຄງການລົງທຶນ, ຫົວໜ່ວຍທຸລະກິດແລະ ການຜະລິດໃຫ້ໄດ້ໂດຍພື້ນຖານ, ສ້າງສີມືແຮງງານໃຫ້ໄດ້ມາດຕະຖານ ສາມາດແຂ່ງຂັນແລະ ກ້າວສູ່ຕະຫລາດແຮງງານໃນຂົງເຂດພາກພື້ນໂດຍສະເພາະການກະກຽມເຂົ້າຮ່ວມປະຊາຊົນເສດຖະກິດອາຊຽນ (AEC). ປັບປຸງແຜນແມ່ບົດການນຳໃຊ້ທີ່ດິນແຫ່ງຊາດແລະ ດຳເນີນການຈັດສັນການນຳໃຊ້ທີ່ດິນແບບຮອບດ້ານແລະ ມີສ່ວນຮ່ວມ ຂັ້ນແຂວງ 18 ​ແຂວງ, ຂັ້ນເມືອງ 92 ​ເມືອງແລະ ຂັ້ນບ້ານຈຳນວນ 3.455 ບ້ານໃນຂອບເຂດທົ່ວປະເທດ, ຈັດສັນ, ກຳນົດເຂດແລະ ຟື້ນຟູປ່າປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດໂດຍການຟື້ນຟູປ່າໄມ້ທຳມະຊາດໃຫ້ໄດ້ 1,5 ລ້ານເຮັກຕາແລະ ການປູກປ່າທົດແທນໃຫ້ໄດ້ 35.000 ​ເຮັກຕາ. ສ້າງລະບົບຄຸ້ມຄອງແລະ ນຳໃຊ້ຊັບພະຍາກອນປ່າໄມ້ເພື່ອຮັບປະກັນການບໍລິຫານປ່າໄມ້ທີ່ມີປະສິດທິພາບແລະ ຍືນຍົງແລະ ກົນໄກການຄຸ້ມຄອງການຫລຸດຜ່ອນທາດອາຍພິດເຮືອນແກ້ວຈາກການທຳລາຍປ່າໄມ້ແລະເຮັດໃຫ້ປ່າໄມ້ເຊື່ອມໂຊມ. ກະກຽມມາດຕະການແລະເງື່ອນໄຂທີ່ຈຳເປັນເພື່ອຮັບມືກັບໄພພິບັດທາງທຳມະຊາດທີ່ອາດຈະເກີດຂຶ້ນເພື່ອເຮັດໃຫ້ທິດທາງລວມ, ​ເປົ້າໝາຍ, ວຽກຈຸດສຸມແລະ ໜ້າທີ່ຕົ້ນຕໍທີ່ກຳນົດໃນແຜນການສົກປີ 2015-2016 ​ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ, ບັນດາກະຊວງ-ອົງການຂັ້ນສູນກາງແລະ ທ້ອງຖິ່ນຕ້ອງເອົາໃຈໃສ່ເປັນເຈົ້າການປະຕິບັດແລະຜັນຂະຫຍາຍບັນດາມາດຕະການຕ່າງໆໃຫ້ກາຍເປັນຮູບປະທຳຫລາຍຂຶ້ນ.

No comments:

Post a Comment