Ad

Ad

31 July 2015

ການ​ພົວພັນການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ລາວ​ນັບ​ມື້​ກວ້າງຂວາງ



ກະຊວງອຸສາຫະກຳແລະການຄ້າໃຫ້ຮູ້ວ່າ: ການພົວພັນຮ່ວມມືດ້ານເສດຖະກິດການຄ້າກັບຕ່າງປະເທດຂອງປະເທດເຮົາຍັງສືບຕໍ່ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ, ​ເປັນຕົ້ນແມ່ນການແລກປ່ຽນ​, ປຶກສາຫາລືກ່ຽວກັບກົນໄກການປະສານງານ,​ ໃນການຈັດຕັ້ງປະຕິບັດວຽກງານການທັງສອງຝ່າຍ ແລະ ຫຼາຍຝ່າຍ ລວມໄປເຖິງການຮ່ວມມື​​ກັບບັນດາປະເທດອາຊຽນແລະປະເທດອື່ນໆທີ່ປະເທດຄູ່ຄ້າຫຼັກຂອງລາວ ຊຶ່ງສ່ວນໃຫຍ່ແມ່ນບັນດາປະເທດໃກ້ຄຽງທີ່ມີຊາຍແດນຮ່ວມກັນເປັນຕົ້ນແມ່ນ: ​ໄທ, ຈີນ, ສສ.ຫວຽດນາມ, ຍີ່ປຸນ,​ .ເກົາຫຼີເຫຼົ່ານີ້ເປັນຕົ້ນ, ເຊິ່ງສະແດງອອກໃຫ້ເຫັນປີຜ່ານມາລາວນຳເຂົ້າຈາກປະເທດໄທກວມເອົາເຖິງ 61,5 % ຂອງການນຳເຂົ້າທັງໝົດ ຈີນ 20,7%, ຫວຽດນາມ 7,9% ​ແລະ ປະເທດອື່ນໆອີກຈຳນວນໜຶ່ງ. ສຳລັບການສົ່ງອອກຂອງລາຍກໍຍັງເປັນປະເທດທີ່ໃກ້ຄຽງມີຊາຍ​​ແດນຮ່ວມກັນເປັນຕົ້ນ ຕໍສຳລັບການຮ່ວມມືໃນຂອບເຂດອາຊຽນລາວ​​ໃນຖານະເປັນປະເທດສະມາຊິກກໍໄດ້ສຳເລັດການສ້າງລາຍການສິນຄ້າທີ່ໄດ້ຮັບ
ນະໂຍບາຍພາສີຫຼາຍກວ່າ 600 ລາຍການ, ຈາກທັງໝົດ 9.558 ລາຍການ, ​ເທົ່າກັບ 7% ຂອງລາຍການສິນຄ້າທັງໝົດ 9.558 ລາຍການ ແລະ ໄດ້ສຳເລັດການເຈລະຈາຂໍ້ຜູກພັນດານກາຄ້າຊຸດທີ່ 8 ສ່ວນການຮ່ວມມືຫຼາຍຝ່າຍນັບແຕ່ລາວ​​ເຂົ້າເປັນສະມາຊິກອົງການການຄ້າ​​ໂລກ​​ມາຮອດປັດຈຸບັນກໍໄດ້ມີການປັບປຸງກົນໄກການປະສານງານໃໝ່ຂອງກອງເລຂາເພື່ອໃຫ້ ແທດເໝາະກັບສະພາບການປ່ຽນແປງໃໝ່ ແລະຮັບປະກັນການຈັດຕັ້ງປະຕິບັດວຽກພາຍຫຼັງ​​ເຂົ້າເປັນສະມາຊິກອົງການດັ່ງກ່າວ.

No comments:

Post a Comment