Ad

Ad

30 July 2015

ນາຍົກລັດຖະມົນຕີ ທອງສິງ ທໍາມະວົງຕ້ອນຮັບຄະນະຜູ້ແທນ ສປ ຈີນ



ໃນວັນທີ 29 ກໍລະກົດນີ້, ທີ່ຫ້ອງວ່າການວ່າການລັດຖະບານ, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໄດ້ໃຫ້ກຽດ ຕ້ອນຮັບທ່ານ ຫົງທຽນຢຸນ ລັດຖະມົນຕີປະຈຳສະພາແຫ່ງລັດ, ຄະນະຊີ້ນຳຫລຸດຜ່ອນຄວາມທຸກຍາກ ແລະ ພັດທະນາ ສປ ຈີນ, ພ້ອມດ້ວຍຄະນະຂົ້າຢ້ຽມຄຳນັບ, ໃນໂອກາດທີ່ເດີນເຂົ້າຮ່ວມກອງປະ
ຊຸມແລກປ່ຽນບົດຮຽນດ້ານການພັດທະນາສັງຄົມ ແລະ ແກ້ໄຂ ຄວາມທຸກຍາກອາຊຽນ-ຈີນຄັ້ງທີ 9 ໃນລະຫວ່າງວັນທີ28-30 ກໍລະກົດນີ້, ທີ່ ສປປ ລາວ ເປັນເຈົ້າພາບ. 
      ​ໃນ​ໂອກາດ​ນີ້, ທ່ານນາຍົກລັດຖະມົນຕີ, ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການ ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງທ່ານ ຫົງທຽນຢຸນ ພ້ອມ​ດ້ວຍ​ຄະນະຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນເຂົ້າໃນວຽກງານການແກ້ໄຂຄວາມທຸກຍາກ ແລະ
ພັດທະນາຊົນນະບົດອາຊຽນ-ຈີນໃຫ້ນັບມື້ມີໝາກມີຜົນເປັນຮູບປະທຳເປັນກ້າວໆ. ພ້ອມທັງສະແດງຄວາມຂອບໃຈຕໍ່ຄະນະກຳມະການແກ້ໄຂຄວາມທຸກຍາກ ແລະ ພັດທະ ນາຊົນນະບົດ ກໍ່ຄືລັດຖະບານ ແລະ ປະຊາຊົນສປຈີນທີ່​ໄດ້ປະກອບສ່ວນຊ່ວຍເຫລືອໃນການຊຸກຍູ້ສົ່ງເສີມວຽກງານ ການຜະລິດຕິດພັນກັບການສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ປະຊາຊົນເຂດຊົນນະບົດຂອງລາວຢ່າງ​ມີປະ​ສິດທິຜົນ. 
            ໃນ​ໂອກາດ​ດຽວ​ກັນ, ລັດຖະມົນຕີປະຈຳສະພາແຫ່ງລັດ, ຄະນະຊີ້ນຳຫລຸດຜ່ອນຄວາມທຸກຍາກ ແລະ ພັດທະ ນາ ສປ ຈີນ, ໄດ້ລາຍງານການເຂົ້າຮ່ວມກອງ​ປະຊຸມພາຍໃຕ້ການສະໜັບສະໜູນຝ່າຍ ລາວ, ໂດຍສະເພາະຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງຂອງລາວ, ເຊິ່ງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລ້ວນແຕ່ມີຄວາມເພິ່ງພໍໃຈຕໍ່ການເປັນເຈົ້າພາບຈັດກອງປະຊຸມແລກປ່ຽນບົດຮຽນ, ເນື້ອໃນແລະບັນຫາທີ່ນຳມາປຶກສາຫາລືຮ່ວມກັນກ່ຽວກັບນະໂຍບາຍຕ່າງໆຕໍ່ວຽກງານການຫລຸດຜ່ອນຄວາມທຸກຍາກເຮັດໃຫ້ບົດຮຽນດັ່ງກ່າວສາມາດ
ໝູນໃຊ້ໃນວຽກງານແກ້ໄຂຄວາມທຸກຍາກຂອງບັນດາປະເທດໃນກຸ່ມອາຊຽນໃຫ້ໄດ້ຮັບຜົນສຳເລັດເປັນຢ່າງສູງ. ນອກນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືທິດ​ທາງແຜນການຮ່ວມ​ມື​ໃນ​ຂົງ​ເຂດ​ວຽກ​ງານ​ແກ້ໄຂຄວາມທຸກ ຍາກ 5 ປີ​ຕໍ່​ໜ້າລະຫວ່າງ ສປປ ລາວ ແລະ ສປ ຈີນ ຕໍ່ທ່ານນາຍົກລັດຖະມົນຕີຮັບຊາບ, ພ້ອມທັງສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບອັນ​ອົບອຸ່ນໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າທ່ານນາຍົກລັດຖະ ມົນຕີແຫ່ງ ສປປ ລາວ ຈະສືບຕໍ່ໃຫ້ການຊີ້ນຳ ແລະ ອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງ ປະຕິບັດຂອບການຮ່ວມມືວຽກງານດັ່ງ​ກ່າວຂອງສອງປະເທດໃຫ້ມີປະສິດທິຜົນ ແລະ ສາມາດບັນລຸ ຕາມລະດັບຄາດໝາຍທີ່ວາງໄວ້.

No comments:

Post a Comment