Ad

Ad

30 July 2015

ໂຍທາວາງແຜນແກ້ໄຂອຸປະຕິເຫດບົນທ້ອງຖະໜົນ



ປະເທດເຮົາມີອັດຕາເກີດອຸປະຕິເຫດບົນທ້ອງຖະໜົນສູງຫລາຍ ເມື່ອທຽບ ກັບບັນດາປະເທດໃນພາກພື້ນ, ໂດຍສາເຫດມາຈາກ ຫລາຍປັດໄຈຄື ສະພາບຖະໜົນຫົນທາງບາງຈຸດຍັງບໍ່ດີ, ການຈັດ ສັນການສັນຈອນຍັງບໍ່ທັນສອດຄ່ອງ ແລະ ບໍ່ເປັນລະບຽບເທົ່າທີ່ ຄວນ, ນອກຈາກນີ້ນັກຂັບຂີ່ສ່ວນຫລາຍກໍບໍ່ເຄົາລົບກົດລະບຽບຈະ ລາຈອນເຊັ່ນ: ຂັບຂີ່ລົດແບບປະໝາດ, ລ່ວງປ້າຍຫ້າມ, ລ່ວງໄຟອຳ ນາດ ແລະ ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດຕ່າງໆ, ຊຶ່ງໃນໄລຍະຜ່ານມາ,
ເຖິງວ່າເຈົ້າໜ້າທີ່ໄດ້ມີຄວາມພະຍາຍາມໃນການໃຊ້ມາດຕະການເພື່ອສະກັດກັ້ນບັນຫາອຸປະຕິເຫດໃຫ້ຫລຸດຜ່ອນລົງ, ແຕ່ປາກົດວ່າຍັງມີອຸປະຕິເຫດເກີດຂຶ້ນຢ່າງລຽນຕິດຄືດັ່ງເປັນຂ່າວຜ່ານສື່ມວນຊົນຕ່າງໆ ແລະ
ເພື່ອສະກັດກັ້ນໃຫ້ອຸປະຕິເຫດຫລຸດຜ່ອນລົງກະຊວງໂຍທາທິການ ແລະ ຂົນສົ່ງທີ່ມີບົດບາດຄຸ້ມ ຄອງມະຫາພາກ ແລະ ໄດ້ວາງຍຸດທະສາດຄວາມປອດໄພຕາມຖະໜົນແຫ່ງທົດສະວັດແຕ່ປີ 2011-2020, ໂດຍໄດ້ກຳນົດແຜນການ, ໂຄງການລະອຽດໃນແຕ່ລະໄລຍະເພື່ອສາມາດຈັດຕັ້ງປະຕິບັດ ມາດຕະການຕ່າງໆຄື ເພີ່ມທະວີການປະສານສົມທົບກັບກຳລັງເຈົ້າໜ້າທີ່ຈະລາຈອນຈັດຕັ້ງ ການກວດກາໃຫ້ເຂັ້ມງວດ, ໂດຍສະເພາະໃນຍາມບຸນຕ່າງໆເພື່ອກວດທາດເຫລົ້າ, ໃບຂັບຂີ່ ແລະ ຄວາມໄວ, ສ້າງສູນກວດກາເຕັກນິກໃຫ້ຫລາຍຢູ່ບັນດາແຂວງທີ່ມີເງື່ອນໄຂ, ຂີດເສັ້ນຈະລາຈອນໃນ ຕົວເມືອງ, ຕິດຕັ້ງປ້າຍຫ້າມ, ປ້າຍເຕືອນ ແລະ ໄຟອໍານາດໃນຈຸດສາມແຍກ ແລະ ສີແຍກ, ຄຽງຄູ່ກັນນັ້ນ, ກໍດຳເນີນວຽກງານສຶກສາອົບໃຫ້ນັກຂັບຂີ່, ນັກຮຽນ-ນັກສຶກສາເຂົ້າໃຈ ແລະ ເຄົາລົບລະບຽບກົດໝາຍ, ສ່ວນມາດຕະການແກ້ໄຂໄລຍະຍາວຈະຕ້ອງສ້າງປື້ມຄູ່ມືການຂັບ ຂີ່ເພື່ອເອົາເຂົ້າໃນຫລັກສູດການສິດສອນເພື່ອປູກຈິດສຳນຶກນັກຮຽນ-ນັກສຶກສາໃຫ້ມີສະຕິຕໍ່ລະບຽບກົດໝາຍຈະລາຈອນ, ເພີ່ມມາດຕະການກວດກາເຕັກນິກຍານພານະໃຫ້ຮັບປະກັນ, ໂດຍມີການຢັ້ງຢືນມາດຕະຖານເຕັກ ນິກຕາມແຕ່ລະປະເພດ, ເພີ່ມທະວີການປັບປຸງເສັ້ນທາງໃຫ້ຮັບປະກັນຄວາມປອດໄພຕໍ່ຜູ້ຂັບຂີ່, ມີປ້າຍຈະລາຈອນ, ຕິດຕັ້ງໄຟອຳນາດ ແລະ ໄຟເຍືອງທາງ, ນອກຈາກນີ້ກໍຕ້ອງປັບປຸງຍົກລະດັບ ໂຮງຮຽນສອນຂັບລົດ ແລະ ລະບຽບສອບເສັງຂັບຂີ່ໃຫ້ໄດ້ມາດຕະຖານດີກວ່າເກົ່າ.

No comments:

Post a Comment