Ad

Ad

18 August 2015

ພຽງ 17 ວັນ ຢູ່ນະຄອນຫລວງວຽງຈັນ ມີຜູ້ເສຍຊີວິດ 9 ຄົນຈາກອຸປະຕິເຫດ

     ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 1-17 ສິງຫານີ້, ຢູ່ນະຄອນຫລວງວຽງຈັນ ມີອຸປະຕິເຫດຕາມທ້ອງຖະໜົນ ເກີດ 59 ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 9 ຄົນ, ທຽບໃສ່ໄລຍະດຽວກັນຂອງເດືອນຜ່ານມາ, ເຫັນວ່າ ມີຈຳນວນຜູ້ເສຍຊີວິດເພີ້ມຂຶ້ນ.
     ໃນອາທິດຜ່ານມາ, ​ໄດ້ເກີດຂຶ້ນ 33 ກໍລະນີ, ມີຜູ້​​ເສຍຊີວິດ 2 ຄົນຄື: ​ໃນຕອນ​​ຄ່ຳຂອງວັນທີ 11 ສິງຫາ​, ຢູ່ເຂດບ້ານນາສ້ຽວ, ​ເມືອງນາຊາຍທອງ, ນະຄອນຫລວງວຽງຈັນລົດໃຫຍ່ຕຳທ້າຍລົດຈັກເຮັດໃຫ້ຜູ້ຂັບຂີ່ລົດຈັກຄື: ​ຕູ້ບົວສວຍ ອາຍຸ 75 ປີ ຢູ່ບ້ານດັ່ງກ່າວເສຍຊີວິດຄາທີ່ແລະໃນຕອນດຶຶກຂອງວັນຕໍ່ມາ ຢູ່ເຂດບ້ານດອນໜູນ, ​ເມືອງໄຊທານີ, ນະຄອນຫລວງວຽງຈັນ, ​ລົດ​​ຕູ້ຕຳກັບລົດຈັກຢ່າງ​​ແຮງເຮັດໃຫ້ຜູ້ຂັບຂີ່ລົດຈັກຄື: ທ້າວ ທັກສິນ ອາຍຸ 26 ປີ ຢູ່ບ້ານສີວິໄລເມືອງໄຊທານີເສຍຊີວິດຄາທີ່.

     ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນເຖິງວ່າຈຳນວນອຸປະຕິເຫດມີອັດຕາສ່ວນຫລຸດລົງ ເນື່ອງຈາກຜູ້ຂັບຂີ່ສ່ວນໃຫຍ່ ໄດ້ເອົາໃຈໃສ່ປະຕິບັດກົດລະບຽບຈາລະຈອນເຂັ້ມງວດ. ແຕ່ເຖິງແນວໃດກໍຂໍຮຽກຮ້ອງໃຫ້ຜູ້ໃຊ້ລົດ, ໃຊ້ຖະໜົນເອົາໃຈໃສ່ປະຕິບັດລະບຽບຈາລະຈອນ, ໂດຍສະເພາະ ໃນໄລຍະລະດູຝົນນີ້ ອາດມີຫລາຍສິ່ງພາໃຫ້ເກີດອຸປະຕິເຫດໄດ້ງ່າຍ.


No comments:

Post a Comment