Ad

Ad

3 August 2015

ຄົມປາກກາຄົນສິນ ( ຄໍລຳ ບັນຫາຈານແຍ່ )



      ໃນບັນຍາກາດວັນຄົບຮອບ 65 ປີ ຂອງສື່ມວນຊົນລາວ, ຈານແຍ່ມີຮ້ອຍອັນພັນ ແນວຢາກເອົາມາກອງໂອະ ໂຍະຢູ່ຄໍລຳນີ້ ເພື່ອ ໃຫ້ຫລາຍຄົນໄດ້ແຊກັນ (ພາສາ ເຟດບຸກ ແປວ່າບິແບ່ງ-ແລກ ປ່ຽນກັນ), ແຕ່ໜ້າເຈ້ຍຄົງບໍ່ອຳ ນວຍຈຶ່ງເລືອກ ເອົາບັນຫາດຽວ ຄືທັດສະນະຂອງຄົນສິນຈຳນວນ ໜຶ່ງໃນແວດວົງວັນນະກຳກ່ຽວ ກັບບົດປະພັນ ຂອງພວກເຂົາເຈົ້າ ທີ່ປາກົດໂຕຢູ່ສື່ສິ່ງພິມຕ່າງໆ. ແນ່ນອນການທີ່ບົດປະພັນ, ບົດ ກະວີ, ບົດປະເພດສິນຂອງໃຜຜູ້ ໜຶ່ງໄດ້ພິມເຜີຍແຜ່ ກໍຍອມນຳ ເອົາຄວາມພູມໃຈມາສູ່ເຈົ້າຂອງ ບົດ. ກົງກັນຂ້າມ ຖ້າບົດດັ່ງກ່າວ ຖືກແຊ ເຢັນໄວ້ ໃນລີ້ນຊັກຂອງ ບ.ກ ໂດຍບໍ່ຮູ້ຕົ້ນປາຍສາເຫດ ແລ້ວ, ຈິດໃຈຂອງເຈົ້າຂອງ ບົດກໍ ຮ້ອນຮົນປານຖືກໄຟລົນ ຍ້ອນ ຄິດໄປຕ່າງໆນາໆເຊັ່ນ: ບົດເຮົາ ບໍ່ດີບໍຈຶ່ງບໍ່ໄດ້ອອກ ? ຫລື ຍ້ອນ ຕ້ອງໄດ້ເຂົ້າຄິວຍາວ ຢຽດ ຫລື ບໍ່ ທັນເໝາະສົມ ກັບໂອກາດ ຫລື ບ.ກ ມີອະຄະຕິ ແລະ ອີກຮ້ອຍ ອັນພັນຄຳຖາມ. ນັກປະພັນບາງ ຄົນທີ່ບັ້ງອົດ ແຕກກໍໂທທວງຖາມ ດ້ວຍສຽງທີ່ປົນເປື້ອນດ້ວຍອາ ລົມ, ມີບາງຄົນລົງທຶນຈ້ອນຂາ ໂສ້ງ-ຈ້ອນຕີນສິ້ນເຂົ້າໄປຫາ ທ່ານບັນນາ
ທິການ. ເລື່ອງ ຮ້ອນໆແບບນີ້ ຈານແຍ່ເຄີຍພົບມາແລ້ວເປີງເປັນບັນນາທິການໜັງສືພິມຢູ່ສຳນັກງານແຫ່ງໜຶ່ງເມື່ອສາມສິບ ກວ່າປີຜ່ານ ມາ. ເສິກອາລົມ ຫລື ເສິກນ້ຳລາຍລະ ຫວ່າງເຈົ້າຂອງບົດປະພັນກັບ ບັນນາທິການນັ້ນບໍ່ຕ່າງຫຍັງກັບແຂ້ວ ກັບລີ້ນ, ຢູ່ນຳກັນແຕ່ບາງຄັ້ງກໍກັດກັນເອງ. ເລື່ອງນີ້ຈານແຍ່ໄດ້ສະຫລຸບເປັນບົດຮຽນໃສ່ ຖົງແຮໄວ້ຕະຫລອດຊີວິດວ່າ: ຖ້າຂອດປະສານງານລະຫວ່າງ ບ.ກ ກັບຜູ້ຂຽນເຮັດໄດ້ດີ, ບັ້ງອົດຂອງທັງສອງຝ່າຍກໍຄົງບໍ່ແຕກຄືຖ້າບົດບໍ່ດີພໍ ຫລື ຕ້ອງໄດ້ລໍຄິວ ຫລື ຕ້ອງມີການປັບປຸງຕື່ມ, ທາງເບື້ອງສື່ສິ່ງພິມກໍຄວນແຈ້ງໃຫ້ເຈົ້າຂອງບົດຊາບແຕ່ບໍ່ແມ່ນແຊ່ ເຢັນໄວ້ລີ້ນຊັກ, ສ່ວນເບື້ອງເຈົ້າ ຂອງບົດເອງກໍຄວນຟັງເຫດຟັງ ຜົນ, ຂໍ້ຄວາມ ຫລື ຄຳສັບໃດຄວນປັບປຸງກໍຕ້ອງ ພິຈາລະນາ, ບໍ່ຄວນໄປຮູ ດຽວ, ອັນໃດກໍໂຕ ເກັ່ງໂຕຖືກໝົດ, ຂຽນໄປຈັກບົດ ກໍຢາກອອກໝົດ, ອອກໃຫ້ໄວໃຫ້ ທັນໃຈ ແນວນີ້ມັນກໍບໍ່ຈັກແຫລ້ວ.
      ແຕ່ກໍມີເຈົ້າຂອງບົດບາງຄົນບໍ່ພໍໃຈກັບວິທີ ບ.ກ ກວດແກ້ ຫລື ປ່ຽນແປງຄຳສັບໃນບົດຂອງຕົນເພາະເຫັນວ່າມັນ ທຳລາຍເນື້ອໃນທີ່ຕົນຕ້ອງການສື່. ສະນັ້ນ ຜູ້ກວດແກ້ບົດວັນນະກຳນັ້ນຕ້ອງລະມັດລະວັງເປັນພິເສດ, ຕ້ອງຮູ້ຈິດ ໃຈຂອງ ນັກປະພັນ, ມີບາງຄັ້ງນັກປະພັນໃຊ້ຄຳສັບແປກໆ ທີ່ຜູ້ກວດແກ້ບໍ່ເຄີຍເຫັນ, ມີບາງຄັ້ງກໍໃຊ້ຄຳສັບທ້ອງຖິ່ນ, ຄຳສັບສະ ເພາະວົງໃນ (Jargon), ຄຳ ເວົ້າທີ່ບໍ່ຖືກຫລັກໄວຍາກອນ. ໃນກໍລະນີນີ້ ຜູ້ກວດແກ້ຢ່າຟ້າວຂີດຈວາກໂລດ ໃຫ້ຖາມ ໃຕ້ຖາມເໜືອກ່ອນວ່າຄຳສັບນັ້ນໆມັນສື່ໄດ້ຈັກແງ່ຈັກງ່າມ. ສົມມຸດວ່ານັກປະພັນຕັ້ງຫົວຂໍ້ບົດຂອງຕົນວ່າ: “ຖ່ານເຈົ້າເມືອງ” ຜູ້ກວດແກ້ກໍບໍ່ຄວນປ່ຽນເປັນ “ທ່ານເຈົ້າເມືອງ” ເພາະບາງທີນັກປະພັນຢາກສື່ໃຫ້ເຫັນວ່າ ທ່ານເຈົ້າ ເມືອງຄົນນັ້ນມີຜິວດຳຄື “ຖ່ານ” ຫລື ເຂົາອາດຢາກສື່ວ່າ ທ່ານເຈົ້າເມືອງຄົນນັ້ນບໍ່ມີຄຸນນະພາບ, ບໍ່ຕາງຫຍັງກັບເສດຖ່ານ ທີ່ຖືກເຂາະອອກຈາກເຕົາໄຟ. ມີ ນັກປະພັນນາມມະຍົດສິລະປິນ ແຫ່ງຊາດທ່ານໜຶ່ງ ເວົ້າກັບຈານ ແຍ່ວ່າ: ເພິ່ນເສຍ ໃຈທີ່ຜູ້ກວດແກ້ບົດເລື່ອງສັ້ນຂອງ ເພິ່ນປ່ຽນຊື່ “ຜັກຂົມ” ເປັນ “ຜັກຫົມ” ເສຍໃຈ ກໍຍ້ອນວ່າເພິ່ນຕັ້ງໃຈເວົ້າຊື່ຜັກ “ຂົມ” (ບາງບ່ອນເອີ້ນວ່າຜັກດາງຂົມ ຫລື ຜັກແກງຂົມ) ແທ້ໆ, ແຕ່ຜູ້ກວດແກ້ພັດເຂົ້າໃຈວ່າຜັກຫົມຍ້ອນຕົນບໍ່ເຄີຍກິນແກງ ຜັກຂົມຈັກເທື່ອກໍເປັນໄດ້. ສົມມຸດວ່ານັກປະພັນຄົນໜຶ່ງຂຽນບົດສົນທະນາລະຫວ່າງຕົວລະຄອນໃນເລື່ອງວ່າ: “ດຽວນີ້ ຢູ່ບ້ານເຮົາມີໄພພ້າໄຕ້ແລ້ວ” ຜູ້ກວດແກ້ກໍບໍ່ຄວນແປງ “ໄພພ້າ” ເປັນ “ໄຟຟ້າ” ເພາະມັນເປັນການສົນທະນາລະຫວ່າງ ຄົນທີ່ອອກສຽງໂຕ “ຟ” ບໍ່ເປັນ ຫລື ເປັນແຕ່ບໍ່ລຶ້ງເວົ້າໃນທ້ອງຖິ່ນຂອງເຂົາ.
          ຈານແຍ່ຂໍຮ່ວມສະຫລອງວັນສື່ມວນຊົນ ຄົບຮອບ 65 ປີ ດ້ວຍບົດເບົາໆບາງໆທໍ່ນີ້ລະ.

No comments:

Post a Comment