Ad

Ad

3 August 2015

ນະຄອນຫລວງວຽງຈັນ ພຽງ 3 ວັນ ມີຜູ້ເສຍຊີວິດ 4 ຄົນຈາກອຸປະຕິເຫດທ້ອງຖະໜົນ



     ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເຊົ້າວັນທີ 30 ກໍລະກົດຜ່ານມານີ້, ຢູ່ 4 ແຍກ ເຂດບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ ໄດ້ມີລົດໃຫຍ່ຕໍາກັບລົດຈັກຢ່າງຮຸນແຮງ ເຮັດໃຫ້ຜູ້ຂັບຂີ່ລົດຈັກຄື: ທ້າວ ຄໍາພັນ ອາຍຸ 22 ປີ ນັກສຶກສາ, ຢູ່ບ້ານໂພນແຍງ, ເມືອງແກ້ວອຸດົມ ແຂວງວຽງຈັນ ເສຍຊີວິດຄາທີ່, ຕອນເຊົ້າມືດຂອງວັນທີ 31 ກໍລະກົດ, ຢູ່ຖະໜົນ 13 ເໜືອ, ເຂດບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ມີລົດຈັກເສຍຫລັກລົ້ມລົງ ເຮັດໃຫ້ຜູ້ຂັບຂີ່ຄື: ທ້າວ ສົມສະຫວາດ, ອາຍຸ 28 ປີ ກຳມະກອນ ຢູ່ບ້ານ ດົງໜ້ຽງ ຈັນທະບູລີ ເສຍຊີວິດຄາທີ່. ຕໍ່ມາໃນຕອນສວຍຂອງວັນດຽວກັນ, ຢູ່ຖະໜົນ 13 ໄຕ້, ເຂດບ້ານນາຊອນ, ເມືອງປາກງື່ມ ໄດ້ເກີດອຸປະຕິເຫດລົດຈັກຕຳກັບລົດໃຫຍ່ ເຮັດໃຫ້ຜູ້ຂັບລົດຈັກຄື: ນາງ ອຸດົມ, ອາຍຸ 37 ປີ ຊາວນາ ຢູ່ບ້ານດົງກະລຶມ, ເມືອງປາກງື່ມ ເສຍຊີວິດຄາທີ່ ແລະ ໃນຕອນທ່ຽງຄືນຂອງວັນທີ 1 ສິງຫານີ້, ຢູ່ເຂດບ້ານ
ບໍ່ເຫລັກ, ເມືອງປາກງື່ມ ກໍເກີດອຸປະຕິເຫດລົດໃຫຍ່ຕຳລົດຈັກ ມີຜູ້ເສຍຊີວິດ 1 ຄົນ ຄື: ນາງ ສາຍສະໝອນ ອາຍຸ 40 ປີ ກຳມະກອນ ຢູ່ບ້ານສົມປະເສີດ ເມືອງປາກງື່ມ ນະຄອນຫລວງວຽງຈັນ. ສ່ວນຜູ້ຂັບຂີ່ລົດໃຫຍ່ຄື: ທ້າວ ເວິງທອງ ອາຍຸ 49 ປີ, ອາຊີບ ຄ້າຂາຍ ຢູ່ບ້ານອຸດົມຜົນ, ເມືອງໄຊທານີ ຖືກເຈົ້າໜ້າທີ່ກັກຕົວໄວ້ ເພື່ອດໍາເນີນຄະດີ ຕໍ່ໄປ.
     ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ​ອຸປະຕິເຫດສ່ວນໃຫຍ່ ແມ່ນເກີດຈາກ ຜູ້ຂັບຂີ່ດື່ມສິ່ງມືນເມົາ​​, ຂັບຂີ່ດ້ວຍຄວາມໄວ, ບໍ່ໃສ່ໝວກກັນກະທົບ, ຊຶ່ງເຈົ້າໜ້າທີ່ກໍໄດ້ມີການຕັກເຕືອນ ແຕ່ຍັງມີນັກຂັບຂີ່ຈໍານວນໜຶ່ງເມີນເສີຍ ແລະ ບໍ່ປະຕິບັດຕາມລະບຽບຈາລະຈອນ ຢ່າງເຂັ້ມງວດ ຈຶ່ງເຮັດໃຫ້ອຸປະຕິເຫດເກີດຂຶ້ນຢ່າງລຽນຕິດ, ພ້ອມກັນນີ້ເຈົ້າໜ້າທີ່ຍັງໄດ້ຮຽກຮ້ອງ​​ເຖິງນັກຂັບຂີ່ທຸກຄົນຄວນມີສະຕິໃນການຂັບຂີ່ ແລະ ​​ເຄົາລົບລະບຽບຈະລາຈອນໃຫ້ເຂັ້ມງວດ ​​ເພື່ອຫລຸດຜ່ອນອຸປະຕິເຫດທີ່ຈະຕາມມາ, ໂດຍສະເພາະ ໃນໄລຍະລະດູຝົນນີ້ ອາດມີຫລາຍສິ່ງ ພາໃຫ້ເກີດອຸປະຕິເຫດໄດ້ງ່າຍ.

No comments:

Post a Comment