Ad

Ad

3 August 2015

ຊາຄອມແບ໋ງຍົກລະດັບສາຂາເປັນທະນາຄານລົງທຶນຢູ່ລາວ 100%



ພາຍຫລັງ, ທະນາຄານຫຸ້ນສ່ວນ ໄຊງ່ອນ ເທື່ອງຕິນ ຫລື ຊາຄອມແບ໋ງ( SACOMBANK) ໄດ້ເຂົ້າມາເປີດສາຂາເພື່ອດຳເນີນທຸລະກິດໃຫ້ບໍລິການດ້ານການເງິນຢູ່ລາວນັບແຕ່ທ້າຍປີ 2008 ເປັນຕົ້ນມາ ແລະ ເຫັນວ່າການ ເຄື່ອນໄຫວຂອງທະນາຄານມີບາດກ້າວເຕີບໃຫຍ່ຂະ ຫຍາຍໂຕເປັນລຳດັບ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກສັງຄົມນັບມື້ເພີ່ມຂຶ້ນ, ດັ່ງນັ້ນໃນວັນທີ 3 ສິງຫາ 2015 ນີ້, ໂດຍໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ແລະ ທະນາຄານ ແຫ່ງຊາດ ສສ ຫວຽດນາມ, ທະນາຄານຊາຄອມແບ໋ງຈຶ່ງໄດ້ຍົກ ລະດັບສາຂາຂຶ້ນເປັນ ທະນາຄານລົງທຶນ ຈາກຕ່າງປະເທດ100%, ເຊິ່ງນັບວ່າແມ່ນ ບາດກ້າວໜຶ່ງທີ່ສຳຄັນເພື່ອ ຢັ້ງຢືນໃຫ້ເຫັນເຖິງການ ເຕີບໃຫຍ່ຂອງການດຳເນີນທຸລະກິດ ຂອງທະນາຄານດັ່ງກ່າວ.
ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ປັດຈຸບັນ, ທະນາຄານຊາຄອມແບ໋ງມີ 417 ສາຂາ ແລະ 428 ໜ່ວຍບໍລິການຢູ່ຫວຽດ ນາມ, ນອກຈາກນີ້ຍັງມີ 7 ສາຂາລົງທຶນ 100% ຢູ່ປະເທດກຳປູເຈຍ ແລະ 2 ສາຂາຢູ່ລາວໂດຍມການເຄື່ອນ ໄຫວຮູບ ແບບທະນາຄານທຸລະກິດ ແລະ ມີ ທຶນຈົດທະບຽນທັງໝົດ 39
ລ້ານໂດລາສະຫະລັດສະເພາະຢູ່ລາວ, ເຊິ່ງມີຫລາກຫລາຍຜະລິດຕະພັນໃຫ້ບໍລິການດ້ານການເງິນຄື : ສີນເຊື່ອເພື່ອການຊື້ດິນ, ປຸກສ້າງ ແລະ ສ້ອມແປງທີ່ພັກອາໄສ, ສີນເຊື່ອເພື່ອການລົງທຶນ-ເພີ່ມທຶນ ໝູນວຽນໃນທຸລະກິດ, ການຊົມໃຊ້, ບໍລິການເງິນຝາກ, ໂອນເງິນພາຍໃນ ແລະ ຕ່າງປະເທດ, ບໍລິການບັດເອທີເອັມ(ATM) ແລະ ອື່ນໆ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ, ວິສາຫະກິດຕ່າງໆທີ່ລົງທຶນ ຢູ່ລາວ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມລາວເຂັ້ມແຂງດີຂຶ້ນເທື່ອ ລະກ້າວ.

No comments:

Post a Comment