Ad

Ad

3 August 2015

ເປີດຮ້ານ​ຈຳ​ໜ່າຍ​ໂທລະສັບ​ຮວາ​ເຫວີຍ​ສາຂາ 4 ບ້ານ​ສີຫອມ



ວັນທີ 31 ກໍລະກົດນີ້ບໍລິສັດ ຮວາເຫວີຍ ປະຈຳລາວໄດ້ຈັດພິທີເປີດຮ້ານຈຳໜ່າຍໂທລະສັບ ຮວາເຫວີຍ ສາຂາ 4 ຂື້ນ, ຢູ່ບ້ານສີຫອມ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ ມີຄະນະປະທານ, ພະນັກງານບໍລິສັດດັ່ງກ່າວ, ພ້ອມດ້ວຍລູກຄ້າແລະ ສື່ມວນຊົນເຂົ້າຮ່ວມເປັນຈຳນວນຫຼາຍ.
ປະທານ ບໍລິສັດ ຮວາເຫວີຍ ໃຫ້ຮູ້ວ່າ: ນັບແຕ່ເລີ່ມດຳເນີນທຸລະກິດ ຢູ່ລາວ, ຮວາເຫວີຍ ໄດ້ລົງທືນຢ່າງຫຼວງຫຼາຍເພອໂຄສະນາສິນຄ້າຂອງ ຕົນໃຫ້ຄົນ ໃນສັງຄົມຮູ້ຈັກກັບຜະ ລິດຕະພັນຂອງຕົນໃຫ້ນັບມື້ຫຼາຍ ຂຶ້ນ, ໃນນັ້ນໄດ້ ລົງທືນ ສ້າງຮ້ານຈຳໜ່າຍຫຼາຍກວ່າ 300 ຮ້ານໃນທົ່ວປະເທດລາວ ແລະ ໃນໄລຍະຜ່ານມາບັນດາຮ້ານຈຳໜ່າຍເຫຼົ່ານັ້ນສາມາດສ້າງ ລາຍຮັບໄດ້ເຖິງ 10 ລ້ານໂດລາສະຫະລັດ ແລະ ໃນປີນີ້ຮວາເຫວີຍຍັງຈະສືບຕໍ່ສ້າງຮ້ານຈຳໜ່າຍໃຫ້ເພີ່ມຂຶ້ນເລື້ອຍໆ,
ບໍ່ວ່າຈະຢູ່ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ ແລະ ຫຼວງພະບາງ, ເພື່ອສ້າງລາຍຮັບ ໃຫ້ໄດ້ເຖິງ 20 ລ້ານໂດລາສະຫະລັດ ແລະ ໃນປີ 2014 ຜະລິດຕະພັນ ແລະ ການບໍລິການຂອງ ຮວາເຫວີຍ ແມ່ນໄດ້ຄວບຄຸມຫຼາຍກວ່າ 170 ປະເທດທົ່ວໂລກ ແລະ ການສົ່ງອອກສະມາດໂຟນເປັນ ອັບດັບ 3 ຂອງໂລກ, ສູນຄົ້ນຄວ້າ ແລະ ພັດທະນາຜະລິດຕະ ພັນຂອງ ຮວາເຫວີຍຖືກສ້າງຕັ້ງຂຶ້ນເຖິງ 16 ແຫ່ງໃນອາເມຣິກາ, ເຢຍລະມັນ, ຊູແອັດ, ລັດເຊຍ, ອິນເດຍ ແລະ ສປ ຈີນ ເປັນຕົ້ນ ແລະ ຈາກປະສົບການດ້ານເທັກໂນໂລຊີຫຼາຍກວ່າ 20 ປີ ຮວາເຫວີຍ ສັນຍາວ່າຈະນຳເອົາເຕັກໂນໂລຊີທີ່ທັນສະໄຫມສູ່ສັງຄົມລາວເພື່ອສ້າງຄວາມສະດວກສະບາຍໃນຊີວິດປະຈຳວັນ.

No comments:

Post a Comment