Ad

Ad

28 August 2015

ກະຊວງສຶກສາເລັ່ງຄວາມພ້ອມສຳລັບສົກຮຽນໃໝ່

 ​ທ່ານຫົວໜ້າກົມມັດທະຍົມສຶກສາ, ກະຊວງສຶກສາທິການແລະ ກິລາໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມພວກເຮົາ​​ໃນວັນທີ 27 ສິງຫານີ້ວ່າ: ​ເພື່ອກະກຽມສົກຮຽນໃໝ່ນີ້ ກົມມັດທະຍົມສຶກສາ ກໍໄດ້ມີແຈ້ງການໃຫ້ພະແນກສຶກສາທິການແລະ ກິລານະຄອນຫລວງວຽງຈັນແລະ ບັນດາແຂວງຕ່າງໆໃນທົ່ວປະເທດ ກ່ຽວກັບການຈັດຕັ້ງປະຕິບັດການຮຽນ-ການສອນ ຕາມປະຕິທິນການສຶກສາທີ່ໄດ້ກຳນົດ, ​ໂດຍເນັ້ນ​​ໃຫ້ແຕ່ລະໂຮງຮຽນກະກຽມໄຂສົກຮຽນໃໝ່ຢ່າງເປັນຂະບວນຟົດຟື້ນ ພ້ອມທັງແນະນຳໃຫ້ມີການກະກຽມອາຄານສະຖານທີ່ຮຽນ, ຫ້ອງຮຽນ, ​ໂຕະຕັ່ງແລະ ອຸປະກອນການຮຽນ-ການສອນໃຫ້ພຽງພໍ. ນອກຈາກນີ້ ຍັງໄດ້ຊັບຊ້ອນຄູສອນ ໃຫ້ເໝາະສົມກັບແຕ່ລະວິຊາທີ່ສອນເພື່ອ​​ໃຫ້ການສິດສອນ​​ມີປະສິດທິພາບສູງແລະ ຄົບຖ້ວນທຸກວິຊາຕາມຫລັກສູດທີ່ກຳນົດໄວ້. ພ້ອມທັງແນະນຳໃຫ້ແຕ່ລະໂຮງຮຽນເຜີຍແຜ່ກົດລະບຽບຂອງໂຮງຮຽນ ໃຫ້ນັກຮຽນເຂົ້າໃຈເລິກເຊິ່ງເພື່ອສ້າງຂະບວນການສອນດີ-ຮຽນ​​ເກັ່ງໃຫ້ຟົດຟື້ນ. ​ພ້ອມດຽວກັນນີ້, ທາງສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາໄດ້ສຳເລັດການພັດທະນາຫລັກສູດຊັ້ນມັດທະຍົມສຶກສາສະບັບປະຕິຮູບ ຊັ້ນ.6, ດັ່ງນັ້ນເພື່ອໃຫ້ຄູ​​ສອນໃນຊັ້ນດັ່ງກ່າວມີຄວາມເຂົ້າໃຈຕໍ່ຫລັກສູດໃໝ່ນີ້ ຢ່າງເລິກເຊິ່ງແລະ ມີຄວາມເປັນເອກກະພາບໃນການຈັດຕັ້ງ
ປະຕິບັດ, ສ່ວນທາງກົມມັດທະຍົມສຶກສາ ກໍໄດ້ສົມທົບກັບກົມສ້າງຄູແລະ ສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາຈັດຕັ້ງຝຶກອົບຮົມ ກ່ຽວກັບການນຳໃຊ້ຫລັກສູດ, ປຶ້ມແບບຮຽນແລະ ຄູ່ມືຄູ ຊັ້ນ.6 ໃໝ່ດັ່ງກ່າວ, ພ້ອມທັງແນະນຳວິທີສິດສອນແບບໃໝ່ໃຫ້ແກ່ຄູເຝິກຂັ້ນແຂວງ ສຳເລັດເປັນທີ່ຮຽບຮ້ອຍແລ້ວແລະ ປັດ ຈຸບັນຄູເຝິກແຕ່ລະແຂວງກໍາລັງຈັດຕັ້ງການຝິກອົບຮົມຕໍ່ໃຫ້ຄູສອນ ຊັ້ນ.6 ທຸກຄົນໃນແຂວງຂອງຕົນໃຫ້ສຳເລັດກ່ອນເປີດສົກຮຽນໃໝ່ນີ້.
             ຕໍ່ບັນຫາການເສຍຄ່າລົງທະບຽນນັກຮຽນນັ້ນ ທ່ານຫົວໜ້າກົມມັດທະຍົມສຶກສາໄດ້ຊີ້ແຈງວ່າ: ການເກັບຄ່າທຳນຽມດັ່ງກ່າວທາງກະຊວງສຶກສາແລະ ກິລາແມ່ນບໍ່ເຄີຍກຳນົດ​ ​ແລະ ບໍ່ມີລະບຽບການໃດໆ, ​ແຕ່ກົງກັນຂ້າມ ກະຊວງສຶກສາ​ ​ໄດ້ມີນະໂຍບາຍໃຫ້ເງິນບໍລິຫານໂຮງຮຽນໃນແຕ່ລະປີເພື່ອຮັບໃຊ້ການບໍລິຫານໂຮງຮຽນ, ສ່ວນວ່າມີບາງໂຮງຮຽນໄດ້ເກັບຄ່າລົງທະບຽນຂອງນັກຮຽນນັ້ນ ອາດມີຄວາມຈຳເປັນຂອງໂຮງຮຽນດັ່ງກ່າວ, ​ເຊິ່ງໂຮງຮຽນຈະເປັນຜູ້ກຳນົດເອງ, ​ໂດຍສົມທົບກັບອຳນາດການປົກຄອງທ້ອງຖິ່ນໃນການເກັບຄ່າທຳນຽມຂອງນັກຮຽນ.

ນອກຈາກນີ້ໂຮງຮຽນ​​ເອກກະຊົນບາງແຫ່ງໄດ້ໃຫ້ນັກຮຽນຊື້ເຄື່ອງແບບນັກຮຽນ​ ​ອາເປັນເພາະວ່າໂຮງ ຮຽນດັ່ງກ່າວໄດ້ກຳນົດຊຸດເຄື່ອງແບບເປັນ​​ເອກກະລັກສະເພາະຂອງຕົນ, ຈຶ່ງເຮັດໃຫ້ນັກຮຽນທຸກຄົນຕ້ອງໄດ້ນຸ່ງຖືເປັນເອກະພາບຕາມແບບທີ່ໂຮງຮຽນກຳນົດ, ​​ເຊິ່ງຊຸດເຄື່ອງແບບດັ່ງກ່າວອາດຈະບໍ່ມີຂາຍຢູ່ບ່ອນອື່ນ ຈຶ່ງຈຳເປັນຕ້ອງໄດ້ຊື້ກັບໂຮງຮຽນແລະ ສຳລັບໂຮງຮຽນຂອງລັດແມ່ນມີກຳນົດເຄື່ອງແບບນັກຮຽນເອກກະພາບກັນທົ່ວປະເທດ ດັ່ງທີ່ລະບຸໄວ້ຢູ່ໃນຫລັກການຄຸ້ມຄອງໂຮງຮຽນມັດທະຍົມສຶກສາແລະ ນັກຮຽນສາມາດຊື້ເຄື່ອງແບບແລະປຶ້ມແບບຮຽນໄດ້ຕາມຫ້າງຮ້ານຕ່າງໆໃນຂອບເຂດທົ່ວປະເທດ.

No comments:

Post a Comment