Ad

Ad

12 August 2015

ການກໍ່ສ້າງຕ້ອງຮັບປະກັນດ້ານສະພາບແວດລ້ອມ ແລະ ສັງຄົມທີ່ດີ



ຄືດັ່ງພວກເຮົາຮູ້ນຳກັນວ່າ: ປັດຈຸບັນ, ປະເທດເຮົາພວມມີການສ້າງສາພັດ ທະນາຢ່າງກວ້າງຂວາງ, ໂດຍສະເພາະໃນຕົວເມືອງເຫັນວ່າມີໂຄງການ ກໍ່ສ້າງພື້ນຖານໂຄງລ່າງ, ຕຶກອາຄານເປັນຈຳນວນຫລາຍ ແລະ ເຫັນວ່າມີຫລາຍ ໂຄງການແມ່ນເຮັດໄດ້ດີໃນການປົກປ້ອງຜົນກະທົບຕໍ່ສະ ພາບແວດລ້ອມ ແລະ ສັງຄົມ, ແຕ່ມີບາງໂຄງການກໍຍັງເຫັນວ່າບໍ່ທັນໄດ້ເອົາໃຈໃສ່ໃນສິ່ງ ດັ່ງກ່າວດີ ເທົ່າທີ່ຄວນຄື: ເມື່ອບໍ່ດົນມານີ້, ມີປະຊາຊົນຢູ່ບ້ານໂພນສະອາດ ເມືອງ
ໄຊເສດ ຖາ ນະຄອນຫລວງວຽງຈັນ ໄດ້ສະເໜີຕໍ່ນັກຂ່າວໜັງສືພິມ ລາວພັດທະນາ ໃຫ້ລົງຕິດຕາມເບິ່ງຄວາມເດືອດ ຮ້ອນຈາກສະພາບຂີ້ຝຸ່ນປິວໄຫງ່ຢູ່ຈຸດສີ່ແຍກຖະໜົນ ໄກສອນ ພົມວິຫານ ຈາກລົດບັນທຸກ ທີ່ແລ່ນເຂົ້າ-ອອກໂຄງການກໍ່ສ້າງອາຄານຂະໜາດໃຫຍ່ໃກ້ຄຽງ. ຕາມການສອບຖາມປະຊາຊົນທີ່ອາໄສຢູ່ເຂດນັ້ນໃຫ້ຮູ້ວ່າ:
ສະພາບດັ່ງກ່າວແມ່ນເກີດຂຶ້ນມາຕິດຕໍ່ກັນປະມານ 3-4 ວັນແລ້ວ, ອັນໄດ້ສົ່ງຜົນກະທົບດ້ານມົນລະພິດທາງອາກາດໃຫ້ແກ່ ຜູ້ອາສຢູ່ເຂດໃກ້ຄຽງ ແລະ ຜູ້ສັນຈອນໄປມາບົນເສັ້ນທາງດັ່ງກ່າວ, ນອກຈາກນີ້ກໍຍັງມີໂຄງການກໍ່ສ້າງອີກຈຳນວນໜຶ່ງ ທີ່ມີສະພາບເຊັ່ນດຽວກັນ ແລະ ຕໍ່ບັນຫາດັ່ງກ່າວ, ຈຶ່ງຂໍໃຫ້ພາກສ່ວນກ່ຽວຂ້ອງເພີ່ມທະວີຊຸກຍູ້ເຈົ້າຂອງໂຄງການກໍ່ ສ້າງຕ່າງໆເອົາໃຈໃສ່ດ້ານການຮັກສາສະພາບແວດລ້ອມ ແລະ ສັງຄົມໃຫ້ດີ, ໂດຍສະເພາະໂຄງການໃດເຮັດໃຫ້ ເສັ້ນທາງເປີະເປື້ອນກໍຄວນໄດ້ຮີບຮ້ອນອະນາໄມໃຫ້ສະອາດຈົບງາມ, ເພື່ອບໍ່ສົ່ງຜົນສະທ້ອນຕໍ່ສັງຄົມ ແລະ ເປັນການປະກອບສ່ວນເຮັດໃຫ້ນະໂຍບາຍ ສະອາດ ຂອງນະຄອນຫລວງວຽງຈັນປະກົດຜົນເປັນຈິງເທື່ອລະກ້າວ.

No comments:

Post a Comment