Ad

Ad

12 August 2015

ຈະລາຈອນເຕືອນຜູ້ຂັບຂີ່ມີສະຕິຫລັງທ້າຍອາທິດຜ່ານມາຕາຍເຄິ່ງສິບ



ເຈົ້າໜ້າທີ່ຕຳຫລວດຈະລາຈອນນະຄອນຫລວງວຽງຈັນ, ໄດ້ຝາກເຕືອນເຖິງ ຜູ້ຂັບຂີ່ໃຫ້ມີສະຕິລະວັງໃນການໃຊ້ລົດໃຊ້ຖະໜົນ, ພາຍຫລັງເຫັນວ່າເມື່ອ ທ້າຍອາທິດຜ່ານໄດ້ມີຜູ້ເສຍຊີວິດຈາກອຸປະຕິເຫດບົນ ທ້ອງຖະໜົນເຖິງ 5 ລາຍຄື:​ ໃນ­​ເວລາປະມານ­ 24:00 ​ໂມງຂອງວັນ­​ທີ 8 ສິງຫາ 2015 ​ຢູ່ຖະໜົນ 13 ເໜືອເຂດເມືອງນາຊາຍທອງ, ໄດ້ມີລົດຈັກ CBR ໝາຍເລກທະບຽນ­ ທອ 3330 ກຳແພງນ​­ະຄອນ­, ຂັບຂີ່ໂດຍທ້າວ ພິດສະໄໝ ອາຍຸ 16 ປີຢູ່ບ້ານ­​ຫ້ວຍນ​­້ຳເຢັ­ ເມືອງດັ່ງກ່າວໄດ້ຕຳເຊິ່ງໜ້າກັບລົດຈັກ Wave 100 ໝາຍເລກທະບຽນ­ ດຄ 2118 ກຳແພງນ​­ະຄອນ, ທີ່ຂັບຂີ່ໂດຍທ້າວ ­ີ່ ອາຍຸ 18 ປີແລະ ທ້າວໄລ ອາຍຸ 17 ປີເປັນ­​ຜູ້ຊ້ອນ­​ທ້າຍ, ທັງສອງຢູ່ບ້າ­ໂພນ­​ມ່ວງ ເມືອງນ​­ຊາຍທອງ ທີ່ຂີ່ສວ­ທາງມາ ເຮັດໃຫ້ທ້າວ ­ີ່ເສຍຊີວິດຄາທີ່ ແລະ ທ້າວ ພິດສະໄໝ ໄປເສຍຊີວິດຢູ່ໂຮງໝໍ, ສ່ວນ­​ທ້າວໄລ ແມ່ນໄດ້ຮັບບາດເຈັບສົມຄວນ­.

ມື້ຕໍ່ມາ​​­​ເວລາປະມານ 4:00 ​ໂມງເຊົ້າມີອຸປະຕິເຫດລົດເກງຕຳເອົາທ້າຍລົດຈັກໝາຍເລກທະບຽນ ຈຫ 4512 ກຳແພງນະຄອນ ຊຶ່ງພວມຈະລ້ຽວໃນຈຸດກັບລົດເຮັດໃຫ້ລົດຈັກແລະ ຜູ້ຂັບຂີ່ຟົ້ງໄກຈາກຈຸດເກີດເຫດຫລາຍ 10 ​ແມັດ, ສົ່ງຜົນໃຫ້ຜູ້ຂັບ ແລະ ຜູ້ຊ້ອນທ້າຍ­​ເສຍຊີວິດຄາທີ່, ສ່ວ­ນຜູ້ຂັບຂີ່ລົດໃຫຍ່ໄດ້ຮັບບາດເຈັບສົມຄວນ ແລະ ໃນມື້ດຽວກັນ­​ເວລາປະມາ­ 17:00 ​ໂມງຢູ່ເສັ້­ນທາງດົງໂດກ-ໜອງບຶກເຂດບ້າ­ນນ​­ສ້ຽວ ເມືອງ­ຊາຍທອງ ໄດ້ເກີດອຸປະຕິເຫດລົດເກັງຕຳກັບລົດບັນທຸກ,​ ເຮັດໃຫ້ຜູ້ຂັບຂີ່ລົດເກງເສຍຊີວິດຢູ່ໂຮງໝໍຈາກກໍລະນີອຸປະຕິເຫດດັ່ງກ່າວ, ເຈົ້າໜ້າທີ່ຈຶ່ງຮຽກຮ້ອງໃຫ້ ຜູ້ຂັບຂີ່ຈົ່ງເພີ່ມສະຕິລະວັງຕົວສູງກວ່າເກົ່າ, ໂດຍສະເພາະແມ່ນໃຫ້ເຄົາລົບລະບຽບຈະລາຈອນຢ່າງເຂັ້ມງວດ, ບໍ່ດື່ມສິ່ງມຶນເມົາແລ້ວຂັບລົດ, ຂັບຂີ່ໂດຍປະໝາດ, ຂັບຂີ່ລົດດ້ວຍຄວາມໄວສູງ, ລ່ວງໄຟອຳນາດ, ລ່ວງປ້າຍຫ້າມ ແລະ ອື່ນໆເພື່ອຫລີກລ້ຽງຜົນເສຍຫາຍຕາມມາ.

No comments:

Post a Comment