Ad

Ad

17 August 2015

ຜູ້ຊີ້ນຳວຽກງານສື່ມວນຊົນແນະນຳໃຫ້ສື່ ແລະ ການພິມຈຳໜ່າຍປັບປຸງຕົນເອງກ້າວສູ່ຄຸນນະພາບໃໝ່

ໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ 65 ປີ (13/8/1950 - 13/8/2015), ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດສຳມະນາໃນຫົວຂໍ້ການຂຽນ, ການພິມ ແລະ ການອ່ານວັນນະຄະດີໃນປັດຈຸບັນຂຶ້ນທີ່ສູນການຄ້າ ລາວ-ໄອເຕັກ ໃນເຊົ້າວັນທີ 14 ສິງຫານີ້ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ສະຫວັນຄອນ ຣາຊມຸນຕຣີ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດານັກປະພັນ-ນັກຂຽນ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
            ທ່ານ ສະຫວັນຄອນ ຣາຊມຸນຕຣີ ກ່າວວ່າ: ຜ່ານມາວຽກງານການຂຽນ ແລະ ການພິມຈຳໜ່າຍໄດ້ຊ່ວຍຊຸກຍູ້ສົ່ງເສີມການອ່ານໃຫ້ມະຫາຊົນເຮົາທົ່ວທຸກຂົງເຂດໄດ້ດຳເນີນມາຕະຫລອດ ເຊິ່ງມີຜົນງານ ແລະ ຜົນສຳເລັດຫລາຍຢ່າງປະກອບສ່ວນຊ່ວຍພັດທະນາການສຶກສາອົບຮົມແນວຄິດ, ຄວາມຮູ້ຄວາມສາມາດທຸກດ້ານໃຫ້ມະຫາຊົນ. ພ້ອມກັນນັ້ນ ກໍຍັງ
ມີຫລາຍບັນຫາທີ່ຫຍຸ້ງຍາກ ແລະ ບໍ່ທັນຄ່ອງຕົວ ເຮັດໃຫ້ວຽກງານດ້ານນີ້ຂະຫຍາຍໂຕບໍ່ທັນສົມດູນກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນປັດຈຸບັນ ໂດຍສະເພາະໄລຍະການເຊື່ອມໂຍງກັບສາກົນນີ້ ເຊິ່ງພວກເຮົາຈະຕ້ອງໄດ້ປັບປຸງແກ້ໄຂຫລາຍຂອດຫລາຍບັນຫາໃນຂົງເຂດວຽກງານການຂຽນ, ພິມຈຳໜ່າຍ ແລະ ການສົ່ງເສີມການອ່ານເປັນລະບົບຄົບຊຸດຄັກແນ່ ໂດຍສະເພາະການນຳໃຊ້ສື່ສິ່ງພິມໃຫ້ກ້າວສູ່ຄຸນນະພາບ ແລະ ມາດຕະຖານ.
            ໃນຕອນບ່າຍຂອງວັນດຽວກັນ, ກະຊວງດັ່ງກ່າວຍັງໄດ້ຈັດສຳມະນາພາຍໃຕ້ຫົວຂໍ້ພາສາລາວໃນການໂຄສະນາເພື່ອສ້າງຄວາມເຂົ້າໃຈ ແລະ ຮັບຮູ້ຕື່ມໃນດ້ານການຂີດຂຽນ ແລະ ພິມຈຳໜ່າຍ ແລະ ເປັນໂອກາດໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ປະສົບການຕ່າງໆດ້ານການນຳໃຊ້ພາສາລາວເຂົ້າໃນການໂຄສະນາ ແລະ ການພິມຈຳໜ່າຍ ເພື່ອເຮັດແນວໃດໃຫ້ການນຳໃຊ້ພາສາ-ຄຳເວົ້າຕ່າງໆເຂົ້າໃນການນຳໃຊ້ຂອງສື່ມວນຊົນໄດ້ຢ່າງຖືກຕ້ອງຊັດເຈນ ໂດຍສະເພາະຈະໄດ້ລົງເລິກບັນດາຂໍ້ສົງໄສ ແລະ ຄຳເຫັນຂອງຜູ້ອ່ານ, ຜູ້ເບິ່ງ, ຜູ້ຟັງທີ່ນຳສະເໜີມາກ່ຽວກັບການໃຊ້ພາສາລາວໃນສື່ມວນຊົນໃຫ້ສອດຄ່ອງ ແລະ ເປັນເອກະພາບກັນ.
             ໃນຊຸດສຳມະນາດັ່ງກ່າວໄດ້ມີອາຈານ, ຜູ້ຊ່ຽວຊານດ້ານພາສາລາວ ຄືທ່ານ ດຣ. ທອງຄຳ ອ່ອນມະນີສອນ ນັກສິລະປິນແຫ່ງຊາດ ແລະ ຜູ້ຊ່ຽວຊານຈາກສະຖາບັນວິທະຍາສາດ-ສັງຄົມແຫ່ງຊາດ, ອາຈານດ້ານພາສາລາວ-ວັນນະຄະດີຈາກມະຫາວິທະຍາໄລແຫ່ງຊາດ ແລະ ຜູ້ມີປະສົບການອື່ນໆຕ່າງກໍໄດ້ຍົກໃຫ້ເຫັນຄຳຜິດ, ຄຳຖືກ ແລະ ປະໂຫຍກຕ່າງໆ ເພື່ອໃຊ້ເຂົ້າໃນວຽກງານໂຄສະນາໃຫ້ຖືກຕ້ອງຊັດເຈນ, ສັງຄົມມີຄວາມເຂົ້າໃຈ.

            ທ່ານລັດຖະມົນຕີຊ່ວຍ ຢ້ຳວ່າ: ການຈັດສຳມະນາຄັ້ງນີ້ລ້ວນແລ້ວແຕ່ເປັນບົດຮຽນ ແລະ ມີຫລາຍບັນຫາທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂເພື່ອສົ່ງເສີມວຽກງານສື່ມວນຊົນ, ການປະພັນ, ການພິມຈຳໜ່າຍ ແລະ ສົ່ງເສີມການອ່ານຂອງພວກເຮົາໄດ້ຮັບການພັດທະນາສູງຂຶ້ນໄປ ຄຽງຄູ່ກັບພາກພື້ນ ແລະ ສາກົນເທື່ອລະກ້າວ.

No comments:

Post a Comment