Ad

Ad

21 September 2015

ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 12 ໄດ້ໄຂຂຶ້ນທີ່ເມືອງໜານ​ໜິງ

ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 12 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ທີ່ເມືອງໜານໜິງ,ແຂວງກາງຊີ ສປ ຈີນ ເຊິ່ງຈະດຳເນີນໄປເປັນເວລາ 4 ວັນ, ໂດຍການເຂົ້າຮ່ວມຂອງທ່ານຈາງກ້າວລີ້ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປ ຈີນ, ມີຄະນະຜູ້ແທນຈາກ 10 ປະເທດອາຊຽນເຂົ້າຮ່ວມ, ຄະນະຜູ້ແທນລາວນຳໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ.
ງານວາງສະແດງສິນຄ້າຈີນ-ອາຊຽນໃນຄັ້ງນີ້ມີຫົວຂໍ້ວ່າ ການສ້າງເສັ້ນທາງສາຍໄໝທາງທະເລແຫ່ງສັດ ຕະວັດທີ21”  ໂດຍເນັ້ນໃສ່ການເຊື່ອມໂຍງ ແລະ ການຮ່ວມມືເພື່ອການພັດທະນາທີ່ຈະນຳໄປສູ່ການສົ່ງເສີມການຮ່ວມມືດ້ານຕ່າງໆໃຫ້ເປັນຮູບປະທຳ, ເປັນຕົ້ນການເຊື່ອມໂຍງດ້ານການຄົມມະນາຄົມ-ຂົນສົ່ງ, ການສື່ສານ, ການຄົ້ນ
ຄວ້າວິທະຍາສາດທາງທະເລ, ການຮັກສາສິ່ງແວດລ້ອມ, ການອຳນວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ,ການທ່ອງທ່ຽວ ແລະ ອື່ນໆ, ໂດຍມີບັນດາຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຫລາຍກວ່າ 2 ພັນຫົວໜ່ວຍ, ມີ 4.600 ກວ່າຮ້ານໃນນັ້ນຈາກບັນດາປະເທດອາຊຽນ 1.200 ກວ່າຮ້ານ ແລະ ຈາກບັນດາປະເທດທີ່ມາຈາກ
ນອກເຂດອາຊຽນ, ເຊິ່ງສິນຄ້າທີ່ນຳມາວາງສະແດງສ່ວນຫລາຍແມ່ນສີນຄ້າກະສິກຳ, ເຟີນີເຈີ, ເຄື່ອງຕົບແຕ່ງເຮືອນ, ເຄື່ອງຫັດຖະກຳ, ເຄື່ອງປະດັບອັນຍະມະນີ, ສິນຄ້າບໍລິໂພກ, ເຄື່ອງຈັກແລະ ລົດບັນທຸກສິນຄ້າ, ອາຫາສຳເລັດຮູບ, ຜະລິດຕະພັນຫຸ້ມຫໍ່, ຜະລິດຕະພັນໄຟຟ້າ ແລະ ຜະລິດຕະພັນທີ່ໃຊ້ພະລັງງານ, ເຄື່ອງໃຊ້ໄຟຟ້າເອເລັກໂຕຣນິກ, ວັດສະດຸກໍ່ສ້າງແລະອື່ນໆ. ນອກນັ້ນ ຍັງມີການວາງສະແດງໂຄງການລະຫວ່າງປະເທດແບບຮັບເໝົາ, ການຮ່ວມມືທາງດ້ານແຮງງານ, ການພັດທະນາຊັບພະຍາກອນເຕັກໂນໂລຊີດ້ານການສື່ສານ, ການພັດທະນາດ້ານພະລັງງານ, ການກໍ່ສ້າງສາທາລະນຸປະໂພກ, ການດຶງດູດດ້ານການລົງທຶນໃນນິຄົມອຸດສາຫະກຳອື່ນໆອີກ.

ສຳລັບ ສປປ ລາວ ມີຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນສົ່ງຜະລິດຕະພັນເຂົ້າຮ່ວມຫລາຍກວ່າ 71 ບໍລິສັດເຊິ່ງປະກອບມີ 6 ໝວດຜະລິດຕະພັນ ເປັນຕົ້ນແມ່ນເຄື່ອງເຟີນີເຈີ, ໄມ້ແກະສະລັກ, ຫັດຖະກໍາ, ເຄື່ອງປະດັບ, ໂຄສະນາການທ່ອງທ່ຽວ, ອາຫານ-ເຄື່ອງດື່ມ ແລະອື່ນໆ, ເຊິ່ງ ສປປ ລາວ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນ (CAEEXPO) ເລີ່ມແຕ່ປີ 2004 ເປັນຕົ້ນມາອັນໄດ້ເຮັດໃຫ້ບັນດານັກທຸລະກິດຂອງລາວມີໂອກາດຊອກຫາຕະຫລາດ ແລະ ຄູ່ຄ້າຂອງຕົນໂດຍສະເພາະການນຳເອົາບັນດາສີນຄ້າທີ່ເປັນທ່າແຮງຂອງລາວເຂົ້າຮ່ວມວາງສະແດງເປັນການເພີ່ມມູນຄ່າການສົ່ງອອກເຮັດໃຫ້ການລົງທຶນເຂົ້າລາວເພີ່ມຂຶ້ນ .ງານວາງສະແດງສິນຄ້າຈີນ-ອາຊຽນໄດ້ຈັດຂຶ້ນໃນທຸກໆປີນັບແຕ່ປີ 2004 ເປັນຕົ້ນມາ  ໂດຍແມ່ນ ສປ ຈີນ ເປັນເຈົ້າພາບຈັດຂຶ້ນຢູ່ເມືອງໜານໜິງແຂວງກວາງຊີເຊິ່ງງານດັ່ງກ່າວຈັດຂຶ້ນເພື່ອສ້າງໂອກາດໃຫ້ບັນດານັກທຸລະກິດຈີນບັນດາປະເທດອາຊຽນ ແລະ ປະເທດອື່ນໆໄດ້ມີໂອກາດພົບປະແລກປ່ຽນສິນຄ້າຮ່ວມກັນທັງເປັນການຂະຫຍາຍຕະຫລາດອອກສູ່ຕ່າງປະເທດໃຫ້ກວ້າງຂວາງຍິ່ງຂຶ້ນ ແລະ ຈະເຮັດໃຫ້ສປຈີນກາຍເປັນຄູ່ຮ່ວມມືຍຸດທະສາດດ້ານການຄ້າ-ການລົງທຶນກັບບັນດາປະເທດອາຊຽນນັບມື້ນັບຫລາຍຂຶ້ນ.

No comments:

Post a Comment