Ad

Ad

7 September 2015

ລາວ-ຣັດເຊຍ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໃນໂອກາດເຂົ້າຮ່ວມພິທີລະນຶກວັນໄຊຊະນະຂອງປະຊາຊົນຈີນ ໃນສົງຄາມຕ້ານການຮຸກຮານຂອງຍີ່ປຸ່ນ ແລະ ວັນໄຊຊະນະສົງຄາມຕ້ານຟາດຊິດໂລກຄົບຮອບ 70 ປີ ທີ່ ສປ ຈີນ, ທ່ານ ຈູມມາລີ ໄຊຍະສອນ ເລຂາທິການ ໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະພັນຣັດເຊຍ ໃນຕອນແລງຂອງວັນທີ 3 ກັນຍາ 2015 ຢູ່ນະຄອນຫລວງປັກກິ່ງ.
            ທ່ານ ຈູມມາລີ ໄຊຍະສອນ ກ່າວວ່າ: ສປປ ລາວ ຢາມໃດກໍຖືວ່າຣັດເຊຍ ເປັນປະເທດເພື່ອນມິດທີ່ໃກ້ຊິດ ແລະ ໃຫ້ຄວາມສຳຄັນເປັນຢ່າງຍິ່ງ ຕໍ່ການເປັນຄູ່ຮ່ວມມືຍຸດທະສາດ ລວມທັງສືບຕໍ່ໃຫ້ການສະໜັບສະໜູນເຊິ່ງ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ຂະແໜງການອື່ນໆ ເຫັນວ່າສືບຕໍ່ຂະຫຍາຍຕົວ.

ປັດຈຸບັນ ຣັດເຊຍ ລົງທຶນຢູ່ລາວລວມມູນຄ່າທັງໝົດ ປະມານ 75 ລ້ານໂດລາສະຫະລັດ. ປີ 2014 ຜ່ານມາ ສອງຝ່າຍສາມາດບັນລຸຕົວເລກການຄ້ານຳກັນໄດ້ປະມານ 10 ລ້ານກວ່າໂດລາສະຫະລັດ.ໃນນີ້ ລາວ ສົ່ງອອກໄປຍັງຣັດເຊຍ ປະມານ 2 ລ້ານກວ່າໂດລາສະຫະລັດ.  ໃນໂອກາດນີ້, ທ່ານປະເທດປະທານ ຈູມມາລີ ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍຣັດເຊຍ ທີ່ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ-ຣັດເຊຍ ໃນປີ 2016 ເພື່ອສະເຫລີມ ສະຫລອງ ການຮ່ວມມືອາຊຽນ-ຣັດເຊຍ ຄົບຮອບ 20 ປີ ທີ່ຣັດເຊຍ. ສປປ ລາວ ໃນຖານະເປັນປະເທດປະສານງານການຮ່ວມມືອາຊຽນ-ຣັດເຊຍ ທັງເປັນປະທານອາຊຽນຈະໃຫ້ການຮ່ວມມື ແລະ ສະໜັບສະໜູນຣັດເຊຍ ໃນການຈັດກອງປະຊຸມດັ່ງກ່າວໃຫ້ໄດ້ສຳເລັດຜົນ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ ແທນຂັ້ນສູງຕະຫລອດຄະນະວິຊາການລະຫວ່າງສອງປະເທດລາວ-ຣັດເຊຍໃນໄລຍະຜ່ານມາ ເຊິ່ງການຢ້ຽມຢາມດັ່ງກ່າວ ໄດ້ປະ ກອບສ່ວນສຳຄັນ ເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືນັບມື້ນັບກ້າວຂຶ້ນສູ່ອັນໃໝ່. ປີ 2015 ນີ້ ເປັນປີຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຣັດເຊຍ. ທັງສອງຝ່າຍ ເຫັນດີໃຫ້ກະຊວງການຕ່າງປະເທດທັງສອງປືກສາຫາລື ເພື່ອຈັດກິດຈະກຳສະເຫລີມສະຫລອງວັນດັ່່ງກ່າວໃຫ້ຟົດຟື້ນ.

No comments:

Post a Comment