Ad

Ad

8 September 2015

ການປັກດຳເຂົ້ານາປີປີນີ້ສຳເລັດແລ້ວ 95% ຂອງແຜນການ

ກະຊວງກະສິກຳແລະປ່າໄມ້ໃຫ້ຮູ້ວ່າ: ການຜະລິດເຂົ້ານາປີຂອງປະເທດເຮົາໃນປີນີ້ເຖິງວ່າ ຈະມີຄວາມຫຼ້າຊ້າກວ່າລະດູການຍ້ອນຝົນມາຊ້າ, ແຕ່ມາຮອດທ້າຍເດືອນສິງຫານີ້ທົ່ວປະເທດສາມາດປັກດຳໄດ້​​ແລ້ວຫຼາຍກວ່າ 748 ພັນເຮັກຕາ, ​ເທົ່າກັບ 95%, ຂອງເນື້ອທີ່ແຜນການ 787.580 ເຮັກຕາ,​ ໃນນັ້ນພາກເໜືອປະຕິບັດໄດ້ 96%, ພາກກາງ 95%, ພາກໃຕ້ 94%, ສ່ວນແຂວງທີ່ປັກດຳສຳເລັດ 100% ມີ: ຫຼວງນ້ຳທາ, ໃນເນື້ອທີ່ 11.228 ເຮັກຕາ, ອຸດົມໄຊ  15.264 ເຮັກຕາ, ແຂວງວຽງຈັນ 53 ພັນ ເຮັກຕາ ແລະ ສະຫວັນນະເຂດ 182.244 ທຽບໃສ່​​ປີຜ່ານມາ​​ເຫັນວ່າການຜະລິດນາປີປີນີ້ຍັງຢູ່ໃນເກນປົກກະຕິດີ ແລະ ຄາດຈະສຳເລັດສົມບູນກາງ ເດືອນກັນຍານີ້ເຊັນດຽວກັບປີຜ່ານມາ ແລະ ຄາດວ່າຈະສຳເລັດ ຕາມເນືອທີ່ແຜນການທີ່ວາງໄວ້ຂະນະທີ່ຂະແໜງກະສິກຳກໍໄດ້ນຳສົ່ງພະນັກງນວິຊາການຂອງຕົນລົງຊ່ວຍ ແລະ ໃຫ້ຄວາມຮູ້ແກ່ກະສິກອນໃນການດ້ານການຕ້ານແລ້ງ, ຕ້ານຖ້ວມ ແລະ
ການບົວລະບັດຮັກສາ, ເພື່ອສາມາດຍົກສະມັດຕະພາບການຜະລິດໃຫ້ສູງຂຶ້ນ, ຂະນະດຽວກັນນັ້ນກໍສຸມໃສ່ຊຸກຍູ້ກະສິກອນໃນເຂດທີ່ປັກດຳບບໍ່ທັນແລ້ວໃຫ້ໄດ້ດຳເນີນໄປທວງທັນການລະດູການ.

ກະຊວງກິສິກຳໃຫ້ຮູ້ອີກວ່າ: ສຳລັບການປູກພືດລະດູຝົນປີນີ້ກໍດຳເນີນໄປຢ່າງເປັນຂະບວນຟົດຟື້ນ, ມາຮອດວັນທີ 31 ສິງຫານີ້ກະສິກອນທົ່ວປະເທດສາມາດປູກພືດຊະນິດຕ່າງໆ ໄດ້ແລ້ວຫຼາຍ ກວ່າ 61 % ຂອງເນື້ອທີ່ແຜນການ, ສ່ວນພືດທີ່ນິຍົມກັນປູກ ຫຼາຍໃນປີນີ້ກໍຍັງແມ່ນ: ສາລີ, ມັນຕົ້ນ, ໝາກໂມ, ພືດຕະກຸນຖົ່ວ ແລະ ພືດຜັກຕ່າງ ແລະ ສັງເກດ ເຫັນວ່າການປູກຜັກໜູນວຽນຂອງກະສິກອນປະເທດເຮົາແມ່ນສາມາດຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງຕະຫຼາດພາຍໃນໄດ້ເປັນຢ່າງດີ,ໂດຍສະເພາະປະເພດພືດຜັກຕ່າງໆ.

No comments:

Post a Comment