Ad

Ad

8 September 2015

ເຈົ້າໜ້າທີ່ພາສີສະໜາມບິນສາກົນວັດໄຕຢຶດງາຊ້າງຜິດກົດໝາຍຫລາຍກິໂລ

ເຈົ້າໜ້າທີ່ພາສີດ່ານສະໜາມບີນສາກົນວັດໄຕ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເວລາປະມານ 14:00 ໂມງຂອງວັນທີ 3 ກັນຍາຜ່ານມາ, ເຈົ້າໜ້າທີ່ຂອງຕົນສາມາດກວດພົບງາຊ້າງຜິດກົດໝາຍຈໍານວນ 9 ງາ, ມີນໍ້າໜັກ 48 ກິໂລ, ທີ່ລັກລອບຂົນສົ່ງມານໍາສາຍການບິນລາວຖ້ຽວບິນ QV 912 ທີ່ເດີນທາງມາຈາກສະໜາມບິນເມືອງອິນຊອນ ສາທາລະນະລັດ ເກົາຫລີ ເຊິ່ງງາຊ້າງດັ່ງກ່າວຖືກຫຸ້ມຫໍ່ດ້ວຍເຈ້ຍ ແລະ ໂຟມຂາວແລ້ວບັນຈຸໃສ່ແກັດເຈ້ຍເປັນຢ່າງດີເພື່ອຫລົບ ຫລີກການກວດກາຂອງເຈົ້າໜ້າທີ່, ແຕ່ດ້ວຍເຄື່ອງກວດລະບົບສາຍແສງຈຶ່ງສາມາດພົບເຫັນງາຊ້າງດັ່ງກ່າວ ແລະ ຜ່ານການກວດກາງາຊ້າງດັ່ງກ່າວແມ່ນບໍ່ມີເອກະສານອະນຸຍາດຈາກປະເທດຕົ້ນທາງ ແລະ ບໍ່ມີເອກະສານອະນຸຍາດນໍາເຂົ້າຈາກພາກສ່ວນກ່ຽວຂ້ອງຂອງລາວ, ຈຶ່ງຖືວ່າເປັນການລະເມີດລະບຽບກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ(CITES) ທີ່ ສປປ ລາວ ເປັນພາຄີ, ຈຶ່ງໄດ້ຍຶດໄວ້ເປັນຫລັກຖານເພື່ອຕິດຕາມຫາເຈົ້າຂອງງາຊ້າງຜິດກົດໝາຍດັ່ງກ່າວມາດໍາເນີນຄະດີໃນຂັ້ນຕໍ່ໄປ, ຊຶ່ງຄາດວ່າອາດມີຕົ້ນທາງສົ່ງມາຈາກທະວີບອາຟຣິກກາ.

No comments:

Post a Comment