Ad

Ad

8 September 2015

ຍົກລະດັບບໍລິການປະກັນໄພໃຫ້ພະນັກງານທະນາຄານສົ່ງເສີມກະສິກຳພາກໃຕ້

ໃນວັນທີ 5 ກັນຍາຜ່ານມານີ້, ບໍລິສັດທິບພະຍະປະກັນໄພລາວ, ໄດ້ຈັດຝືກອົບຮົມກ່ຽວກັບທັກສະດ້ານການບໍລິກາປະ ກັນໄພໃຫ້ພະນັກງານທະນາຄານສົ່ງເສີມກະສິກໍາ (ທສກ) ພາກໃຕ້ຄື: ແຂວງສະຫວັນນະເຂດ, ຈໍາປາສັກ, ສາລະວັນ ແລະ ອັດຕະປື.
ໂດຍການເປັນປະທານຂອງທ່ານ ບຸນໄຊ ບຸນຍານຸຣັກ ກໍາມະການຜູ້ຈັດການໃຫຍ່ບໍລິສັດ ທິບພະຍະປະກັນໄພລາວ, ພ້ອມດ້ວຍພະນັກງານ ທສກ ເຂົ້າຮ່ວມຫລາຍກວ່າຮ້ອຍຄົນ.
ທ່ານ ບຸນໄຊ ບຸນຍານຸຣັກ ກ່າວວ່າ: ການຝືກອົບຮົມຄັ້ງນີ້, ແມ່ນການສານຕໍ່ຜົນສໍາເລັດຂອງການຝືກອົບຮົມໃຫ້ແກ່ພະນັກງານທສກພາກເໜືອເມື່ອກາງເດືອນສິງຫາຜ່ານມາທີ່ແຂວງຫລວງພະບາງ, ເພື່ອເນັ້ນໃຫ້ຄວາມຮູ້ ແລະ ທັກສະການບໍລິການດ້ານປະກັນໄພ ແລະ ປະກັນຊີວິດ, ໂດຍສະເພາະແມ່ນຂັ້ນຕອນການໃຫ້ບໍລິການ ແລະ ການສະໜອງຂໍ້ມູນໃຫ້ລູກຄ້າເພື່ອຮັບປະກັນຄວາມຖຶກຕ້ອງ ແລະ ມີຄຸນນະພາບແບບມືອາຊີບເພື່ອໃຫ້ບໍລິການແກ່ລູກຄ້າ.

ທ່ານ ບຸນໄຊ ກ່າວວ່າ: ບໍລິສັດ ທິບພະຍະປະກັນໄພລາວ ແມ່ນບໍລິສັດປະກັນໄພແຫ່ງທໍາອິດຂອງໄທທີ່ມາລົງທຶນໃນລາວ ແລະ ໄດ້ມີການຮ່ວມມືທາງທຸລະກິດກັບທະນາຄານສົ່ງເສີມກະສິກໍາ, ເພື່ອຮອງຮັບການຂະຫຍາຍໂຕທາງເສດຖະກິດໃນຕໍ່ໜ້າ, ເວົ້າສະເພາະທຸລະກິດດ້ານປະກັນໄພໃນລາວ, ພາຍຫລັງການເປັນປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015 ນີ້ ແລະ ມາຮອດປັດຈຸບັນການບໍລິການຂອງບໍລິສັດທິບພະຍະປະກັນໄພເກືອບຄວບຄຸມໃນທົ່ວປະເທດແລ້ວ

No comments:

Post a Comment