Ad

Ad

8 September 2015

ສານ​ຜູ້​ອຳນວຍ​ການ​ໃຫຍ່​ອົງການ​ອຸຍ​ແນ​ສ​ໂກ (​ເນື່ອງ​ໃນ​ໂອກາດ​ວັນ​ສາກົນ​ແຫ່ງ​ການ​ລົບ​ລ້າງ​ຄວາມ​ບໍ່​ຮູ້​ໜັງສື​ ວັນ​ທີ 8 ກັນຍາ)

     ​ວັນທີ 8 ກັນຍາຂອງທຸກໆປີ, ພວກເຮົາໄດ້ຍົກຄັນທຸງການລົບລ້າງຄວາມບໍ່ຮູ້ໜັງສື ຄືກັນກັບສິດທິມະນຸດ, ​ເປັນການບັງຄັບເພື່ອກຽດສັກສີແລະເປັນພື້ນຖານຂອງສັງຄົມທີ່ໝັ້ນຄົງແລະ ການພັດທະນາແບບຍືນຍົງ.
     ສານນີ້ແມ່ນມີຄວາມສຳຄັນຫລາຍ, ​ໂດຍສະ​​ເພາະ​​ໃນປີນີ້, ​ເມື່ອບັນດາລັດພາຄີ ຈະຮັບຮອງເອົາວາລະໃໝ່ ສຳລັບການສຶກສາແລະ ການພັດທະນາເພື່ອເປັນແນວທາງຕໍ່ໄປອີກ 15 ປີ. ການສົ່ງເສີມການຮຽນຮູ້ໜັງສື ຕ້ອງເປັນໝາກຫົວໃຈຂອງວາລະໃໝ່ນີ້, ​ໂດຍການສ້າງຄວາມເຂັ້ມແຂງຂອງແມ່ຍິງແລະ ຜູ້ຊາຍ​​ແຕ່ລະຄົນ, ການຮຽນຮູ້ໜັງສືຊ່ວຍສົ່ງເສີມການພັດທະນາແບບຍືນຍົງຜ່ານຄະນະກຳມະການ ຈາກການໃຫ້ເບິ່ງແຍງສຸຂະພາບທີ່ດີກວ່າແລະ ອາຫານທີ່ປອດໄພເພື່ອການຫລຸດຜ່ອນຄວາມທຸກຍາກແລະ ການສົ່ງເສີມການເຮັດວຽກທີ່ເໝາະສົມ.

     ນັບແຕ່ປີ 2000 ​ເປັນຕົ້ນມາວຽກງານດັ່ງກ່າວເຖິງວ່າມີຄວາມຄືບໜ້າໃນທົ່ວ​​ໂລກ, ​ແຕ່ວ່າສິ່ງທ້າທາຍຍັງຄົງມີຢູ່ສູງ, ປັດຈຸບັນນີ້ ຜູ້ໃຫຍ່ 757 ລ້ານຄົນ ຍັງຂາດຄວາມສາມາດການຮຽນຮູ້ໜັງສືຂັ້ນພື້ນຖາໃນນັ້ນ ສອງສ່ວນສາມແມ່ນແມ່ຍິງ, ຈຳນວນຂອງເດັກທີ່ອອກ​​ໂຮງຮຽນແລະໄວໜຸ່ມແມ່ນເພີ້ມຂຶ້ນຢູ່ປະມານ 124 ລ້ານຄົນ​​ໃນທົ່ວໂລກໃນຂະນະທີ່ເດັກນ້ອຍໃນໄວອາຍຸປະຖົມ 250 ລ້ານຄົນແມ່ນເສັງຕົກດັ່ງນັ້ນ ພວກເຮົາບໍ່ສາມາດອະນຸຍາດໃຫ້ສິ່ງນີ້ສືບຕໍ່ໄປໄດ້ ການຮຽນຮູ້ໜັງສືເປັນສິ່ງຈຳເປັນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງເພື່ອສົ່ງເສີມການສຶກສາຮຽນຮ່ວມແລະ ຄວາມສະເໝີພາບທີ່ມີຄຸນນະພາແລະ ການຮຽນຮູ້ຕະຫລອດຊີວິດເພື່ອທຸກຄົນ.
     ນີ້ແມ່ນສານຂອງອົງການອຸຍແນໂກ ກ່ຽວກັບວັນສາກົນການລົບລ້າງຄວາມບໍ່ຮູ້ໜັງສືເພື່ອະນຸຍາດໃຫ້​​ແມ່ຍິງແລະ ຜູ້ຊາຍທຸກຄົນ ມີສ່ວນຮ່ວມຢ່າງເຕັມສ່ວນໃນສັງຄົມ, ພວກເຮົາຈຳເປັນຕ້ອງມີການລົງທຶນທີ່ຫລາຍຂຶ້ນ ແລະ ມີນະໂຍບາຍ ທີ່ມີປະສິດທິພາບຫລາຍຂຶ້ນເພື່ອກາດນປູກຝັງການກະທຳສຳລັບການຮຽນຮູ້ໜັງສື ພາຍໃນນະໂຍບາຍການພັດທະນາທີ່ກ້ວາງຂຶ້ນ, ການສະໜັບສະໜູນໂດຍກົນໄກວິທີການໃໝ່ທີ່ສ້າງການຮ່ວມມືໃນທາງທີ່ດີຜ່ານທຸກຂົງເຂດນະໂຍບາຍ ທີ່ມີຄວາມສຳຄັນຕໍ່ກັບການກໍ່ສ້າງສັງຄົມ ທີ່ມີຄວາມໝັ້ນຄົງເພີ່ມຂຶ້ນ, ນີ້ເປັນສິ່ງຈຳເປັນຕໍ່ຄວາມພະຍາຍາມທັງໝົດ ທີ່ຈະສ້າງອະນາຄົດທີ່ດີກວ່າເພື່ອທຸກຄົນ, ບົນພື້ນຖານຂອງສິດທິມະນຸດແລະ ກຽດສັກສີ.


No comments:

Post a Comment