Ad

Ad

8 September 2015

ມອບ-ຮັບໜ້າທີ່ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ພິທີມອບ-ຮັບໜ້າທີ່ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມລະຫວ່າງທ່ານນາງ ອ່ອນຈັນ ທໍາມະວົງ ລັດຖະມົນຕີວ່າການຜູ້ເກົ່າ ແລະ ທ່ານ ດຣ ຄໍາແພງ ໄຊສົມແພງລັດຖະມົນຕີວ່າການຜູ້ໃໝ່, ໄດ້ມີຂຶ້ນໃນທ້າຍອາທິດຜ່ານມາຢູ່ກະຊວງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ດຣ ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີຊ່ວຍວ່າການ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງເພື່ອປະຕິບັດຕາມມະຕິກົມການເມືອງສູນກາງພັກ ແລະ ລັດຖະດໍາລັດຂອງປະທານປະເທດແຫ່ງ ສປປ ລາວ.
            ທ່ານນາງ ອ່ອນຈັນ ທໍາມະວົງ ໄດ້ມີຄຳເຫັນໃນພິທີວ່າໃນໄລຍະຜ່ານມາ, ຕົນ ແລະ ຄະນະນໍາກະຊວງແຮງງານແລະ ສະຫວັດດີການສັງຄົມເອົາໃຈໃສ່ຈັດຕັ້ງປະຕິບັດນະໂຍບາຍດ້ານແຮງງານ ແລະ ສະຫວັດດີການສັງຄົມໄດ້ມີຜົນສໍາເລັດຫລາຍດ້ານຂະນະທີ່, ທ່ານ ດຣ ຄໍາແພງ ໄຊສົມແພງ ລັດຖະມົນຕີວ່າການຄົນໃໝ່ກໍໄດ້ມີຄໍາເຫັນວ່າ: ຈະສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍບັນດາແຜນພັດທະນາໃນຂະແໜງແຮງງານ ແລະ ສະຫວັດດີການສັງຄົມໃຫ້ມີການພັດທະນາ ແລະ ເຕີບໃຫຍ່ຂື້ນເທື່ອ
ລະກ້າວ.


No comments:

Post a Comment