Ad

Ad

8 September 2015

ລາວຖືສໍາຄັນການລົບລ້າງຄວາມບໍ່ຮູ້ໜັງສື

ເນື່ອງໃນໂອກາດວັນສາກົນແຫ່ງການລຶບລ້າງຄວາມທຸກບໍ່ຮູ້ໜັງສືຄົບຮອບ 50 ປີ (8 ກັນຍາ 1965-8 ກັນຍາ 2015), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ດຣ ພັນຄໍາ ວິພາວັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 7 ກັນຍານີ້ວ່າ: ວັນດັ່ງກ່າວແມ່ນມີຄວາມສໍາຄັນຍິ່ງຕໍ່ປະຊາຊາດໃນໂລກ, ໂດຍສະເພາະແມ່ນຜູ້ດ້ອຍໂອກາດ, ພາດໂອກາດທາງການສຶກສາ, ຕົ້ນຕໍແມ່ນຄວາມບໍ່ຮູ້ໜັງສື ແລະ ການຮຽນບໍ່ຈົບການສຶກສາຂັ້ນພື້ນຖານ, ຊຶ່ງມັນໄດ້ກາຍເປັນອຸປະສັກຢ່າງໃຫຍ່ຫລວງຕໍ່ກັບການພັດທະນາຄົນກໍຄືການຊັບພະຍາກອນມະນຸດ, ການພັດທະນາເສດຖະກິດ-ສັງຄົມ. ຍ້ອນແນວນັ້ນໃນກອງປະຊຸມລັດຖະມົນຕີສຶກສາໃນປີ 1965 ທີ່ນະຄອນຫລວງເຕຮາລັງ ປະເທດອີຣານ ໄດ້ນໍາສະເໜີໃຫ້ມີວັນສາກົນແຫ່ງ
ການລຶບລ້າງຄວາມບໍ່ຮູ້ໜັງສື ແລະ ໃນຊຸມປີ 1986 ກອງປະຊຸມໃຫຍ່ອົງການອຸຍແນສໂກຄັ້ງທີ 14 ຈຶ່ງມີມະຕິຮັບຮອງເອົາວັນທີ 8 ກັນຍາຂອງທຸກປີໃຫ້ເປັນວັນສາກົນສໍາຄັນດັ່ງກ່າວ, ພ້ອມທັງຮຽກຮ້ອງທຸກປະເທດທີ່ເປັນສະມາຊິກອົງການສະຫະປະຊາຊາດໃຫ້ຈັດຕັ້ງສະເຫລີມສະຫລອງທຸກປີເພື່ອສະຫລຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນການລົບລ້າງຄວາມບໍ່ຮູ້ໜັງສືໃນປະເທດຂອງຕົນ.

ຮອງນາຍົກລັດຖະມົນຕີ ດຣ ພັນຄໍາ ວິພາວັນ ກ່າວວ່າ: ສໍາລັບ ສປປ ລາວ,ຍາມໃດພັກ ແລະ ລັດຖະບານກໍໃຫ້ຄວາມສໍາຄັນຕໍ່ວຽກງານການສຶກສາຂອງປະຊາຊົນບັນດາເຜົ່າ ແລະ ການລຶບລ້າງຄວາມບໍ່ຮູ້ໜັງສື, ໂດຍສະເພາະແມ່ນແຜນປະຕິຮູບລະບົບການສຶກສາແຫ່ງຊາດ(2003-2015) ແລະ ຄາດໝາຍ 4 ບຸກທະລຸທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກເປັນຕົ້ນແມ່ນບຸກທະລຸກ່ຽວກັບການພັດທະນາຊັບພະຍາກອນມະນຸດ, ຊຶ່ງຂະແໜງການສຶກມີບົດບາດສໍາຄັນ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ. ສໍາລັບວຽກງານການສຶກສານອກໂຮງຮຽນ, ເວົ້າສະເພາະແມ່ນວຽກງານການລຶບລ້າງຄວາມບໍ່ຮູ້ໜັງສືແມ່ນມີຜົນສໍາເລັດຄື: ມາຮອດປັດຈຸບັນປະຊາກອນໃນເກນອາຍຸ 15-45 ປີໄດ້ຈົບລົບລ້າງຄວາມບໍ່ຮູ້ໜັງສື ແລະ ຈົບຂັ້ນປະຖົມບໍາລຸງຫລາຍກວ່າ 640 ພັນຄົນ, ຍິງ 338 ພັນກວ່າຄົນ. ສະເພາະສົກຮຽນປີ 2014-2015 ມີປະຊາກອນທີມີອາຍຸ 15 ປີຂຶ້ນໄປຮຽນຈົບລະດັບລບລ້າງຄວາມບໍ່ຮູ້ໜັງສືຫລາຍກວ່າ 6 ພັນຄົນ, ຍິງເກືອບ 4 ພັນຄົນ, ຮຽນຈົບຊັ້ນປະຖົມບໍາລຸງຫລາຍກວ່າ 18 ພັນກວ່າຄົນ, ຍິງ 10 ພັນກວ່າຄົນ ແລະ ມາຮອດປັດຈຸບັນນີ້, ສປປ ລາວ ສາມາດປະກາດຈົບຊັ້ນປະຖົມສຶກສາບໍາລຸງທົ່ວປະເທດໄດ້ແລ້ວເມື່ອວັນທີ 28 ສິງຫາ 2015 ຜ່ານມານີ້. ນອກຈາກນີ້ຍັງໄດ້ບໍາລຸງຊັ້ນມັດທະຍົມ ແລະ ຜູ້ຮຽນຈົບຊັ້ນມັດທະຍົມຕົ້ນລະບົບບໍາລຸງແລ້ວຫລາຍກວ່າ 48 ພັນຄົນ, ຍິງ 25 ພັນກວ່າຄົນ, ຈົບຊັ້ນມັດທະຍົມຕອນປາຍປະມານ 2.177 ຄົນ,ຍິງ 777 ຄົນ, ປະກາດຈົບຊັ້ນມັດທະຍົມຕອນຕົ້ນທົ່ວເມືອງໄດ້ 45 ເມືອງ ແລະ ປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງທົ່ວປະເທດໄດ້ 1 ແຂວງຄື: ໄຊຍະບູລີ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານໄດ້ 2.372 ຄົນ, ຍິງ 1.659 ຄົນ.

ຮອງນາຍົກລັດຖະມົນຕີ ດຣ ພັນຄໍາ ວິພາວັນ ກ່າວວ່າ: ຜົນສໍາເລັດດັ່ງກ່າວແມ່ນຍ້ອນອໍານາດການປົກຄອງແຕ່ລະຂັ້ນ, ອົງການຈັດຕັ້ງຂັ້ນຕ່າງໆ, ບັນດາຄູ-ອາຈານ, ນັກຮຽນ-ນັກສືກສາ ແລະປະຊາຊົນບັນດາເຜົ່າໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານລຶບລ້າງຄວາມບໍ່ຮູ້ໜັງສື, ນອກຈາກນີ້, ບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນຕ່າງໆກໍໄດ້ໃຫ້ການສະໜັບສະໜູນ ແລະ ພັດທະນາຂົງເຂດວຽກງານການສຶກສາຂອງປະເທດພວກເຮົາດ້ວຍດີຕະຫລອດມາ.

No comments:

Post a Comment