Ad

Ad

8 September 2015

ປະທານ​ສະພາ​ແຫ່ງ​ຊາດສຳ​ເລັດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ IV ຂອງ​ປະທານ​ລັດຖະສະພາ​ໂລກ​ທີ່​ນິວຢອກ

    ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະໄດ້ສຳເລັດການເຂົ້າຮ່ວມກອງປະຊຸມຄັ້ງທີ IV ຂອງປະທານລັດຖະສະພາໂລກ (Fourth Conference of the Speakers of Parliament) ​ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 31 ສິງຫາ-2 ກັນຍາ 2015 ຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ (UN) ທີ່ນະຄອນນິວຢອກ, ສະຫະລັດອາເມລິກາ, ​ໂດຍການເປັນ​​ເຈົ້າພາບຮ່ວມລະຫວ່າງສະຫະພັນລັດຖະສະພາສາກົນ (IPU) ​ແລະ ສປຊ.
     ກອງປະຊຸມປະທານລັດຖະສະພາໂລກ ຄັ້ງນີ້ໄດ້ໄຂຂຶ້ນໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ບັນ ກີ ມູນເລຂາທິການໃຫຍ່ UN ​ແລະ ມີຄະນະຜູ້ແທນຈາກ 100 ກວ່າປະເທດສະມາຊິກເຂົ້າຮ່ວມພາຍໃຕ້ ຫົວຂໍ້ຕົ້ນຕໍຂອງກອງປະຊຸມແມ່ນສົ່ງເສີມປະຊາທິປະໄຕເພື່ອສັນຕິພາບແລະ ການພັດທະນາແບບຍືນຍົງ: ສ້າງໂລກທີ່ປະຊາຊົນຕ້ອງການເຊິ່ງໃນນັ້ນໄດ້ລົງເລິກປະກອບຄຳເຫັນໃສ່ເນື້ອໃນ ກໍຄືທິດທາງໃນການຈັດຕັ້ງຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງ (SDGs) ​ເຊິ່ງ ສປຊ ຈະໄດ້ຮັບຮອງເອົາໃນມໍ່ໆນີ້ແລະໄດ້ປຶກສາຫາລືກັນກ່ຽວກັບການເພີ່ມທະວີການປະຕິບັດໜ້າທີ່ຕິດຕາມການກວດກາຂອງລັດຖະສະພາໃຫ້ໝັກແໜ້ນແລະ ມີປະສິດທິພາບກວ່າເກົ່າ.

     ກອງປະຊຸມໄດ້ຮັບຮອງເອົາຖະແຫລງການຂອງກອງປະຊຸມຄັ້ງນີ້ເພື່ອນຳໄປຈັດຕັ້ງຜັນຂະຫຍາຍຢູ່ໃນລັດຖະສະພາສະມາຊິກໄອພີຢູ, ກໍຄືເພື່ອນຳສະເໜີຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ທີ່ຈະໄຂຂຶ້ນໃນທ້າຍ​​ເດືອນກັນຍານີ້ ທັງນີ້ ກໍເພື່ອຮັບປະກັນການມີສ່ວນຮ່ວມຢ່າງຕັ້ງໜ້າຂອງລັດຖະສະພາໃນພາລະກິດລວມຂອງ ສປຊໂດຍສະເພາະແມ່ນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ.
     ​ໃນວັນທີ 29-30 ສິງຫາໄດ້ມີກອງປະຊຸມຂອງປະທານລັດຖະສະພາ​​ເພດຍິງ, ​ເຊິ່ງໄດ້ພິຈາລະນາສະພາບການຕົວຈິງ, ຜົນສຳເລັດທີ່ບັນລຸໄດ້ໃນການຈັດຕັ້ງປະຕິບັດການສົ່ງເສີມບົດບາດແມ່ຍິງໃນຂອບເຂດທົ່ວໂລກ, ​ໃນວຽກງານການເມືອງ, ​ເສດຖະກິດ, ວັດທະນະທຳ-ສັງຄົມ, ​ໃນໄລຍະການຈັດຕັ້ງປະຕິບັດເປົ້າໝາຍສະຫະສະຫວັດເພື່ອການພັດທະນາ (MDGs) ຜ່ານມາ ພ້ອມທັງວາງທິດທາງເພື່ອກ້າວສູ່ການບັນລຸເປົ້າໝາຍໃນອະນາຄົດເຊິ່ງສະຫະພັນລັດຖະສະພາສາກົນໄດ້ວາງເປົ້າໝາຍໃຫ້ລັດຖະສະພາສະມາຊິກ ສູ້ຊົນບັນລຸຈຳນວນສະມາຊິກລັດຖະສະພາທີ່ເປັນເພດຍິງໃຫ້ໄດ້ 30% ຂຶ້ນໄປ.

     ​ໃນນາມຄະນະຜູ້ແທນລາວ, ທ່ານປະທານສະພາແຫ່ງຊາດໄດ້ຂຶ້ນກ່າວປາໄສຕໍ່ກອງປະຊຸມຄົບຄະນະໂດຍໄດ້ເນັ້ນໜັກຄວາມໝາຍຄວາມສຳຄັນຂອງສັນຕິພາບແລະ ປະຊາທິປະ​​ໄຕຕໍ່ການພັດທະນາແລະ ຍົກສູງລະດັບຊີວິດການ​​ເປັນຢູ່ຂອງປະຊາຊົນ, ພ້ອມນັ້ນ ກໍໄດ້ແຈ້ງໃຫ້ຊາບກ່ຽວກັບຜົນການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດເພື່ອການພັດທະນາຢູ່ ສປປ ລາວແລະ ສະແດງຄວາມພ້ອມທີ່ຈະຈັດຕັ້ງຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວແລະໄດ້ແຈ້ງໃຫ້ທີ່ປະຊຸມຊາບກ່ຽວກັບການກະກຽມສ້າງຕັ້ງສະພາປະຊາຊົນທ້ອງຖິ່ນເຊິ່ງຖືເປັນວຽກງານທີ່ສຳຄັນໜຶ່ງໃນການເສີມຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ ຢູ່ສປປ ລາວ.

No comments:

Post a Comment